ໃນວັນທີ 6 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມທາງໄກ ເພື່ອກວດກາ ແລະ ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີກ່ຽວຂ້ອງ, ບັນດາຄະນະສະເພາະກິດຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງໃນ ທົ່ວປະເທດ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ວ່າດ້ວຍການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ 19, ມະຕິຕ່າງໆ ຂອງ ລັດຖະບານ ກໍຄືມາດຕະການຕ່າງໆ ທີີ່ຄະນະສະເພາະກິດ ໄດ້ວາງອອກ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ມາດຕະການໃນຕໍ່ໜ້າ ແລະ ຂໍ້ສະເໜີຕໍ່ລັດຖະບານ ຈາກບັນດາແຂວງໃນຂອບເຂດທົ່ວປະເທດ ໂດຍຜ່ານການນໍາໃຊ້ລະບົບການປະຊຸມທາງໄກ (Video Conference). ຜ່ານການຮັບຟັງການລາຍງານ ເຫັນວ່າ ບັນດາແຂວງ ໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆທີ່ລັດຖະບານ ວາງອອກໄດ້ດີພໍສົມຄວນ. ແຕ່ເຖິງ ຢ່າງໃດກໍດີ ເຫັນວ່າ ການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ຍັງເຮັດບໍ່ທັນໄດ້ເຕັມສ່ວນ, ພ້ອມກັນນັ້ນ ກໍຍັງມີຂໍ້ຫຍຸ້ງຍາກໃນບາງດ້ານ ເປັນຕົ້ນ ບັນຫາການຂາດແຄນອຸປະກອນ ແລະ ເຄື່ອງມືທາງການແພດ, ຜ້າອັດປາກ-ດັງ, ນ້ຳຢາລ້າງມື ແລະ ຢາປິ່ນປົວພະຍາດ, ບຸກຄະລາກອນແພດ ຍັງມີຈຳກັດ, ສະຖານທີ່ກັກກັນ, ແຍກປ່ຽວ ແລະ ອື່ນໆ.
ໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະສະເພາະກິດ ທັງສູນກາງ ແລະ ທ້ອງຖິ່ນ, ຂະແໜງການ ແລະ ທ້ອງຖິ່ນ ທີ່ໄດ້ສຸມທຸກກໍາລັງແຮງເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເພື່ອສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ພວມເກີດຂຶ້ນຢູ່ປະເທດເຮົາ. ພ້ອມດຽວກັນນັ້ນ, ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ ຄື:
- ຕ້ອງສືບຕໍ່ໂຄສະນາເຜີຍແຜ່ ໃຫ້ປະຊາຊົນເຂົ້າໃຈ ກ່ຽວກັບຜົນຮ້າຍ ແລະ ຜົນກະທົບຈາກພະຍາດ ໂຄວິດ 19 ໂດຍສະເພາະ ຜູ້ທີ່ຖືກກັກກັນຢູ່ເຮືອນ, ຢູ່ບ້ານ ຫຼື ສູນ ຕ້ອງເຂົ້າໃຈສະພາບການໃຫ້ດີ ແລະ ບໍ່ໃຫ້ປະໝາດ. ບຸກຄົນ ຕ້ອງມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.
- ຕ້ອງເຂັ້ມງວດໃນການປິດດ່ານ, ບໍ່ອະນຸຍາດໃຫ້ຄົນຕ່າງປະເທດ ເຂົ້າມາປະເທດເຮົາ, ແຕ່ອະນຸຍາດໃຫ້ ເປີດສຳລັບການຂົນສົ່ງສິນຄ້າເຂົ້າ-ອອກ ໂດຍຕ້ອງມີມາດຕະການຄຸ້ມຄອງຢ່າງເຂັ້ມງວດ. ມອບໃຫ້ຄະນະສະເພາະກິດ ສົມທົບກັບກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຈະເປີດດ່ານໃດ. ພ້ອມກັນນີ້ ໃຫ້ບັນດາ ແຂວງ ທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ເຈລະຈາກັບແຂວງຂອງປະເທດດັ່ງກ່າວ ທີ່ເປັນຄູ່ດ່ານກັນ ເພື່ອ ຂໍການຮ່ວມມື ແລະ ມີມາດຕະການໃນການປ້ອງກັນແຜ່ລະບາດຂອງເຊື້ອພະຍາດຊ່ວຍກັນ ເປັນຕົ້ນ ການກັກຕົວ 14 ວັນ ໂດຍສະເພາະຕໍ່ແຮງງານລາວທີ່ຈະເດີນທາງກັບຄືນມາປະເທດ.
- ເນື່ອງຈາກສູນກັກກັນ ມີຄວາມສ່ຽງຍ້ອນມີຄວາມແອອັດ, ສະນັ້ນ ສຳລັບຜູ້ທີ່ຖືກໃຫ້ກັກກັນຕົນເອງ ຢູ່ເຮືອນໃຜເຮືອນລາວ ຕ້ອງມີຄວາມເຂັ້ມງວດ ຈຶ່ງຈະສາມາດຮັບປະກັນບໍ່ໃຫ້ເຊື້ອພະຍາດແຜ່ລາມອອກໄປສູ່ຄອບຄົວ ແລະ ສັງຄົມ ໃນກໍລະນີ ຜູ້ກັກກັນຕົນເອງມີການຕິດເຊື້ອ.
- ສຳລັບເຄື່ອງບໍລິຈາກ ເປັນຕົ້ນ ຜ້າອັດປາກ-ດັງ, ເຈລລ້າງມື, ເຫລົ້າເກົ້າສິບ, ໃຫ້ສູນກາງ ຈັດສັນສົ່ງໃຫ້ແຂວງຕ່າງໆ ເພື່ອແຈກຢາຍລ້າໃຫ້ປະຊາຊົນ ໂດຍສະເພາະທີ່ແຂວງທີ່ຂາດເຂີນ ແລະ ຢູ່ຫ່າງໄກ. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ຊຸກຍູ້ ແລະ ລະດົມ ຜູ້ທີ່ມີຈິດໃຈເຜື່ອແຜ່ໃນສັງຄົມ ໃຫ້ຄວາມຊ່ວຍເຫຼືອ ແລະ ບໍລິຈາກເຄື່ອງມື ແລະ ອຸປະກອນການແພດ ແລະ ອື່ນໆ ເພື່ອນຳໄປໃຫ້ໂຮງໝໍ ແລະ ແຈກຢາຍໃຫ້ບັນດາແຂວງ. ສຳລັບການຂໍການ ຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ໃຫ້ບັນດາແຂວງ ສະເໜີຫາ ຄະນະສະເພາະກິດ ເພື່ອສະເໜີຜ່ານປະຕູດຽວ.
- ໃຫ້ຄະນະສະເພາະກິດ ຈັດຊື້ອຸປະກອນທາງການແພດທີ່ຍັງບໍ່ທັນພຽງພໍ ເພື່ອຈັດສົ່ງໄປໃຫ້ບັນດາແຂວງ. ການຈັດຊື້ ຕ້ອງຮັບປະກັນຄວາມໂປ່ງໃສ, ບໍ່ໃຫ້ມີການສວຍໂອກາດ.
- ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ເປັນເຈົ້າການເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໃຫ້ດີ ພ້ອມທັງໃຫ້ມີການຈັດຫາເກັບສິນຄ້າໄວ້ ເພື່ອຮັບປະກັນ ບໍ່ໃຫ້ຂາດແຄນ (ແຕ່ບໍ່ແມ່ນການກັກຕຸນ). ພ້ອມ ກັນນີ້, ກໍ່ໃຫ້ສົມທົບກັບກະຊວງກ່ຽວຂ້ອງ ຈັດຕັ້ງການຜະລິດ, ປູກຝັງ ກຸ້ມຕົນເອງ ເພື່ອບໍ່ໃຫ້ມີສະພາບຂາດແຄນ ສະບຽງອາຫານ ແລະ ໃຫ້ກະກຽມໄວ້ພາຍຫຼັງທີ່ຜ່ານພົ້ນວິກິດພະຍາດໂຄວິດ-19 ແລ້ວ ໃຫ້ສາມາດຜະລິດຢ່າງເປັນ ຂະບວນ ເພື່ອຮັບປະກັນການສະໜອງສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. ມອບໃຫ້ແຂວງ, ເມືອງ ເປັນຜູ້ຕັດສິນ ແລະ ຄຸ້ມຄອງປະຊາຊົນ ໃນການອອກຈາກເຮືອນ ເພື່ອໄປເຮັດການປູກຝັງ, ຜະລິດສິນຄ້າ ລວມທັງການອອກໄປວຽກງານຈຳເປັນອື່ນໆ ຕາມທີ່ໄດ້ອະນຸຍາດ ໃນຄຳສັ່ງ 06/ນຍ.
- ສຳລັບການຈໍລະຈອນຂົນສົ່ງສິນຄ້າພາຍໃນປະເທດ ບໍ່ໄດ້ຫ້າມ ແຕ່ໃຫ້ມີມາດຕະການຄຸ້ມຄອງ ທີ່ຮັດກຸມ. ສຳລັບແຂວງໃດ ທີ່ມີການຜະລິດ, ມີສິນຄ້າເຫຼືອ ກໍຂໍໃຫ້ນຳໄປຊ່ວຍແຂວງອື່ນ ທີ່ມີບໍ່ພຽງພໍ.
- ສືບຕໍ່ເອົາໃຈໃສ່ຮ່ວມມືກັບສາກົນ ແລະ ປະເທດເພື່ອນມິດ ເພື່ອຂໍການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນ ໂດຍສະເພາະເພື່ອຊ່ວຍເຫຼືອ ແລະ ແນະນຳ ໃຫ້ຄວາມຮູ້ແກ່ ທີມແພດລາວ. ໃຫ້ສືບຕໍ່ຄົ້ນຄວ້າສ້າງໂຄງການ ເພື່ອຮັບເອົາການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ (ທີ່ໄດ້ມີການປະກາດໃຫ້ການຊ່ວຍເຫຼືອບັນດາປະເທດ ທີ່ໄດ້ ຮັບຜົນກະທົບ) ເພື່ອນຳມາຈັດຕັ້ງປະຕິບັດບັນດານະໂຍບາຍຂອງລັດຖະບານທີ່ໄດ້ປະກາດໄປ.
- ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ປັບປຸງບັນດາຈຸດອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ເພື່ອຮັບປະກັນໃຫ້ແກ່ວຽກງານສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ-19.
- ໃຫ້ຄະນະສະເພາະກິດ ໃຫ້ຄວາມຮູ້ກ່ຽວກັບການຈັດລະດັບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຫຼັກການຂອງອົງການອະນາໄມໂລກ ພ້ອມທັງປະເມີນ ແລະ ຈັດລະດັບສະພາບການ ແຜ່ລະບາດຢູ່ ສປປ ລາວ ແລ້ວປະກາດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກຂະແໜງການ, ທ້ອງຖິ່ນ, ທຸກພາກສ່ວນ ໃນສັງຄົມ ແລະ ປະຊາຊົນ ຮ່ວມແຮງຮ່ວມໃຈກັນ ເຂັ້ມງວດຈັດຕັ້ງປະຕິບັດ ຄຳສັ່ງ 06/ນຍ, ມາດຕະການຕ່າງໆ ທີ່ລັດຖະບານ ແລະ ຄະນະສະເພາະກິດ ວາງອອກ, ຕ້ອງເດັດຂາດ ບໍ່ໃຫ້ການລະບາດຢູ່ປະເທດເຮົາ ເພີ່ມຂຶ້ນໄປອີກລະດັບໜຶ່ງ.