ນາຍົກ ຮຽກຮ້ອງ ປະຊາຊົນ ໂດຍສະເພາະແຮງງານລາວທີ່ມາຈາກຕ່າງປະເທດ ປະຕິບັດມາດຕະການ ສະກັດກັ້ນພະຍາດ ໂຄວິດ-19

ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິ ບັດມະຕິກອງປະຊຸມລັດຖະບານ ໃຫ້ມີປະສິດທິຜົນ, ໂດຍສຸມໃສ່ການສະກັດກັ້ນ, ການປ້ອງກັນ ແລະ ແກ້ໄຂບັນ ຫາການລະບາດຂອງພະຍາດ COVID-19.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸ ລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າ ແຮງງານລາວກຳລັງເດີນທາງກັບບ້ານ ຈາກການໄປອອກແຮງງານຢູ່ໄທ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ ສູງກວ່າເວລາໃດໝົດ, ຕັ້ງໜ້າເຂົ້າຮ່ວມປະຕິບັດບັນດາມາດຕະການທີ່ລັດຖະ ບານວາງອອກ ຄືປ້ອງກັນ ແລະ ກັກຕົນເອງ 14 ມື້ ດ້ວຍຄວາມຕື່ນຕົວ ແລະ ເປັນເຈົ້າການສູງ ເພື່ອເຮັດໃຫ້ການປ້ອງກັນ, ສະກັດກັ້ນພະຍາດ COVID-19 ຄັ້ງນີ້ ໄດ້ຮັບໄຊຊະນະ.


ຂໍໃຫ້ສື່ມວນຊົນທຸກປະເພດ ລວມທັງ ສື່ອອນລາຍຕ່າງໆ ຈົ່ງຍົກສູງນ້ຳໃຈຮັກຊາດ, ຮັກປະ ຊາຊົນບັນດາເຜົ່າ ອອກຂ່າວ, ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບ ຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຂອງສັງຄົມ.

ພາບ ແລະ ຂ່າວ: ຫສນຍ

Comments