ແຂວງໄຊຍະບູລີ ມີພະນັກງານ – ລັດຖະກອນຖືກປະຕິບັດວິໄນ 13 ທ່ານ

ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂະແໜງການພາຍໃນທົ່ວແຂວງໄຊຍະບູລີ ທີ່ສະໂມສອນຫ້ອງວ່າການແຂວງ ໃນວັນທີ 16 ມີນາ 2020 ໂດຍເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ຫົວໜ້າກົມ, ຮອງກົມພາຍໃນ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຮອງເຈົ້າເມືອງ ແລະ ຫົວໜ້າຫ້ອງການພາຍໃນ 11 ເມືອງເຂົ້າຮ່ວມ.

ທ່ານ ຄໍາສີ ແພງສະຫວັນ ຫົວໜ້າພະແນກພາຍໃນແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ ປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ພະແນກພາຍໃນແຂວງແມ່ນໄດ້ເອົາໃຈໃສ່ຕໍ່ວຽກງານວິຊາສະເພາະ ເຊິ່ງສະແດງອອກຜົນງານແຕ່ລະດ້ານ ເຊັ່ນ: ຂົງເຂດບໍລິຫານລັດແມ່ນໄດ້ປັບປຸງກົງຈັກການຈັດຕັ້ງ,

ກໍານົດພາລະບົດບາດຂັ້ນແຂວງໄດ້ຈໍານວນ 9 ພາກສ່ວນ, ເຮັດໃຫ້ກົງຈັກຂັ້ນຂະແໜງຫຼຸດລົງ 15 ຂະແໜງ, ຂັ້ນໜ່ວຍງານຫຼຸດລົງ 1 ໜ່ວຍງານ, ໄດ້ປັບປຸງລະບົບການບໍລິຫານລັດຂັ້ນທ້ອງຖິ່ນ ຈໍານວນ 430 ບ້ານ ມີ 6.450 ທ່ານ, ການຄຸ້ມຄອງພະນັກງານ – ລັດຖະກອນ ໃນໄລຍະ 1 ປີຜ່ານມາ ເຫັນວ່າມີການປັບປຸງດີຂຶ້ນເປັນກ້າວໆ.

ປັດຈຸບັນທົ່ວແຂວງມີພະນັກງານ – ລັດຖະກອນທັງໝົດ 10.383 ຄົນ ຍິງ 4.626 ຄົນ. ໃນນັ້ນ, ອົງການຊ່ວຍວຽກຂັ້ນແຂວງ ແລະ ບັນດາເມືອງ 1.226 ຄົນ ຍິງ 517 ຄົນ, ໄດ້ອະນຸມັດເລື່ອນຊັ້ນ – ຂັ້ນເງິນເດືອນໃນກໍລະນີຕ່າງໆ ຈໍານວນ 350 ທ່ານ ຍິງ 139 ທ່ານ, ອອກພັກຜ່ອນອຸດໜູນບໍານານ 12 ທ່ານ, ຮັບບໍາເນັດ 7 ທ່ານ, ຍົກຍ້າຍໄປຂະແໜງການອື່ນ 15 ທ່ານ, ເສຍຊີວິດ 3 ທ່ານ, ຖືກປະຕິບັດວິໄນ 13 ທ່ານ ຍິງ 2 ທ່ານ.

ໄດ້ສໍາເລັດການປະເມີນຜົນຂອງພະນັກງານ – ລັດຖະກອນທັງໝົດໃນທົ່ວແຂວງ 298 ພາກສ່ວນ, ມີພະນັກງານ – ລັດຖະກອນເຂົ້າຮ່ວມປະເມີນທັງໝົດ 5.164 ຄົນ ຍິງ 2.064 ຄົນ, ຜົນຂອງການປະເມີນໄດ້ປະເພດດີຫຼາຍ 1.556 ຄົນ ຍິງ 527 ຄົນ, ດີ 3.228 ຄົນ ຍິງ 1.414 ຄົນ, ກາງ 121 ຄົນ ຍິງ 45 ຄົນ ແລະ ປະເພດອ່ອນ 1 ຄົນ ຍິງ 1 ຄົນ.

ໄດ້ຍ້ອງຍໍພະນັກງານດີເດັ່ນໃນການແຂ່ງຂັນຂະບວນຮັກຊາດ ແລະ ພັດທະນາ 2.831 ທ່ານ, ຍ້ອງຍໍນັກທຸລະກິດຜູ້ປະກອບການ 46 ທ່ານ, ຄອບຄົວຕົວແບບດີເດັ່ນ 74 ຄອບຄົວ, ເມືອງດີເດັ່ນ 4 ເມືອງ, ບ້ານ ໃຫຍ່ພັດທະນາ 1 ບ້ານ, ບ້ານພັດທະນາດີເດັ່ນ 140 ບ້ານ.

[ ຂ່າວ – ຮູບໂດຍ: ອຸ່ນເຮືອນ ໂພທິລັກ ]

Comments