ຂ່າວ ພາຍໃນປະເທດ

ບໍລິສັດ ເບຍລາວ ມອບເງິນ 2 ຕື້ກີບ ຊ່ວຍຕ້ານ ແລະ ຄວບຄຸມ ພະຍາດໂຄວິດ-19

ໃນຕອນເຊົ້າໃນວັນທີ 26 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ – ບໍລິສັດ ເບຍລາວ ຈໍາກັດ (ບໍລິສັດເບຍລາວ) ໄດ້ມອບເງິນ 2 ​ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍ ທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນລາວ. ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ໄດ້ກ່າວວ່າ: “ພວກເຮົາຮັບຮູ້ເຖິງການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອພະຍາດນີ້ທີ່ເກີດຂຶ້ນທົ່ວໂລກ, ດັ່ງນັ້ນ, ພວກເຮົາຈິ່ງຕ້ອງການເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວທີ່ກໍາລັງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດພາຍໃນປະເທດ. ປະຊາຊົນລາວໄດ້ໃຫ້ການສະໜັບສະໜູນບໍລິສັດເບຍລາວດ້ວຍດີຕະຫຼອດມາໃນຊ່ວງເວລາທີ່ດີ, ເຊິ່ງເວລານີ້ ພວກຮົາກໍຍິນດີປະກອບສ່ວນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວໃນການຜ່ານຜ່າສິ່ງທ້າທາຍ ໂດຍຜ່ານການມອບປັດໃຈດັ່ງກ່າວນີ້.” ໃນມື້ນີ້, ເປັນການກ່າວມອບຮັບລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ COVID -19 ພ້ອມດ້ວຍການຈັດຕັ້ງສໍາຄັນ ແລະ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ, ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍໃຫຍ່ ...

Read More »

ກົດເຫຼັກ 6 ຂໍ້ ຄຸ້ມຄອງລາຄາສິນຄ້າ ຝາກທົ່ວສັງຄົມປະຕິບັດຕາມຢ່າງເຂັ້ມງວດ

ຫຼັງຈາກທີ່ກະຊວງສາທາລະນະສຸກໄດ້ອອກມາຢືນຢັນກ່ຽວກັບຜູ້ຕິດເຊື້ອໂຄວິດ-19 ໃນລາວມີ 3 ກໍລະນີທໍາອິດ ເຮັດໃຫ້ສັງຄົມຕົກໃຈຫຼາຍພໍສົມຄວນ ແລະ ອາດເລີ່ມມີການກັກຕຸນສິນຄ້າຫຼາຍເພີ່ມຂຶ້ນ, ເຊິ່ງມັນອາດເປັນຊ່ອງທາງທີ່ເຮັດໃຫ້ຜູ້ປະກອບການ ຫຼື ແມ່ຄ້າຈໍານວນໜຶ່ງສວຍໂອກາດກັກຕຸນສິນຄ້າ ເພື່ອຂຶ້ນລາຄາສິນຄ້າຕາມລໍາພັງໃຈ. ເພື່ອຮັບປະກັນການສະໜອງສິນຄ້າອຸປະໂພກ-ບໍລິໂພກໃຫ້ພຽງພໍ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ສົມເຫດສົມຜົນ, ທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງຜູ້ຊົມໃຊ້, ຜົນປະໂຫຍດຂອງລັດ ແລະ ຜູ້ປະກອບການ ແລະ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາ ສິນຄ້າແບບບໍ່ສົມເຫດສົມຜົນຂອງຜູ້ປະກອບການ ເພື່ອເກັງກໍາໄລ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກຄໍາສັ່ງເພື່ອຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ເປັນໄປຕາມທີ່ລັດກໍານົດ.     1, ໃຫ້ຊີ້ນໍາ ພະແນກການກ່ຽວຂ້ອງທີ່ປະກອບໃນຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ທີ່ຖືກແຕ່ງຕັ້ງຈາກທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງເລກທີ 71/ນຍ ລົງວັນທີ 06 ຕຸລາ 2017 ເພື່ອຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ບໍ່ໃຫ້ມີການຂຶ້ນລາຄາຕາມລໍາພັງໃຈ ແລະ ...

Read More »

ຖ້າເມືອງ ຫຼື ປະເທດຖືກປິດ ທຸລະກິດໃດຈະເສຍຜົນປະໂຫຍດ ແລະ ທຸລະກິດໃດຈະໄດ້ປະໂຫຍດເຕັມໆ?

ການລະບາດຂອງໄວຣັດໂຄວິດ-19 ເຮັດໃຫ້ຫຼາຍປະເທດມີມາດຕະການ ປິດເມືອງ ຫຼື ປິດປະເທດ ປິດຊາຍແດນເປັນໄລຍະຊົ່ວຄາວ ລວມທັງປະເທດລາວເຮົາ ກໍໄດ້ມີມາດຕະການປິດດ່ານຊາຍແດນ ທັງສາກົນ ແລະ ດ່ານປະເພນີຕ່າງໆບໍ່ໃຫ້ຄົນເຂົ້າ-ອອກ ທີ່ມີຈຸດປະສົງທ່ອງທ່ຽວ ແລະ ໄປຄ້າຂາຍ ເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 21 ມີນາ -20 ເມສາ 2020 ແຕ່ສຳລັບການຂົນສົ່ງສິນຄ້າທີ່ຈຳເປັນແມ່ນຍັງອະນຸຍາດໃຫ້ເຂົ້າ-ອອກໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການຂອງຂະແໜງການສາທາລະນະສຸກ ການຄວບຄຸມ ແລະ ປ້ອງກັນໂຄວິດ-19. ແລະ ໃນມື້ວານນີ້ວັນທີ 24 ມີນາ ກະຊວງໄດ້ຖະແຫຼງຂ່າວປະກາດຢ່າງເປັນທາງການ ວ່າ ສປປ ລາວ ເຮົາ ມີຄົນຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ, ຖ້າສົມມຸດປະເທດລາວແລະ ປະເທດອື່ນໆໃນໂລກ ໄດ້ມີມາດຕະການ ປິດເມືອງ ບໍ່ໃຫ້ຄົນອອກຈາກເຮືອນ ຫຼື ບ້ານເລີຍ ຈະມີຜົນກະທົບທາງເສດຖະກິດອັນມະຫາສານ ເພາະຫຼາຍທຸລະກິດ ແມ່ນກໍຕ້ອງໄດ້ຢຸດສະງັກ.  ແຕ່ແນ່ນອນວ່າ ໄລຍະນີ້ ຖ້າມີຜູ້ເສຍຜົນປະໂຫຍດ ກໍຕ້ອງມີຜູ້ໄດ້ຮັບປະໂຫຍດ ໃນທຸກວິກິດມັກຈະມີໂອກາດຢູ່ສະເໝີ ແລ້ວຈະມີທຸລະກິດໃດແດ່ ທີ່ຈະເສຍຜົນປະໂຫຍດ ແລະ ຈະໄດ້ຮັບຜົນປະໂຫຍດໃນໄລຍະນີ້ແບບເຕັມໆ ມາເບິ່ງເລີຍ…. ສົມມຸດວ່າ ...

Read More »

ດ່ວນ! ທ່ານ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຕິບັດຕາມແຈ້ງການ ແລະ ລະບຽບວິໄນຢ່າງເຄັ່ງຄັດເພື່ອຕ້ານໂຄວິດ

ເວລາ 12:30 ນາທີຂອງວັນທີ 25 ມີນາ ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການລະບາດຂອງເຊື້ອ ໂຄວິດ-19 ໃນນັ້ນ ມີຜູ້ຕິດເຊື້ອ 2 ຄົນ, ລັດຖະບານຈະເພີ່ມມາດຕະການເຂັ້ມງວດຄື: 1 .ຈະເພີ່ມທະວີຕິດຕາມແຮງງານທີ່ກັບມາຈາກປະເທດເພື່ອນບ້ານເພື່ອຄຸ້ມຄອງໃຫ້ເຂັ້ມງວດກັກຕົນເອງ ພາຍໃນ 14 ວັນ; 2. ຂໍໃຫ້ປະຕິບັດຫຼັກການກັກບໍລິເວນຕົນເອງຕາມຫຼັກການແພດວາງອອກ ແລະ ກວດກາເປັນປົກກະຕິ; 3.ໃຫ້ທຸກພາກສ່ວນ ຕິດຕາມການເຄື່ອນໄຫວຂອງສຳນັກງານໃຫ້ຢຸດຕິການປະຊຸມ ແລະ ການຊຸມນຸມຈຳນວນຫຼາຍ ຖ້າມີຄວາມສາມາດເຮັດວຽກຢູ່ເຮືອນ ຜ່ານອອນລາຍ ກໍໃຫ້ຈັດຕັ້ງປະຕິບັດໄດ້; 4. ການເດີນທາງໄປມາລະຫວ່າງກັນຄື ບ້ານຕໍ່ບ້ານ; ເມືອງຕໍ່ເມືອງ ຫຼື ຕໍ່ສຳນັກງານແມ່ນໃຫ້ຫຼຸດຜ່ອນໂດຍການ ໂທລະສັບຫາກັນ; 5.ຖ້າພົບອາການຜິດປົກກະຕິໃຫ້ຮີບຮ້ອນໂທຫາແພດຈາກສາຍດ່ວນ 166; 6.ຄະນະສະເພາະກິດຈະໄດ້ອອກຂໍ້ກຳນົດຕື່ມອີກເພື່ອໃຫ້ສັງຄົມປະຕິບັດຢ່າງເຂັ້ມງວດ ທັງນີ້ກໍເພື່ອປົກປັກຮັກສາ ຊິວິດປະຊາຊົນ ແລະ ຮຽກຮ້ອງ ສັງຄົມໃຫ້ຮ່ວມມືກັນ ນອກນີ້, ລັດຖະບານກຳລັງເລັ່ງຫາລືໃນການຊ່ວຍເຫຼືອ ຜູ້ໄດ້ຮັບຜົນກິນທົບທາງເສດຖະກິດຂອງເຊື້ອໄວຣັດ ໂຄວິດ-19 ໂດຍຈະພິຈາລະນາຊ່ວຍເຫຼືອ ຫຼາຍດ້ານ ແຕ່ຈະມີການຫາລືຕື່ມໃນຄະນະລັດຖະບານ ແລະ ...

Read More »

ນັກທຸລະກິດສະເໜີບັນຫາຜົນກະທົບຈາກພະຍາດ COVID-19 ເພື່ອໃຫ້ລັດຖະບານແກ້ໄຂ

ບັນດາຜູ້ປະກອບການໃນຫຼາຍແຂວງໄດ້ມີການສະເໜີໃຫ້ລັດຖະບານຫຼຸດພາສີ ແລະ ເລື່ອນການຊຳລະດອກເບ້ຍໃຫ້ແກ່ທະນາຄານ ເນື່ອງຈາກວ່າພວກເຂົາໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຈາກພະຍາດ COVID-19 ທີ່ກຳລັງລະບາດໃນຫຼາຍປະເທດ. ປອ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍວ່າ: ເມື່ອບໍ່ດົນມານີ້ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປືກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດ ເພື່ອປືກສາຫາລືບັນຫາຜົນກະທົບຈາກ COVID-19 ຕໍ່ການທ່ອງທ່ຽວ ແລະ ເປີດໂອກາດໃຫ້ນັກທຸລະກິດ ແລະ ຜູ້ປະກອບການຕ່າງໆ ສະເໜີບັນຫາຂອງຕົນເອງເພື່ອໃຫ້ລັດຖະບານແກ້ໄຂ. ນັກທຸລະກິດສ່ວນຫຼາຍແມ່ນສະເໜີໃຫ້ລັດຖະບານຫຼຸດພັນທະການເສຍພາສີອາກອນ ເນື່ອງຈາກພວກເຂົາໄດ້ຮັບຜົນກະທົບຫຼາຍຍ້ອນນັກທ່ອງທ່ຽວມີໜ້ອຍຫຼາຍໃນປະຈຸບັນ ສາເຫດຍ້ອນການລະບາດຂອງພະຍາດ COVID-19 ໃນປະເທດຕ່າງໆ. ໃນຂະນະດຽວກັນ ເມືອງວັງວຽງ ແຂວງວຽງຈັນ ກໍ່ໄດ້ຈັດກອງປະຊຸມປືກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ, ເຊິ່ງຜູ້ປະກອບການສ່ວນໃຫຍ່ແມ່ນສະເໜີໃຫ້ເລື່ອນ ແລະ ຫຼຸດການຊຳລະພາສີອາກອນ ລວມເຖິງຫຼຸດອັດຕາດອກເບ້ຍທີ່ຕ້ອງໄດ້ເສຍໃຫ້ແກ່ທະນາຄານໃນໄລຍະວິກິດນີ້. ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໄດ້ເວົ້າວ່າ: ບັນຫາຕ່າງໆທີ່ບັນຫາຫົວໜ່ວຍທຸລະກິດສະເໜີມາແມ່ນໄດ້ຖືກລາຍງານຕໍ່ ການນໍາແຂວງວຽງຈັນ ເປັນທີ່ຮຽບຮ້ອຍແລ້ວເພື່ອລໍຖ້າການແກ້ໄຂ. ຂ່າວ: ສີລັດດາ ພາບ: ປະຕິທິນ

Read More »

ປະເທດລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 2​ ຄົນເປັນຄັ້ງທຳອິດຂອງປະເທດ

ໃນວັນທີ 24 ມີນາ 2020, ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ. ໄດ້ຖະແຫຼງຂ່າວຢ່າງເປັນທາງການ ກໍລະນີຜູ້ຕິດເຊື້ອ 2 ທ່ານ ໃນ ສປປ ລາວ. ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ:ໃນວັນທີ 23 ມີນາ ໄດ້ມີການກວດຕົວຢ່າງຜູ້ສົງໄສຕິດເຊື້່ອຈຳນວນ14 ກໍລະນີ; ໃນນີ້12 ກໍລະນີ ທີ່ເປັນແຮງງານລາວເດີນທາງມາຈາກປະເທດໄທກວດບໍ່ພົບກໍລະນີຕິດເຊື້ອ(ແບ່ງເປັນທີ່ແຂວງຈຳປາສັກ 7 ກໍລະນີ, ສະຫວັນນະເຂດ1ຄົນ, ຄຳມ່ວນ1 ຄົນ, ສາລະວັນ2 ຄົນ, ໄຊຍະບູລີ 1ຄົນ). ສ່ວນອີກ 2 ກໍລະນີຢູ່ນະຄອນຫຼວງວຽງຈັນຜົນກວດວິເຄາະແມ່ນພົບການຕິດເຊື້ອ; ໃນນີ້ກໍລະນີທີ 1 ເປັນເພດຍິງ ອາຍຸ 36 ປີ ສັນຊາດລາວ ເປັນພະນັກງານນຳທ່ຽວ ໂດຍນຳພານັກທ່ອງທ່ຽວທີ່ມາຈາກປະເທດທີ່ມີການລະບາດ ໄປທ່ຽວ ວັງວຽງ, ຫຼວງພະບາງ ແລ້ວນຳສົ່ງນັກທ່ອງທ່ຽວໄປກຳປູເຈຍ ເມື່ອເວລານັກທ່ອງທ່ຽວໄປກຳປູເຈຍ ກໍໄດ້ມີການຄັດກອງແລ້ວພົບວ່າກຸ່ມນັກທ່ອງທ່ຽວດັ່ງກ່າວຕິດໂຄວິດ-19 ຈິ່ງປະສານມາຫາພວກເຮົາ, ພວກເຮົາຈິ່ງນຳສົ່ງພະນັກງານຍິງຄົນດັ່ງກ່າວເຂົ້າກວດເຊື້ອ ແລະ ປິ່ນປົວ. ກໍລະນີທີ 2 ເປັນເພດຊາຍ ອາຍຸ 28 ...

Read More »

ນາຍົກ ຮຽກຮ້ອງ ປະຊາຊົນ ໂດຍສະເພາະແຮງງານລາວທີ່ມາຈາກຕ່າງປະເທດ ປະຕິບັດມາດຕະການ ສະກັດກັ້ນພະຍາດ ໂຄວິດ-19

ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິ ບັດມະຕິກອງປະຊຸມລັດຖະບານ ໃຫ້ມີປະສິດທິຜົນ, ໂດຍສຸມໃສ່ການສະກັດກັ້ນ, ການປ້ອງກັນ ແລະ ແກ້ໄຂບັນ ຫາການລະບາດຂອງພະຍາດ COVID-19. ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸ ລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າ ແຮງງານລາວກຳລັງເດີນທາງກັບບ້ານ ຈາກການໄປອອກແຮງງານຢູ່ໄທ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ ສູງກວ່າເວລາໃດໝົດ, ຕັ້ງໜ້າເຂົ້າຮ່ວມປະຕິບັດບັນດາມາດຕະການທີ່ລັດຖະ ບານວາງອອກ ຄືປ້ອງກັນ ແລະ ກັກຕົນເອງ 14 ມື້ ດ້ວຍຄວາມຕື່ນຕົວ ແລະ ເປັນເຈົ້າການສູງ ເພື່ອເຮັດໃຫ້ການປ້ອງກັນ, ສະກັດກັ້ນພະຍາດ COVID-19 ຄັ້ງນີ້ ໄດ້ຮັບໄຊຊະນະ. ຂໍໃຫ້ສື່ມວນຊົນທຸກປະເພດ ລວມທັງ ສື່ອອນລາຍຕ່າງໆ ຈົ່ງຍົກສູງນ້ຳໃຈຮັກຊາດ, ຮັກປະ ຊາຊົນບັນດາເຜົ່າ ອອກຂ່າວ, ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ...

Read More »

ຊົມເຊີຍ!!! ລັດຖະບານ ສະໜອງເງິນໃຫ້ 4 ທະນາຄານ ສົ່ງເສີມ SME ໃນໄລຍະວິກິດໂຄວິດ-19

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ສະໜອງເງິນທຶນບ້ວງທຳອິດ 100 ຕື້ກີບ ໃຫ້ແກ່ທະນາຄານພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນ ລາວ ( ຊາຄອມແບັງ ລາວ ), ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ແລະ ທະນາຄານມາຣູຮານ ເຈແປນລາວ ເພື່ອປ່ອຍກູ້ສົ່ງເສີມ SME. ໃນວັນທີ 20 ມີນາຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ອຄ, ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ຈັດພິທີເຊັນສັນຍາສະໜອງທຶນຂຶ້ນລະຫວ່າງ ທສວ ແລະ 4 ທະນາຄານທຸລະກິດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ, ປະທານສະພາບໍລິຫານ ທສວ ພ້ອມດ້ວຍຜູ້ບໍລິຫານ 4 ທະນາຄານ ...

Read More »

ຜູ້ປະກາດຂ່າວ ຊ່ອງ One31 ເຂົ້າຂໍໂທດ ທາງການລາວ ຢ່າງເປັນທາງການແລ້ວ!!!

ຜູ້ປະກາດຂ່າວ ຈັດ ທີມະ ຊ່ອງ One31 ພ້ອມດ້ວຍຄະນະບໍລິຫານ  ໄດ້ເຂົ້າຂໍໂທດ ທາງການລາວ ຢ່າງເປັນທາງການແລ້ວ !!! ໃນຕອນບ່າຍຂອງມື້ນີ້ ຢູ່ທີ່ສະຖານທູດລາວ ປະຈຳ ບາງກອກ ປະເທດໄທ.  ຫຼັງຈາກ ທີ່ໄດ້ປະກາດຂ່າວສຽດສີ, ດູມິ່ນຕໍ່ວົງການແພດຂອງເຮົາລາວໃນຄໍ່າຄືນຂອງມື້ວານນີ້ ໃນລາຍການ “ຈັດ ຊັດທຸກຄວາມຈິງ” ວາລະສານທາເກັດ ເຊື່ອວ່າ ຄົນລາວ ແລະ ຄົນໄທ ຮັກກັນໄວ້ນັ້ນລະດີແລ້ວ ໃຫ້ອະໄພເຊິ່ງກັນ ແລະ ກັນ ທຸກຄົນມີການຜິດພາດໄດ້ ຖ້າຮູ້ຈັກຍອມຮັບການຜິດພາດຂອງຕົນເອງ ແລະ ຮູ້ອອກມາຂໍໂທດຂໍອະໄພ,  ເຊື່ອວ່າຄົນລາວ ທຸກຄົນຕ້ອງໃຫ້ອະໄພໄດ້ ເພາະຄົນລາວຄົນດີ ມີນໍ້າໃຈ. ສ່ວນ ທ້າວ ຈັດ ທີມະ ຜູ້ປະກາດຂ່າວ ຈະໄດ້ກ່າວຂໍໂທດຕໍ່ປະຊາຊົນລາວ ແລະ ປະເທດລາວ ຕື່ມອີກຄັ້ງໜຶ່ງຜ່ານລາຍການຂອງຜູ້ກ່ຽວໃນຕອນແລງຂອງມື້ນີ້ ລາວ-ໄທ ຊ່ວຍເຫຼືອເຊິ່ງກັນແລະກັນ.​

Read More »

ແຂວງໄຊຍະບູລີ ມີພະນັກງານ – ລັດຖະກອນຖືກປະຕິບັດວິໄນ 13 ທ່ານ

ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂະແໜງການພາຍໃນທົ່ວແຂວງໄຊຍະບູລີ ທີ່ສະໂມສອນຫ້ອງວ່າການແຂວງ ໃນວັນທີ 16 ມີນາ 2020 ໂດຍເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ຫົວໜ້າກົມ, ຮອງກົມພາຍໃນ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຮອງເຈົ້າເມືອງ ແລະ ຫົວໜ້າຫ້ອງການພາຍໃນ 11 ເມືອງເຂົ້າຮ່ວມ. ທ່ານ ຄໍາສີ ແພງສະຫວັນ ຫົວໜ້າພະແນກພາຍໃນແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ ປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ພະແນກພາຍໃນແຂວງແມ່ນໄດ້ເອົາໃຈໃສ່ຕໍ່ວຽກງານວິຊາສະເພາະ ເຊິ່ງສະແດງອອກຜົນງານແຕ່ລະດ້ານ ເຊັ່ນ: ຂົງເຂດບໍລິຫານລັດແມ່ນໄດ້ປັບປຸງກົງຈັກການຈັດຕັ້ງ, ກໍານົດພາລະບົດບາດຂັ້ນແຂວງໄດ້ຈໍານວນ 9 ພາກສ່ວນ, ເຮັດໃຫ້ກົງຈັກຂັ້ນຂະແໜງຫຼຸດລົງ 15 ຂະແໜງ, ຂັ້ນໜ່ວຍງານຫຼຸດລົງ 1 ໜ່ວຍງານ, ໄດ້ປັບປຸງລະບົບການບໍລິຫານລັດຂັ້ນທ້ອງຖິ່ນ ຈໍານວນ 430 ບ້ານ ມີ 6.450 ທ່ານ, ...

Read More »