ດ່ວນ! ທ່ານ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຕິບັດຕາມແຈ້ງການ ແລະ ລະບຽບວິໄນຢ່າງເຄັ່ງຄັດເພື່ອຕ້ານໂຄວິດ

ເວລາ 12:30 ນາທີຂອງວັນທີ 25 ມີນາ ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການລະບາດຂອງເຊື້ອ ໂຄວິດ-19 ໃນນັ້ນ ມີຜູ້ຕິດເຊື້ອ 2 ຄົນ, ລັດຖະບານຈະເພີ່ມມາດຕະການເຂັ້ມງວດຄື:
1 .ຈະເພີ່ມທະວີຕິດຕາມແຮງງານທີ່ກັບມາຈາກປະເທດເພື່ອນບ້ານເພື່ອຄຸ້ມຄອງໃຫ້ເຂັ້ມງວດກັກຕົນເອງ ພາຍໃນ 14 ວັນ;
2. ຂໍໃຫ້ປະຕິບັດຫຼັກການກັກບໍລິເວນຕົນເອງຕາມຫຼັກການແພດວາງອອກ ແລະ ກວດກາເປັນປົກກະຕິ;


3.ໃຫ້ທຸກພາກສ່ວນ ຕິດຕາມການເຄື່ອນໄຫວຂອງສຳນັກງານໃຫ້ຢຸດຕິການປະຊຸມ ແລະ ການຊຸມນຸມຈຳນວນຫຼາຍ ຖ້າມີຄວາມສາມາດເຮັດວຽກຢູ່ເຮືອນ ຜ່ານອອນລາຍ ກໍໃຫ້ຈັດຕັ້ງປະຕິບັດໄດ້;
4. ການເດີນທາງໄປມາລະຫວ່າງກັນຄື ບ້ານຕໍ່ບ້ານ; ເມືອງຕໍ່ເມືອງ ຫຼື ຕໍ່ສຳນັກງານແມ່ນໃຫ້ຫຼຸດຜ່ອນໂດຍການ ໂທລະສັບຫາກັນ;
5.ຖ້າພົບອາການຜິດປົກກະຕິໃຫ້ຮີບຮ້ອນໂທຫາແພດຈາກສາຍດ່ວນ 166;
6.ຄະນະສະເພາະກິດຈະໄດ້ອອກຂໍ້ກຳນົດຕື່ມອີກເພື່ອໃຫ້ສັງຄົມປະຕິບັດຢ່າງເຂັ້ມງວດ ທັງນີ້ກໍເພື່ອປົກປັກຮັກສາ ຊິວິດປະຊາຊົນ ແລະ ຮຽກຮ້ອງ ສັງຄົມໃຫ້ຮ່ວມມືກັນ

ນອກນີ້, ລັດຖະບານກຳລັງເລັ່ງຫາລືໃນການຊ່ວຍເຫຼືອ ຜູ້ໄດ້ຮັບຜົນກິນທົບທາງເສດຖະກິດຂອງເຊື້ອໄວຣັດ ໂຄວິດ-19 ໂດຍຈະພິຈາລະນາຊ່ວຍເຫຼືອ ຫຼາຍດ້ານ ແຕ່ຈະມີການຫາລືຕື່ມໃນຄະນະລັດຖະບານ ແລະ ຈະປະກາດໃນໄວໆນີ້
ທີ່ມາ: ຂ່າວສານປະເທດລາວ

Comments