ຜູ້ປະກາດຂ່າວ ຊ່ອງ One31 ເຂົ້າຂໍໂທດ ທາງການລາວ ຢ່າງເປັນທາງການແລ້ວ!!!

ຜູ້ປະກາດຂ່າວ ຈັດ ທີມະ ຊ່ອງ One31 ພ້ອມດ້ວຍຄະນະບໍລິຫານ  ໄດ້ເຂົ້າຂໍໂທດ ທາງການລາວ ຢ່າງເປັນທາງການແລ້ວ !!! ໃນຕອນບ່າຍຂອງມື້ນີ້ ຢູ່ທີ່ສະຖານທູດລາວ ປະຈຳ ບາງກອກ ປະເທດໄທ.  ຫຼັງຈາກ ທີ່ໄດ້ປະກາດຂ່າວສຽດສີ, ດູມິ່ນຕໍ່ວົງການແພດຂອງເຮົາລາວໃນຄໍ່າຄືນຂອງມື້ວານນີ້ ໃນລາຍການ “ຈັດ ຊັດທຸກຄວາມຈິງ”

ວາລະສານທາເກັດ ເຊື່ອວ່າ ຄົນລາວ ແລະ ຄົນໄທ ຮັກກັນໄວ້ນັ້ນລະດີແລ້ວ ໃຫ້ອະໄພເຊິ່ງກັນ ແລະ ກັນ ທຸກຄົນມີການຜິດພາດໄດ້ ຖ້າຮູ້ຈັກຍອມຮັບການຜິດພາດຂອງຕົນເອງ ແລະ ຮູ້ອອກມາຂໍໂທດຂໍອະໄພ,  ເຊື່ອວ່າຄົນລາວ ທຸກຄົນຕ້ອງໃຫ້ອະໄພໄດ້ ເພາະຄົນລາວຄົນດີ ມີນໍ້າໃຈ.

ສ່ວນ ທ້າວ ຈັດ ທີມະ ຜູ້ປະກາດຂ່າວ ຈະໄດ້ກ່າວຂໍໂທດຕໍ່ປະຊາຊົນລາວ ແລະ ປະເທດລາວ ຕື່ມອີກຄັ້ງໜຶ່ງຜ່ານລາຍການຂອງຜູ້ກ່ຽວໃນຕອນແລງຂອງມື້ນີ້

ລາວ-ໄທ ຊ່ວຍເຫຼືອເຊິ່ງກັນແລະກັນ.​

Comments