ປະເທດລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 2​ ຄົນເປັນຄັ້ງທຳອິດຂອງປະເທດ

ໃນວັນທີ 24 ມີນາ 2020, ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ. ໄດ້ຖະແຫຼງຂ່າວຢ່າງເປັນທາງການ ກໍລະນີຜູ້ຕິດເຊື້ອ 2 ທ່ານ ໃນ ສປປ ລາວ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ:ໃນວັນທີ 23 ມີນາ ໄດ້ມີການກວດຕົວຢ່າງຜູ້ສົງໄສຕິດເຊື້່ອຈຳນວນ14 ກໍລະນີ; ໃນນີ້12 ກໍລະນີ ທີ່ເປັນແຮງງານລາວເດີນທາງມາຈາກປະເທດໄທກວດບໍ່ພົບກໍລະນີຕິດເຊື້ອ(ແບ່ງເປັນທີ່ແຂວງຈຳປາສັກ 7 ກໍລະນີ, ສະຫວັນນະເຂດ1ຄົນ, ຄຳມ່ວນ1 ຄົນ, ສາລະວັນ2 ຄົນ, ໄຊຍະບູລີ 1ຄົນ).

ສ່ວນອີກ 2 ກໍລະນີຢູ່ນະຄອນຫຼວງວຽງຈັນຜົນກວດວິເຄາະແມ່ນພົບການຕິດເຊື້ອ; ໃນນີ້ກໍລະນີທີ 1 ເປັນເພດຍິງ ອາຍຸ 36 ປີ ສັນຊາດລາວ ເປັນພະນັກງານນຳທ່ຽວ ໂດຍນຳພານັກທ່ອງທ່ຽວທີ່ມາຈາກປະເທດທີ່ມີການລະບາດ ໄປທ່ຽວ ວັງວຽງ, ຫຼວງພະບາງ ແລ້ວນຳສົ່ງນັກທ່ອງທ່ຽວໄປກຳປູເຈຍ ເມື່ອເວລານັກທ່ອງທ່ຽວໄປກຳປູເຈຍ ກໍໄດ້ມີການຄັດກອງແລ້ວພົບວ່າກຸ່ມນັກທ່ອງທ່ຽວດັ່ງກ່າວຕິດໂຄວິດ-19 ຈິ່ງປະສານມາຫາພວກເຮົາ, ພວກເຮົາຈິ່ງນຳສົ່ງພະນັກງານຍິງຄົນດັ່ງກ່າວເຂົ້າກວດເຊື້ອ ແລະ ປິ່ນປົວ.

ກໍລະນີທີ 2 ເປັນເພດຊາຍ ອາຍຸ 28 ປີ  ເປັນພະນັກງານໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໄດ້ມີປະຫວັດເດີນທາງໄປສຳມະນາທີ່ບາງກອກປະເທດໄທ, ເມື່ອກັບມາແລ້ວກໍໄດ້ກັກຕົວເອງຢູ່່ເຮືອນ. ຕໍ່ມາໄດ້ມີອາການໄຂ້ ຈິ່ງເຂົ້າມາກວດທີ່ໂຮງໝໍມິດຕະພາບ ຈິ່ງໄດ້ເກັບຕົວຢ່າງມາກວດຢັ້ງຢືນ ແລ້ວຜົນອອກມາວ່າພົບການຕິດເຊື້ອ.

ປັດຈຸບັນຜູ້ຕິດເຊື້ອທັງສອງແມ່ນໄດ້ຮັບການປິ່ນປົວຕາມລະບຽບຫຼັກການ ທີ່ໂຮງໝໍມິດຕະພາບ 150 ຕຽງ. ຕິດຕາມອາການເບື້ອງຕົ້ນ ແລະ ພົບວ່າທັງສອງມີອາການຢູ່ໃນຂອບເຂດທີ່ດີ.

ພ້ອມນີ້ທາງຄະນະກໍຈະໄດ້ລົງສະຖານທີ່ພັກເຊົາ, ບ່ອນເຮັດວຽກ ແລະ ບ່ອນທີ່ເດີນທາງໄປມາຂອງທັງສອງ ເພື່ອຄົ້ນຫາຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອທັງສອງ ເພື່ອປະຕິບັດມາດຕະການນຳກັດການແພ່ລະບາດຂອງພະຍາດ.

ທັງນີ້, ແມ່ນ 2 ກໍລະນີທຳອິດຂອງລາວທີ່ມີການຢັ້ງຢືນຢ່າງເປັນທາງການວ່າຕິດເຊື້ອໂຄວິດ-19 ແລະ ມີການກວດພົບເຊື້ອໃນເວລາ 21:00 ໂມງ ຂອງວັນທີ 23 ມີນາ 2020, ຂະນະທີ່ພາຍຫຼັງທີ່ກ່ອນໜ້ານີ້ມີພຽງແຕ່ກໍລະນີສົງໄສ ຊຶ່ງມີຈຳນວນ 131 ຄົນ (129 ຄົນແມ່ນບໍ່ພົບເຊື້ອ). ຂະນະທີ່ສະຖານະການຕິດເຊື້ອໂຄວິດ-19 ທົ່ວໂລກ ປັດຈຸບັນແພ່ລະບາດແລ້ວໃນຫຼາຍກວ່າ 194 ປະເທດ ແລະ ເຂດປົກຄອງ ມີຜູ້ຕິດເຊື້ອສະສົມລວມກວ່າ 377,000 ຄົນ.

ທ່ານ ຮອງລັດຖະມົນຕີ ຍັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຢ່າແຕກຕື່ນ ຢ້ານກົວເກີນເຫດ ແຕ່ກໍຢ່າປະໝາດ. ໃຫ້ພ້ອມກັນປະຕິບັດມາດຕະຖານການຕ່າງໆໃນການປ້ອງກັນຕົວເອງ ຕາມທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ ແລະ ເປັນເຈົ້າການ.

Comments