ນັກທຸລະກິດສະເໜີບັນຫາຜົນກະທົບຈາກພະຍາດ COVID-19 ເພື່ອໃຫ້ລັດຖະບານແກ້ໄຂ

ບັນດາຜູ້ປະກອບການໃນຫຼາຍແຂວງໄດ້ມີການສະເໜີໃຫ້ລັດຖະບານຫຼຸດພາສີ ແລະ ເລື່ອນການຊຳລະດອກເບ້ຍໃຫ້ແກ່ທະນາຄານ ເນື່ອງຈາກວ່າພວກເຂົາໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຈາກພະຍາດ COVID-19 ທີ່ກຳລັງລະບາດໃນຫຼາຍປະເທດ.

ປອ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍວ່າ: ເມື່ອບໍ່ດົນມານີ້ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປືກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດ ເພື່ອປືກສາຫາລືບັນຫາຜົນກະທົບຈາກ COVID-19 ຕໍ່ການທ່ອງທ່ຽວ ແລະ ເປີດໂອກາດໃຫ້ນັກທຸລະກິດ ແລະ ຜູ້ປະກອບການຕ່າງໆ ສະເໜີບັນຫາຂອງຕົນເອງເພື່ອໃຫ້ລັດຖະບານແກ້ໄຂ.

ນັກທຸລະກິດສ່ວນຫຼາຍແມ່ນສະເໜີໃຫ້ລັດຖະບານຫຼຸດພັນທະການເສຍພາສີອາກອນ ເນື່ອງຈາກພວກເຂົາໄດ້ຮັບຜົນກະທົບຫຼາຍຍ້ອນນັກທ່ອງທ່ຽວມີໜ້ອຍຫຼາຍໃນປະຈຸບັນ ສາເຫດຍ້ອນການລະບາດຂອງພະຍາດ COVID-19 ໃນປະເທດຕ່າງໆ.

ໃນຂະນະດຽວກັນ ເມືອງວັງວຽງ ແຂວງວຽງຈັນ ກໍ່ໄດ້ຈັດກອງປະຊຸມປືກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ, ເຊິ່ງຜູ້ປະກອບການສ່ວນໃຫຍ່ແມ່ນສະເໜີໃຫ້ເລື່ອນ ແລະ ຫຼຸດການຊຳລະພາສີອາກອນ ລວມເຖິງຫຼຸດອັດຕາດອກເບ້ຍທີ່ຕ້ອງໄດ້ເສຍໃຫ້ແກ່ທະນາຄານໃນໄລຍະວິກິດນີ້.

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໄດ້ເວົ້າວ່າ: ບັນຫາຕ່າງໆທີ່ບັນຫາຫົວໜ່ວຍທຸລະກິດສະເໜີມາແມ່ນໄດ້ຖືກລາຍງານຕໍ່ ການນໍາແຂວງວຽງຈັນ ເປັນທີ່ຮຽບຮ້ອຍແລ້ວເພື່ອລໍຖ້າການແກ້ໄຂ.

ຂ່າວ: ສີລັດດາ

ພາບ: ປະຕິທິນ

Comments