ແຂວງຈໍາປາສັກປະກາດຄະນະນໍາຊຸດໃຫມ່

ວັນທີ 3 ເມສາ 202, ແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານການນຳແຂວງ 6 ສະຫາຍ ອອກພັກການ-ຮັບອຸດໜູນບໍານານ ຄື:
1.ສະຫາຍ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ.
2.ສະຫາຍ​ ສົມສະໜິດ​ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈຳປາສັກ.
3.ສະຫາຍ ນິພອນ ວຽງປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ​.
4.ສະຫາຍ​ ບົວສອນ ວົງສອງຄອນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ.
5.ສະຫາຍ ສຸລິວັນ ສະຫວັດທະສິນ ຄະນະປະຈຳພັກແຂວງ.
6.ສະຫາຍ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ.

ພ້ອມນີ້ ຍັງໄດ້ປະກາດແຕ່ງຕັ້ງພະນັກງານນຳພາຂັ້ນສູງຂອງແຂວງ ຄື: ແຕ່ງຕັ້ງ ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການ​ສູນກາງ​ພັກ​ ກຳມະການ​ປະຈຳສະພາແຫ່ງຊາດ ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆຈຳປາສັກ.
ແຕ່ງຕັ້ງ ສະຫາຍ ມະໄລທອງ ກົມມະສິດ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນກຳມະການປະຈຳພັກແຂວງ ຈຳປາສັກ.​

ພິທີດັ່ງກ່າວໄດຈັດຂຶ້ນຢູ່ສະໂມສອນແຂວງ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ​ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.​ ມີຮອງລັດຖະມົນຕີ,​ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,​ ມີບັນດາສະຫາຍການນໍາແຂວງ,​ ການນຳພະແນກການກົມກອງອ້ອມຂ້າງແຂວງ,​ ການນໍາ 9 ເມືອງ,​ 1 ນະຄອນ ແລະ ການນໍາພາກຈາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຕອນທ້າຍພິທີ, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ກໍ່ໄດ້ມີຄໍາເຫັນໂອ້ລົມ ຊີ້ທິດເຍືອງທາງ ເພື່ອເປັນບ່ອນອີງໃຫ້ຄະນະພັກ-ອົງການປົກຄອງແຂວງ ໃນການນໍາພາ-ຊີ້ນໍາວຽກງານໃນຕໍ່ໜ້າ.
ໂດຍ: ຮັກຊາດ
ແຫຼງຂ່າວ: ແຂວງຈໍາປາສັກ

Comments