ກົດໝາຍໃໝ່!!! ຂາຍເຄື່ອງອອນລາຍ ແລະ ວຽກອື່ນໆທີ່ມີລາຍຮັບ ກໍ່ຕ້ອງເສຍອາກອນ

ມາຮູ້ຈັກໄວ້!!! ວ່າມີລາຍໄດ້ຫຍັງແດ່ ທີ່ເຮົາຈະຕ້ອງເສຍອາກອນ.

ກົດໝາຍວ່າດ້ວຍອາກອນລາຍໄດ້ທີ່ສ້າງຂຶ້ນມາໃໝ່ ເຊິ່ງເປັນການປັບປຸງສ່ວນໃຫຍ່ ໂດຍແຍກເນື້ອໃນອາກອນກຳໄລ, ອາກອນລາຍໄດ້ ແລະອາກອນມອບເໝົາອອກມາຈາກພາກທີ IV ໝວດທີ 1, 2 ແລະ ໝວດທີ 3 ຕາມລຳດັບທີ່ກຳນົດໄວໃນກົດໝາຍວ່າດ້ວຍສ່ວຍສາອາກອນທີ່ໃຊ້ຢູ່ປັດຈຸບັນນີ້ ມາຂະຫຍາຍເປັນກົດໝາຍ,  ກອງປະຊຸມສະແຫ່ງຊາດໄດ້ພິຈາລະນາ ແລະ ຮັບຮອງເອົາແລ້ວໃນວັນທີ 18 ມິຖຸນາ 2019.

ຢູ່ບ້ານເຮົາທຸກໆທ່ານກໍສາມາດສັ່ງ ອາຫານ, ເຄື່ອງດື່ມໃຫ້ໄປສົ່ງຢູ່ເຮືອນ ຫຼື ຫ້ອງການໄດ້ ຈາກຮ້ານ ອາຫານ Kaogee Cafe ກໍມີບໍລິການສົ່ງເຖິງທີ. ໂທ: 030-2229888 | 030-595000 ຍັງສາມາດສັ່ງຜ່ານແອັບ GOTEDDY ທາງມືຖືໄດ້. GOTEDDY ສົ່ງເຖິງທີ່ໄດ້ເລີຍ ??? ໂຫລດແອັບ #GOTEDDY ໄດ້ແລ້ວ ໃຊ້ງານງ່າຍ, ປອດໄພ ຖືກ, ໄວ.

ລາຍໄດ້ຂອງບຸກຄົນທີ່ມີພູມລຳເນົາ ຫຼື ມີທີ່ຢູ່ແນ່ນອນຢູ່ ສປປ ລາວ ທີ່ຕ້ອງໄດ້ເສຍອາກອນລາຍໄດ້ມີດັ່ງນີ້:

1. ເງິນເດືອນ, ຄ່າແຮງງານ, ເງິນເພີ່ມໂມງ, ເງິນລ່ວງເວລາ, ເງິນຕຳແໜ່ງ, ເງິນໜ້າທີ່, ເງິນບຳເນັດ, ເບັ້ຍປະຊຸມສະພາບໍລິຫານ ຫຼື ສະພາຜູ້ອຳນວຍການ ແລະ ຜົນປະໂຫຍດອື່ນ ເປັນ ເງິນ ຫຼື ວັດຖຸ;
2. ຜູ້ປະກອບອາຊີບອິດສະລະ ທີ່ບໍ່ໄດ້ຂຶ້ນທະບຽນວິສາຫະກິດ ເປັນຕົ້ນ ຄ່ານາຍໜ້າ, ຄ່າທີ່ ປຶກສາ, ການບໍລິການ, ການກໍ່ສ້າງ-ສ້ອມແປງ, ການເຄື່ອນໄຫວກິດຈະກຳກິລາ, ການສະແດງ;


3. ການຊື້ ຂາຍອອນລາຍ;
4. ເງິນປັນຜົນກຳໄລ ຫຼື ຜົນປະໂຫຍດອື່ນ ໃຫ້ແກ່ຂາຮຸ້ນ ຫຼື ຜູ້ຖືຮຸ້ນ;
5. ການຂາຍຮຸ້ນ ຫຼື ການໂອນຮຸ້ນຂອງບຸກຄົນ ຫຼື ນິຕິບຸກຄົນ;
6. ດອກເບ້ຍເງິນໃຫ້ກູ້ຢືມນອກລະບົບທະນາຄານ ແລະ ສະຖາບັນການເງິນອື່ນ, ລາຍໄດ້ ຈາກການຄ້ຳປະກັນຕາມສັນຍາ ຫຼື ຂໍ້ຜູກພັນອື່ນ;
7. ການຖືກຫວຍເປັນເງິນ ຫຼື ວັດຖຸ;

8. ຂອງຂວັນເປັນເງິນ ຫຼື ວັດຖຸ;
9. ການໃຫ້ເຊົ່າ ເປັນຕົ້ນ ທີ່ດິນ ເຮືອນ ສິ່ງປຸກສ້າງ ພາຫະນະ ເຄື່ອງກົນຈັກ ຫຼື ຊັບສິນອື່ນັ;
10. ຊັບສິນທາງປັນຍາ ເປັນຕົ້ນ ສິດທິບັດ ລິຂະສິດ ເຄື່ອງໝາຍການຄ້າ ຫຼື ສິດອື່ນ ຂອງບຸກຄົນ ຫຼື ນິຕິບຸກຄົນ;
11. ການຊື້ຂາຍ ການໂອນສິດນຳໃຊ້ທີ່ດິນ ສິ່ງປຸກສ້າງ ຫຼື ທີ່ດິນພ້ອມສິ່ງປຸກສ້າງ;
12. ກິດຈະການ ທີ່ບໍ່ແມ່ນທຸລະກິດຂອງອົງການຈັດຕັ້ງຂອງລັດ ແລະ ສັງຄົມ;
13. ການສືບທອດມູນມໍລະດົກ ຈາກຜູ້ທີ່ບໍ່ແມ່ນຍາດສາຍຕັ້ງດ້ວຍກັນ.

ທີ່ມາ: ເສດຖະກິດ-ການຄ້າ

Comments