ຂ່າວ ພາຍໃນປະເທດ

ຊົມເຊີຍ!!! ກະຊວງການເງິນ ປະຕິບັດຕາມຂໍ້ຕົກລົງຂອງນາຍົກ ນະໂຍບາຍ ຫຼຸດຜ່ອນຜົນກະທົບຈາກໂຄວິດ-19

Read More »

ແຈ້ງການດ່ວນ!!! ໃຫ້ງົດການຫົດສົງພຣະປີໃຫມ່ລາວ

ເພື່ອປ້ອງກັນ ແລະ ຕ້ານການແຜ່ລາມບໍ່ໃຫ້ເປັນວົງກວ້າງຂອງເຊື້ອພະຍາດໂຄວິດ-19 ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ໃຫ້ງົດຈັດງານບຸນປະເພນີຫົດສົງພຣະປີໃຫມ່ລາວ ທີ່ມີການຊຸມນຸມກັນຂອງປະຊາຊົນ ຂໍໃຫ້ພຣະສົງພາຍໃນວັດແຕ່ລະວັດ ເຮັດ ພິທີຮົດສົງພຣະພຸດທະຮູບ ຕາມຮີດຄອງປະເພນີເລັກນ້ອຍເທົ່ານັ້ນ. ອີງຕາມໜັງສື ແຈ້ງການ ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ເລກທີ 157/ອພສ ລົງວັນທີ 7 ເມສາ 2020 ກ່ຽວກັບການ ໃຫ້ງົດຈັດງານບຸນປະເພນີຫົດສົງພຣະປີໃຫມ່ລາວ ທີ່ມີການຊຸມນຸມກັນຂອງປະຊາຊົນ. ອີງຕາມ: ຄໍາສັ່ງຂອງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 9 ອີງຕາມ: ມະຕິຕົກລົງຂອງຄະນະບໍລິຫານງານປະຈໍາການ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ຄັ້ງວັນທີ 31 ມີນາ 2020. ຫ້ອງການບໍລິຫານງານສູນກາງອົງການພຸດທະສາສະຫນາສັມພັນ ...

Read More »

ທະນາຄານໂລກ ອະນຸມັດ​ງົບ​ປະມານ​ສຸກ​ເສີນ​ແກ່ ສປປ ລາວ ເພື່ອ​ຕອບ​ໂຕ້​ກັບ​ໄວຣັດ​ໂຄ​ວິດ-19 ​

​ໃນ​ວັນ​ທີ 7 ​ເມສາ 2020 ທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ອະນຸມັດງົບປະມານຈຳນວນ 18 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍ ໃນການຕອບໂຕ້ ແລະ ຮັບມື ກັບການລະບາດ ຂອງ​ໄວຣັດໂຄວິດ-19 ກໍຄື ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໃກ້ຊິດ ກັບຜູ້ຕິດເຊື້ອ, ການ ຄຸ້ມຄອງກໍລະ ນີຜູ້ຕິດເຊື້ອ ແລະ ການສື່ສານ, ທັງການໃຫ້ຄວາມຮູ້ກ່ຽວ ກັບການລະບາດ ຂອງພະຍາດ ດັ່ງກ່າວ. ໂຄງການນີ້ ຍັງຈະຊ່ວຍຍົກລະດັບ ຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການ ປິ່ນປົວຂອງທີມແພດໝໍ ຂອງ ສປປ ລາວ ອີກດ້ວຍ.   ທ່ານນາງ ມາຣຽມ ເຊີຣ໌ແມນ, ອຳ​ນວຍ​ການທະນາຄານໂລກ ປະຈໍາປະເທດ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ “ດ້ວຍການປະຕິບັດມາດຕະການການສະກັດກັ້ນທີ່ຕື່ນຕົວ ...

Read More »

ກະຊວງການເງິນ ອອກຂໍ້ຕົກລົງກ່ຽວກັບງົບປະມານວຽກງານປ້ອງກັນພະຍາດອັກເສບປອດ covid-19

ກະຊວງການເງິນໄດ້ອອກຂໍ້ຕົກລົງເພີ່ມເຕີມ ກ່ຽວກັບການຄຸ້ມຄອງງົບປະມານສະເພາະວຽກງານປ້ອງກັນ,​ຄວບຄຸມ ແລະ ຕອບໂຕ້ພະຍາດອັກເສບປອດ covid-19

Read More »

ກະຊວງປ້ອງກັນຫວຽດນາມແຕ່ງຊ່ຽວຊານໄປຊ່ວຍ ສປປ ລາວ ຕ້ານພະຍາດໂຄວິດ-19

 ຕາມຂ່າວສານ ຫວຽດນາມ, ວັນທີ 7 ເດືອນເມສາ, ພິທີຕ້ອນຮັບ ຊ່ຽວຊານ ການແພດ ຂອງ ກະຊວງປ້ອງກັນ ຫວຽດນາມ ໄປ ສປປ ລາວ ເພື່ອຊ່ວຍແນະນຳ ແລະ ແລກປ່ຽນບົດຮຽນ ໃນການ ປ້ອງກັນ ພະຍາດ ລະບົບ ທາງເດີນ ຫາຍໃຈ ເຊື້ອໄວຣັດ ສາຍພັນໃໝ່ ໂຄວິດ-19 ແລະ ພິທີການມອບ ອຸປະກອນ ການແພດ ໂດຍມີ ມູນ ຄ່າ ຫຼາຍກວ່າ 3 ຕື້ດົງ (ສະກຸນເງິນ ຫວຽດນາມ) ຂອງກະຊວງ ປ້ອງກັນ ປະເທດ ຫວຽດນາມ ຊ່ວຍເຫຼືອ ກະຊວງ ປ້ອງກັນ ປະເທດລາວ ເພື່ອປ້ອງກັນ ພະຍາດນີ້ ໄດ້ຈັດຂຶ້ນ ຢູ່ ດ່ານ CauTreo  ແຂວງຮ່າຕິງ ປະເທດຫວຽດນາມ. ຝ່າຍຫວຽດນາມ ນຳໂດຍ ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ, ຮອງຫົວໜ້າ ກົມໃຫ່ຍ ເສນາທິການ ...

Read More »

ລັດຖະບານ ວາງ 10 ມາດຕະການ ສືບຕໍ່ຕິດຕາມ ກວດກາ ແລະ ປຶກສາຫາລືກັບທ້ອງຖິ່ນ ເພື່ອແກ້ໄຂການແຜ່ລະບາດໂຄວິດ-19

ໃນວັນທີ 6 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມທາງໄກ ເພື່ອກວດກາ ແລະ ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີກ່ຽວຂ້ອງ, ບັນດາຄະນະສະເພາະກິດຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງໃນ ທົ່ວປະເທດ ເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ວ່າດ້ວຍການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ 19, ມະຕິຕ່າງໆ ຂອງ ລັດຖະບານ ກໍຄືມາດຕະການຕ່າງໆ ທີີ່ຄະນະສະເພາະກິດ ໄດ້ວາງອອກ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ມາດຕະການໃນຕໍ່ໜ້າ ແລະ ຂໍ້ສະເໜີຕໍ່ລັດຖະບານ  ຈາກບັນດາແຂວງໃນຂອບເຂດທົ່ວປະເທດ ໂດຍຜ່ານການນໍາໃຊ້ລະບົບການປະຊຸມທາງໄກ (Video Conference). ຜ່ານການຮັບຟັງການລາຍງານ ເຫັນວ່າ ບັນດາແຂວງ ໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆທີ່ລັດຖະບານ ວາງອອກໄດ້ດີພໍສົມຄວນ. ແຕ່ເຖິງ ຢ່າງໃດກໍດີ ເຫັນວ່າ ...

Read More »

ສູນກາງຊາວໜຸ່ມມອບເຄື່ອງການແພດໃຫ້ໂຮງໝໍ 3 ແຫ່ງ

ໃນຕອນບ່າຍຂອງວັນທີ 6 ເມສາ 2020 ການນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ທ່ານອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍຄະນະສະເພາະກິດ ສຊປລ ໄດ້ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງໝໍ 3 ແຫ່ງຄື: ໂຮງໝໍ 103, ໂຮງໝໍມິດຕະພາບ 150 ຕຽງ,​ ໂຮງໝໍປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ( ສົມສະຫງ່າ )​ ລວມມູນຄ່າທັງໝົດ 42,350,000 ກີບ. ເຄື່ອງທີ່ນຳມາມອບໃນຄັ້ງນີ້: ປະກອບມີຜ້າປິດປາກ, ນໍ້າຢາລ້າງມື, ນໍ້າຢາຂ້າເຊື້ອ, ເຄື່ອງສີດຢາຂ້າເຊື້ອ,​ ການມອບເຄື່ອງໃນຄັ້ງນີ້ເພື່ອເປັນການປະກອບສ່ວນເຂົ້າໃນການຕ້ານພະຍາດໂຄວິດ – 19 ແລະ ເພື່ອເປັນການຄໍານັບຮັບຕ້ອນວັນສ້າງຕັ້ງ ຄຊປປລ ຄົບຮອບ 65 ປີ, ພ້ອມນັ້ນກໍເປັນການເພີ່ມທະວີຄວາມສາມັກຄີ,​ ສຶກສາອົບຮົມ,​ ປູກຈິດສຳນຶກໃຫ້ແກ່ຊາວໜຸ່ມ – ເຍົາວະຊົນ ໄດ້ຮັບຮູ້,​ ເຂົ້າໃຈຕໍ່ແນວທາງນະໂນບາຍຂອງພັກ -​ລັດຖະບານ,​ ການມີສະຕິຊາດ,​ ມີສະຕິຕໍ່ກົດໝາຍ,​ ມີສະຕິຕໍ່ການຈັດຕັ້ງ,​ ມີຄວາມຮັບຜິດຊອບສູງ ແລະ ມີສະຕິຕໍ່ສັງຄົມ,​ກຳແໜ້ນ ແລະ ເປັນແບບຢ່າງຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ ...

Read More »

 ເມືອງສີໂຄດ ເພີ່ມຄວາມເຂັ້ມງວດໃນການສັນຈອນ ເພື່ອປ້ອງກັນພະຍາດໂຄວິດ-19

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ, ປກສ ບ້ານ ແລະ ຄະນະຮັບຜິດຊອບຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເອົາໃຈໃສ່ປະຕິບັດໜ້າທີ່ໃນການປ້ອງກັນພະຍາດໂຄວິດ-19 ໂດຍມີການກວດກາປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນຢ່າງລະອຽດ ເພື່ອບໍ່ໃຫ້ເດີນທາງອອກຈາກເຮືອນ ໂດຍບໍ່ມີຈຸດປະສົງທີ່ຈຳເປັນ ຫຼື ໄປວຽກຊ່ວຍທາງລັດຖະການ. ໃນໂອກາດດຽວກັນນັ້ນ, ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນຢູ່ເຮືອນຕົນເອງ ເພື່ອຄວາມປອດໄພຂອງຕົນເອງ ແລະ ຄອບຄົວ. ກໍລະນີ້, ມີຜູ້ຝ່າຝືນກັບຄຳສັ່ງແມ່ນຈະຖືກດຳເນີນຄະດີຕາມກົດໝາຍ. ສະນັ້ນ, ຂໍຮຽກຮ້ອງໃຫ້ປວງຊົນລາວທັງຊາດ ຈົ່ງຮ່ວມແຮງຮ່ວມໃຈສາມັກຄີກັນປະຕິບັດຕາມຄຳແຈ້ງເຕືອນຂອງລັດຖະບານຢ່າງເຂັ້ມງວດ. ທີ່ມາ: ຂ່າວຄວາມສະຫງົບ

Read More »

ຫວຽດນາມ ຊ່ວຍເຫຼືອອຸປະກອນການແພດ ຕ້ານພະຍາດໂຄວິດ-19 ແກ່ລາວ

ໃນວັນທີ 4 ເມສາ 2020 ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ. ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ຜ້າອັດປາກ 330.000 ອັນ, ຊຸດກັນພະຍາດ 1.000 ຊຸດ, ເຄື່ອງຈັກທີ່ຈຳເປັນ 3 ເຄື່ອງ ແລະ ອຸປະກອນການແພດອື່ນໆ ລວມມູນຄ່າຫຼາຍກວ່າ 300.000 ໂດລາສະຫະລັດ. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19. ...

Read More »

ແຂວງຈໍາປາສັກປະກາດຄະນະນໍາຊຸດໃຫມ່

ວັນທີ 3 ເມສາ 202, ແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານການນຳແຂວງ 6 ສະຫາຍ ອອກພັກການ-ຮັບອຸດໜູນບໍານານ ຄື: 1.ສະຫາຍ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ. 2.ສະຫາຍ​ ສົມສະໜິດ​ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈຳປາສັກ. 3.ສະຫາຍ ນິພອນ ວຽງປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ​. 4.ສະຫາຍ​ ບົວສອນ ວົງສອງຄອນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ. 5.ສະຫາຍ ສຸລິວັນ ສະຫວັດທະສິນ ຄະນະປະຈຳພັກແຂວງ. 6.ສະຫາຍ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ. ພ້ອມນີ້ ຍັງໄດ້ປະກາດແຕ່ງຕັ້ງພະນັກງານນຳພາຂັ້ນສູງຂອງແຂວງ ຄື: ແຕ່ງຕັ້ງ ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການ​ສູນກາງ​ພັກ​ ກຳມະການ​ປະຈຳສະພາແຫ່ງຊາດ ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆຈຳປາສັກ. ແຕ່ງຕັ້ງ ສະຫາຍ ມະໄລທອງ ກົມມະສິດ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ...

Read More »