ຂ່າວ ພາຍໃນປະເທດ

ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 2 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 391 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 378 ລ້ານໂດລາສະຫະລັດ ແລະ ດຸນການຄ້າປະມານ 13 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ມັນຕົ້ນ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ງົວ, ຄວາຍ, ນໍ້າຕານ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ແລະ ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ. ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ໄຟຟ້າ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ສັດທີ່ມີຊີວິດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ...

Read More »

ໄຊຍະບູລີ ແຈ້ງປິດດ່ານປະເພນີ 9 ແຫ່ງ ຫ້າມປະຊາຊົນເຂົ້າ-ອອກແບບບໍ່ມີກຳນົດ

ແຂວງ ໄຊຍະບູລີ ໄດ້ປະກາດແຈ້ງປິດດ່ານປະເພນີເຂົ້າ-ອອກ ປະເທດຊົ່ວຄາວ ຈຳນວນ 9 ດ່ານ  ເພື່ອປ້ອງກັນໂຄວິດ-19 ສຳລັບດ່ານສາກົນຈຳນວນ 4 ດ່ານແມ່ນຈະເປິດໃຫ້ບໍລິການເປັນປົກກະຕິ ແຕ່ຈໍາກັດຈໍານວນ ເຂົ້າ-ອອກ ທີ່ເປັນຂະບວນໃຫຍ່ ພ້ອມທັງມອບໃຫ້ 3 ຂະແໜງການໃຫຍ່ ຊີ້ນຳຢ່າງເຂັ້ມງວດຄື: ດ່ານສາກົນຂົວມິດຕະພາບນໍ້າເຫືອງ (ເມືອງແກ່ນທ້າວ); ດ່ານສາກົນພຸູດູ່ (ເມືອງປາກລາຍ); ດ່ານສາກົນນໍ້າເງິນ (ເມືອງເງີນ) ດ່ານສາກົນປາງມອນ (ເມືອງຄອບ) ປິດບໍລິການດ່ານປະເພນີຊົ່ວຄາວຄື: ດ່ານຫ້ວຍຕອງ (ເມືອງຊຽງຮ່ອນ); ຊ່ອງເຂົ້າ-ອອກກົວກອກ (ເມືອງໄຊສະຖານ); ດ່ານບ້ານໃໝ່ (ເມືອງທົ່ງມີໄຊ); ດ່ານສີພູມ, ດ່ານເມືອງໝໍ, ດ່ານນາແກ້ງມ້າ ແລະ ດ້ານເວີນຄໍາ (ເມືອງແກ່ນທ້າວ); ດ່ານນາຂ່າ, ດ່ານເໝືອງແຜ່, ດ່ານໜອງປະຈີດ ແລະ ດ່ານຂອນແກ່ນ (ເມືອງບໍ່ແຕນ). ດັ່ງນັ້ນ, ຈຶ່ງມອບໃຫ້ພະແນກສາທາລະນະສຸກແຂວງ ແຕ່ງຕັ້ງພະນັກງານແພດໄປປະຈໍາການຕິດຕາມກວດກາຢູ່ 04 ດ່ານສາກົນ ເຊິ່ງພະນັກງານທີ່ໄປປະຈໍາຕ້ອງແມ່ນພະນັກງານທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການໃນການນໍາໃຊ້ອຸປະກອນຮັບໃຊ້ທີ່ເໝາະສົມ, ສາມາດກວດກາ-ປ້ອງກັນ ແລະ ສະກັດກັນກັບເຊື້ອພະຍາດ COVID-19. ມອບໃຫ້ພະແນກການຕ່າງປະເທດແຂວງ ແຈ້ງໄປຍັງບັນດາແຂວງ, ...

Read More »

ຊວນໃຫ້ຄິດ ເລື່ອງໂຄວິດ-19 ຫຼາຍກວ່າການມາຕຳນິກັນ

ສະບາຍດີແຟນເພສທາເກັດທຸກຄົນ ມື້ວານນີ້ ແອັດໄດ້ເລື່ອນໄປເຫັນ ເພສ  Lao Army – ທະຫານລາວ ທີ່ໄດ້ໂພສຂໍ້ຄວາມໜຶ່ງທີ່ໃຫ້ເປັນແງ່ຄິດຫຼາຍໃນວິກິດການແບບນີ້ ຢາກໃຫ້ທຸກຄົນຊ່ວຍເຫຼືອກັນຮັກແພງກັນ ແລະ ປ້ອງກັນຕົນເອງ, ສຸຂະພາບຕົນເອງ ຫຼາຍກວ່າການຕຳນິຕິຕຽນກັນ. ເນື້ອໃນມີດັ່ງນີ້: ການສຶກສາເປັນສິ່ງສຳຄັນຫຼາຍ ແລະ ຄວນວິເຄາະແບບມີວິທະຍາສາດແນ່…..ເມື່ອເຮົາໄດ້ເຂົ້າມາຢູ່ໃນສັງຄົມໃຫຍ່ມັນເຮັດໃຫ້ເຮົາຮູ້ວ່າ ລະດັບການໄດ້ຮັບການສຶກສາເຮົາເປັນແນວໃດ? 1. ເງິນທີ່ຕ່າງປະເທດຊ່ວຍເຫຼືອໄປໃສ? ຖ້າໃຜໄດ້ເຮັດວຽກກັບອົງການສາກົນຈະຮູ້ດີວ່າ ການຈະໃຊ້ເງິນໂຄງການໃດໜຶ່ງມັນບໍ່ງ່າຍ ລາຍລະອຽດຕ້ອງຄົບ ຂາດຫຼືເກີນ 1 ກີບຍັງບໍ່ໄດ້… #ເຂົາຊ່ວຍເຫຼືອສ່ວນຫຼາຍກໍເປັນອຸປະກອນ  ບໍ່ແມ່ນເງີນສົດໆໃຊ້ເງີນເຮົາໄປຊື້ເອງນະບໍ່ຄ່ອຍມີ…ຫຼືມີ ກໍຕ້ອງຊື້ເຄື່ອງຈາກປະເທດທີ່ບໍລິຈາກໃຫ້ເທົ່ານັ້ນ… ຄັນເພີ່ນເອົາເງິນໄປໃຊ້ໄປກິນແທ້ ລະດັບປະເທດຈະເລີນມະຫາອຳນາດເປັນຫຍັງເຂົາຊິບໍ່ຮູ້ວ່າມີການໂກງ…ຖ້າຮູ້ວ່າໂກງແລ້ວແຕ່ຍັງສົ່ງເງິນໃຫ້ລາວຕະຫຼອດ ທຸກໆປີ…ເຂົາບໍ່ໄດ້ໂງ່ປານນັ້ນເດີ…ກໍຍ້ອນມັນມີປະສິດຕິພາບເຂົາຈຶ່ງໃຫ້ເຮົາ. #ເພີ່ນກໍເອົາຈຳນວນເງິນດັ່ງກ່າວໄປຊື້ອຸປະກອນທາງການແພດ ນັບແຕ່ເຄື່ອງເລັກໆນ້ອຍໆ ຈົນເຖິງເຄື່ອງທີ່ແສນແພງ ແລະ ຢາຕ່າງໆ ກະຈາຍໄປທົ່ວປະເທດ ປະເທດລາວບໍ່ໄດ້ມີແຕ່ໂຮງຫມໍພຽງແຫ່ງດຽວ…ເດີບັນດາທ່ານ…ເອົາແທ້ສ່ຳນັ້ນຍັງບໍ່ພໍສ່ຳ…ແຕ່ກໍດີທີ່ຍັງມີໃຫ້ໃຊ້…. 2. ເປັນຫຍັງຕ້ອງເສຍຄ່າກວດ? ແລ້ວລາຄາທໍ່ໃດ?..ຖ້າຕິດແລ້ວປີ້ນປົ່ວຟຣີບໍ? ທ່ານຕ້ອງເຂົ້າໃຈກ່ອນວ່າ ເຄື່ອງມືແພດ ແມ່ນໃຊ້ເທື່ອດຽວແລ້ວຖີ້ມ…ບໍ່ນຳມາໃຊ້ໃຫມ່…ຫຼືໃຜເຄີຍເຫັນໂຮງຫມໍໃດນຳເຂັມຊັກຢາທີ່ໃຊ້ແລ້ວນຳມາໃຊ້ຄືນ…ອຸປະກອບໃນການກວດໂລກກໍຄືກັນໃຫ້ສະເພາະຜູ້ນີ້ກໍຂອງຜູ້ນີ້…ບໍ່ແມ່ນກວດແລ້ວນຳໄປລ້າງມາໃຊ້ຄືນໃຫມ່…ຊື້ໃຫມ່ຫາໃຫມ່ຫມົດ…ມັນກໍ່ຕ້ອງໃຊ້ເງີນຊື້… ທາງການລາວປະກາດວ່າ #ຖ້າຫາກໃຜເຂົ້າຄ່າຍເປັນຜູ້ຕິດເຊື້ອ ແລະ ຕິດເຊື້ອແທ້ ຄ່າກວດ ແລະ ຄ່າຮັກສາແມ່ນຟຣີບໍ່ໄດ້ເສຍເງີນຈັກກິບ…. #ສ່ວນຜູ້ທີ່ບໍ່ຢູ່ໃນຄ່າຍແຕ່ຢາກກວດ ກວດແລ້ວວ່າບໍ່ຕິດ(ອາດຈະ)ຈ່າຍຄ່າກວດເອງ…ຖ້າຕິດແທ້ແນ່ນອນແມ່ນຄ່າກວດ ແລະ ຮັກສາຟຣີ… ໄລ່ລວມໆແລ້ວ ລາວໄດ້ຮັບເງິນຊ່ວຍເຫຼືອຈາກຕ່າງປະເທດທັງໝົດ ປະມານ 115 ລ້ານໂດລາ ( 115,000,000 ໂດລາ)….ຖ້ານຳເງິນເຫຼົ່ານັ້ນມາຊ່ວຍກວດ ...

Read More »

ຈີນທົດລອງນໍາໃຊ້ຢາວັກຊີນຕ້ານພະຍາດໂຄວິດ-19 ແລ້ວ

ວັນທີ 18 ມີນາ 2020 ສປ ຈີນໄດ້ເລີ່ມທົດລອງນໍາໃຊ້ຢາວັກຊີນປ້ອງກັນພະຍາດອັກເສບປອດໂຄວິດ-19 ຄັ້ງທໍາອິດ ໂດຍໄດ້ຮັບການພັດທະນາຕົວຢາ ຈາກຜູ້ຊ່ຽວຊານດ້ານຊີວະວິທະຍາສົງຄາມຊີວະພາບ ຂອງທະຫານ ຂະນະທີ່ແຫຼ່ງຂ່າວເເດລີເມວຂອງປະເທດອັງກິດ ອ້າງວ່າ ຖ້າຈີນປະສົບສໍາເລັດທົດລອງ ແລະ ຜະລິດວັກຊີນຕ້ານໄວຣັສໂຄວິດຈະເຮັດໃຫ້ປະເທດຈີນກາຍເປັນທໍາອິດໃນໂລກ ທີ່ມີຄວາມກ້າວຫນ້າທາງດ້ານວິທະຍາສາດໃນຍຸກນີ້. ທ່ານ ເຊີນ ເຫວີ່ຍ ນັກຄົ້ນຄົ້ວວິໃຈ ວັກຊິນ ຕ້ານພະຍາດໂຄວິດໄດ້ປະກາດວ່າລັດຖະບານຈີນໄດ້ອະນຸຍາດ ໃຫ້ເລີ່ມທົດລອງໃຊ້ແລ້ວ “ຢາວັກຊີນດັ່ງກ່າວແມ່ນອາວຸດທາງວິທະຍາສາດທີ່ແຂງແກນທີ່ສຸດເພື່ອຢຸດພະຍາດຜີສາດຮ້າຍໂຄວິດ-19“ ຜູ້ຊ່ຽວຊານດ້ານສົງຄາມຊີວະພາບໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວຊີຊີທີວີ. ຫຼ້າສຸດ ທົ່ວໂລກມີຄົນຕິດເຊື້ອພະຍາດໂຄວິດ 187.700 ກວ່າຄົນ, ເສຍຊີວິດ 7.800 ກວ່າຄົນ ແລະ ປິ່ນປົວຫາຍດີ 79.800 ກວ່າຄົນ ໃນນັ້ນຈີນມີຜູ້ຕິດເຊື້ອ 80.000 ກວ່າຄົນ ແລະ ເສຍຊີວິດ 3.000 ກວ່າຄົນ. ແປໂດຍ: ນໍ້າອອ້ຍຂົມ ແຫຼ່ງຂ່າວ: Dailymail ທີ່ມາ: ຂ່າວສາປະເທດລາວ  

Read More »

ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທ ແຈ້ງເຕືອນ ມີຄົນໄທຕິດເຊື້ອໂຄວິດ-19 ຂ້າມມາ ສ ປປ ລາວ

ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຂໍສະແດງຄວາມນັບຖືຢ່າງສູງມາຍັງພະແນກການຕ່າງປະເທດແຂວງຄຳມ່ວນ ແລະ ຂໍຖືເປັນກຽດແຈ້ງແຂວງຄຳມ່ວນດັ່ງນີ້ ເມື່ອວັນທີ່ 12 ມີນາ 2020 ເວລາ 09:30 ໂມງ ຜູ້ຕິດເຊື້ອໄວຣັດ ໂຄວິດ-19 ເຊີ່ງເປັນຄົນໄທ ແລະ ຄະນະລວມ 5 ຄົນ ເດີນທາງຂ້າມຂົວມິດຕະພາບ ແຫ່ງທີ່ 3 ຈາກແຂວງນະຄອນພະນົມໄປແຂວງຄຳມ່ວນ ລະຫວ່າງທີ່ຢູ່ແຂວງຄຳມ່ວນ ຄະນະໄດ້ໄປຮັບປະທານອາຫານທີ່ຮ້ານຈັນສະຖິດ ແລະ ຮ້ານພອນເທບ ແຂວງຄຳມ່ວນ ກ່ອນພະນັກງານຂອງຮ້ານອາຫານທັງສອງດັ່ງກ່າວທີ່ໃຫ້ບໍລິການແກ່ຄະນະເປັນຜູ້ຢູ່ໃນກຸ່ມທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອໄວຣັດໂຄວິດ-19 ໃນໂອກາດນີ້ ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຂໍຄວາມອະນຸເຄາະພະແນກການຕ່າງປະເທດແຂວງຄຳມ່ວນ ກະລຸນາພິຈາລະນາ ແລະ ດຳເນີນການໃນສ່ວນທີ່ກ່ຽວຂ້ອງຕໍ່ໄປດ້ວຍ ຂໍຂອບໃຈຢ່າງຫຼວງຫຼາຍ ສະຖານກົງສູນໃຫ່ຍແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຂໍສະແດງຄວາມນັບຖືຢ່າງສູງອີກຄັ້ງໜຶ່ງມາຍັງພະແນກການຕ່າງປະເທດແຂວງຄຳມ່ວນ

Read More »

ຄະນະສະເພາະກິດ ຍົກລະດັບປ້ອງກັນພະຍາດໂຄວິດ-19 ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ

ມາດຕະການ ຈັດຕັ້ງ ປະຕິບັດສຳລັບຜູ້ເດີນທາງເຂົ້າມາ ສປປ ລາວ ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ,​ທີ່ມີອາການດັ່ງລຸ່ມນີ້ ຕ້ອງປະຕິບັດມາດຕະການແຍກປ່ຽວ (Isolation) ຢູ່ໂຮງຫມໍເພື່ອຢັ້ງຢືນການບົ່ງມະຕິ: ຜູ້ທີ່ມີອາການໄຂ້, ໄອ ຫຼື ຫາຍໃຈຍາກ ແລະ ມີປະຫວັດເດີນທາງມາຈາດເຂດທີ່ມີການລະບາດຂອງ COVOD-19 ຜູ້ທີ່ມີອາການໄຂ້, ໄອ ຫຼື ຫາຍໃຈຍາກ ແລະ ມີປະຫວັດສຳຜັດກັບຜູ້ທີ່ມີການຢັ້ງຢືນການການຕິດເຊື້ອ COVOD-19 *ການແຍກປ່ຽວກໍລະນີສົງໄສ ຢູ່ນະຄອນຫຼວງວຽງຈັນ: ແມ່ນຢູ່ໂຮງຫມໍມິດຕະພາບ, ໂຮງຫມໍມະໂຫສົດ, ໂຮງຫມໍເຊດຖາທິຣາດ ແລະ ໂຮງຫມໍສູນກາງ 13 ກອງທັບ *ການແຍກປ່ຽວກໍລະນີສົງໃສ ບັນດາແຂວງ: ແມ່ນຢູ່ບັນດາໂຮງຫມໍແຂວງ 2. ທຸກຄົນທີ່ເດີນທາງເຂົ້າ ມາ ສປປ ລາວ ທີ່ມີອາການເຂົ້າກັບເງື່ອນໄຂດັ່ງລຸ່ມນີ້ຕ້ອງປະຕິບັດມາດຕະການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງພາຍໃນ 14 (Self-quaranline) ລາຍລະອຽດອ່ານຕາມແຈ້ງການລຸ່ມນີ້:

Read More »

ເປີດຮັບສະໝັກ ເຂົ້າຮ່ວມຝຶກອົບຮົມ ການຂຽນຂ່າວ ອອນລາຍ !!!

ເປີດຮັບສະໝັກ  ໂຄງການ ຄວາມຍືນຍົງຂອງຂ່າວ ໃນເຂດແມ່ນໍ້າຂອງ “ເພື່ອການເຕີບໂຕສີຂຽວ” ການຝຶກອົບຮົມການເລົ່າເລື່ອງກ່ຽວກັບຊັບພະຍາກອນທຳມະຊາດ ແລະ ກະສິກຳ ໃນ ສປປ ລາວ ເດືອນພຶດສະພາ ຫາ ເດືອນ ທັນວາ ປີ 2020  ສະຖານທີ່: ສປປ ລາວ (ນະຄອນຫຼວງວງຽງຈັນ ແລະ ຄວາມເປັນໄປໄດ້ໃນການລົງທັດສະນະສຶກສາທີ່ຕ່າງແຂວງ) ພາສາ: ລາວ ແລະ ອັງກິດ ໂຄງການ ສື່ແບບຍືນຍົງໃນພາກພື້ນແມ່ນໍ້າຂອງ Mekong Sustainable News Project – ຂໍ້ມູນພື້ນຖານ ປະເທດ ຫວຽດນາມ, ກຳປູເຈຍ, ລາວ ແລະ ມຽນມາ ລ້ວນແລ້ວແຕ່ເປັນປະເທດທີ່ມີເນື້ອທີ່ ກວມລວມເອົາເຂດຊົນນະບົດເປັນສ່ວນໃຫຍ່. ໂດຍສະເພາະໃນ ກຳປູເຈຍ, ລາວ ແລະ ມຽນມາ, ປະຊາຊົນແມ່ນເຮັດວຽກໃນຂະແໜງກະສິກຳຫຼາຍກວ່າຂະແໜງ ອື່ນໆ. 4 ປະເທດທີ່ກາວມານັ້ນ ເປັນກຸ່ມປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການປ່ຽນແປງສະພາບດິນຟ້າອາກາດ ໂດຍສະເພາະແລ້ວແມ່ນຢູ່ໃນເຂດຊົນນະບົດ. ກຸ່ມປະເທດດັ່ງກ່າວ ກໍຍັງໄດ້ຮັບມືກັບບັນຫາທີ່ທ້າທາຍຫຼາຍໆຢ່າງທີ່ເກີດຂຶ້ນ ບໍ່ວ່າຈະເປັນ ບັນຫາມົນລະຜິດທາງອາກາດ, ມົນລະຜິດທາງນໍ້າ, ຄວາມປອດໄພດ້ານສະບຽງອາຫານ ...

Read More »

ແຂວງ ຫົວພັນ ແຈ້ງປິດດ່ານຂາເຂົ້າ-ອອກປະເທດຊົ່ວຄາວ ເພື່ອປ້ອງກັນໂຄວິດ19

Read More »

ອຸຍນີເຊັບ ມອບອຸປະກອນການແພດ ປ້ອງກັນພະຍາດ COVID-19 ໃຫ້ ສປປ ລາວ

ອົງການອຸຍນີເຊັບປະຈໍາລາວ (UNICEF) ໄດ້ມອບອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ກະຊວງສາທາລະນະສຸກເພື່ອສະໜັບສະໜູນການຕອບໂຕ້ ແລະ ການກຽມພ້ອມ ເພື່ອປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19). ພິທີມອບຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນມື້ວານນີ້ ວັນທີ 11 ມີນາ 2020 ທີ່ກະຊວງ ສາທາລະນະສຸກ ໂດຍທ່ານ ດຣ Octavian Bivol ຜູ້ຕາງໜ້າອົງການອຸຍນີເຊັບ ແລະ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ອຸປະກອນດັ່ງກ່າວລວມມີ ຜ້າອັດປາກ-ດັງ 39 ກັບ, ໜວກໃສ່ໃນຫ້ອງຜ່າຕັດ 20,000 ອັນ, ຖົງມື 4,500 ກັບ, ຊຸດປ້ອງກັນແບບປົກປິດຫົວ 560 ຊຸດ, ເສື້ອກາວແຂນຍາວກັນນໍ້າ 560 ຊຸດ, ຜ້າກັນເປື້ອນ ແລະ ກັນນໍ້າ 20,000 ອັນ, ແຫວ່ນຕາປ້ອງກັນ 9 ອັນ, ເຄື່ອງປ້ອງກັນໜ້າ 162 ອັນ, ຜ້າອັດປາກ 300,000 ອັນ ແລະ ...

Read More »

ເຈົ້າແຂວງຫຼວງພະບາງ ສະເໜີ ໂຈະການປະກວດນາງສັງຂານ, ຕົບພະທາດຊາຍ ແລະ ກິດຈະກຳອື່ນໆ….

Read More »