ຂ່າວ ພາຍໃນປະເທດ

ແຈ້ງການດ່ວນ!!! ຫຼຸດຄ່າເກັບຂີ້ເຫຍື້ອລົງ 50%

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ແຈ້ງການ ນະໂຍບາຍຫຼຸດຄ່າບໍລິການຂົນສົ່ງ ແລະ ຄ່າບໍາບັດຂີ້ເຫຍື້ອ 50% ໃນນະຄອນຫລວງວຽງຈັນ ກຳນົດ 3 ເດືອນ 1/4/2020 -30/6/2020 ຖ້າບໍລິສັດຜູ້ປະກອບການຂົນສົ່ງບໍ່ປະຕິບັດ ໂທ: 020 5550 7153  

Read More »

ແຈ້ງເຕືອນ!!! ໄພພາຍຸ ລະດູຮ້ອນ ວັນທີ 24-26 ເມສາ 2020 ນີ້….

Read More »

ຂ່າວດີ!!! ລັດ ປັບລົງລາຄານໍ້າມັນລົງ ທຸກຊະນິດ 400 ກີບຕໍ່ລິດ ເລີ່ມວັນທີ 24 ເມສາ 2020

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ປະກາດ ປັບລາຄານໍ້າມັນເຊື້ອໄຟລົງ 400ກີບທຸກຊະນິດ ເລີ່ມປະຕິບັດໃນັວນທີ24 ເມສາ 2020 ເຮັດໃຫ້ນໍ້າມັນແອັດຊັງຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ 7.680 ກີບຕໍ່ລິດ ແລະ ກາຊວນລົງມາຢູ່ທີ່ 7.040 ກີບຕໍ່ລິດ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0423/ອຄ.ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 23 ເມສາ 2020 ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ້ດ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ, ເລື່ອງ ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃໝ່ຄັ້ງນີ້ ແມ່ນເລີ່ມປະຕິບັດໃນວັນທີ24 ເມສາ 2020  ເລລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ500 ກີບທຸກຊະນິດ ແລະປັບລົງລາຄານໍ້າມັນເຊື້ອໄຟ 400ກີບທຸກຊະນິດ.  ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ0301  ລົງວັນທີ 23 ເມສາ  2020 ...

Read More »

ລັດຖະບານລາວ!!! ເລັ່ງໃຫ້ການຊ່ວຍເຫຼືອແຮງງານນອກລະບົບປະກັນສງຄົມ

ຕາມຂ່າວໜັງສືພິມວຽງຈັນທາຍລາຍງານໃຫ້ຮູ້ວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະເລັ່ງຊ່ວຍເຫຼືອກຸ່ມເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ສໍາລັບຜູ້ປະກອບອາຊີບນອກລະບົບປະກັນສັງຄົມ. ອີງຕາມບົດລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະເໜີຕໍ່ກອງປະຊຸມຂອງຄະນະສະເພາະກິດ ກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ຜ່ານມາ ວ່າ ນະໂຍບາຍໃຫ້ການຊ່ວຍເຫຼືອລວມມີ ຈ່າຍເງິນສົດໃຫ້ກຸ່ມເປົ້າໝາຍ 100.000 ກີບ/ຄົນ ໄລຍະ 3 ເດືອນ, ເຊີ່ງເປັນການປະຕິບັດນະໂຍບາຍ ຄືກັນກັບຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນຜ່ານມາ, ພ້ອມກັນນີ້ ກໍ່ໃຫ້ມີການຫຼຸດຜ່ອນ ຫຼື ເລື່ອນການຈ່າຍຄ່າເຊົ່າທີ່ອາໄສ ສໍາລັບຜູ້ທີ່ຢູ່ຫ້ອງເຊົ່າ ໂດຍແມ່ນເຈົ້າຂອງກິດຈະການຫ້ອງເຊົ່າ ມີສ່ວນຮ່ວມໃນການຊ່ວຍເຫຼືອ. ກຸ່ມເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ ແລະ ການຊ່ວຍເຫຼືອ ແມ່ນຜູ້ອອກແຮງງານ ຢູ່ຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ, ຮ້ານສະປາ, ສະຖານທີ່ອອກກໍາລັງກາຍ, ສະຖານທີ່ຫຼີ້ນກິລາ, ຕະຫຼາດກາງຄືນ, ໂຮງງານຕັດຫຍິບ, ການບໍລິການທ່ອງທ່ຽວ, ໂຮງງານອື່ນໆ ແລະ ບັນດາໂຄງການໃຫຍ່ທີ່ມີຄວາມສ່ຽງໃນການລະບາດຂອງພະຍາດ ໂຄວິດ-19, ນອກນີ້ຍັງມີພາກສ່ວນເຮັດບໍລິການຂົນສົ່ງໂດຍສານ ເຊັ່ນ ລົດໂດຍສານ, ຕຸກໆ, ຈໍາໂບ້ ...

Read More »

ລັດຖະບານ ກຳລັງຄົ້ນຄວ້າຫຼຸດລາຄາໄຟຟ້າ – ນໍ້າປາປາຂອງຜູ້ຊົມໃຊ້

ນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ລັດຖະບານ ແຫ່ງ ສປປ ລາວ ໄດ້ເລັ່ງຄົ້ນຄວ້າ ແລະ ກຳນົດ ບັນດານະໂຍບາຍ ທາງດ້ານເສດຖະກິດ ທີ່ໄດ້ວາງອອກກ່ອນໜ້ານີ້ ໃຫ້ມີຄວາມແທດເໝາະກັບສະພາບຕົວຈິງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ຈາກການລະບາດຂອງພະຍາດ ໂຄວິດ-19 ເຊິ່ງປັດຈຸບັນນະໂຍບາຍນີ້ ສ່ວນຫຼາຍ ແມ່ນກໍາລັງຈັດຕັ້ງປະຕິບັດ ແລະ ມີຈຳນວນໜຶ່ງ ຢູ່ໃນຂັ້ນຕອນການຄົ້ນຄວ້າພິຈາລະນາ. ຫຼ້າສຸດໄດ້ນຳສະເໜີ ໃນກອງປະຊຸມຂອງຄະນະສະເພາະກິດ ດ້ານເສດຖະກິດເພື່ອແກ້ໄຂ ຜົນກະທົບການລະບາດ ພະຍາດ ໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນຄົ້ນຄວ້າ ແລະ ປັບປຸງຄືນໃໝ່ອີກຮອບ ແນໃສ່ໃຫ້ມີຄວາມເໝາະສົມກວ່າເກົ່າ ແລະ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃຫ້ໃຫ້ມີການຄົ້ນຄວ້າຜ່ອນຜັນເຊິ່ງປະກອບມີ: ລາຄາ ຕໍ່ເວລາໃນການຊຳລະຄ່າໄຟຟ້າ ແລະ ນໍ້າປະປາ ຂອງຜູ້ຊົມໃຊ້ຄົວເຮືອນ ແລະ ພາກທຸລະກິດ. ເຫັນດີໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດການປັບຫຼຸດ ອັດຕາດອກເບັ້ຍພື້ນຖານ ...

Read More »

ການຄ້າ ປັບໃໝຜູ້ນຳເຂົ້າຜ້າອັດປາກບໍ່ຖືກຕ້ອງ ແລະ ຂຶ້ນລາຄາສິນຄ້າຕາມລຳພັງໃຈ 29 ຫົວໜ່ວຍ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ມີການກວດກາປັບໃໝຜູ້ນຳເຂົ້າຜ້າອັດປາກ – ດັງບໍ່ຖືກຕ້ອງ ແລະ ຂຶ້ນລາຄາສິນຄ້າຕາມລຳພັງໃຈ 29 ຫົວໜ່ວຍ; ສ່ວນຕໍ່ໜ້າຈະສືບຕໍ່ກວດກາເຂັ້ມງວດເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ. ໃນກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດວຽກງານສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ, ວຽກງານອຳນວຍ ຄວາມສະດວກທາງດ້ານການຄ້າ, ວຽກງານສະເພາະກິດຕ້ານພະຍາດໂຄວິດ – 19 ແລະ ທິດທາງແຜນການຕໍ່ໜ້າ ທີ່ຈັດຂຶ້ນຢູ່ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ໃນວັນທີ 21 ເມສາ 2020. 1 ໄດ້ມີການລົງຕິດຕາມກວດກາລາຄາສິນຄ້າ, ການສວຍໂອກາດຂຶ້ນລາຄາສິນຄ້າ, ການກັກຕຸນສິນຄ້າ ຢູ່ບັນດາຕະຫຼາດ, ຫ້າງຮ້ານໃນ ນວ ສ່ວນຫຼາຍເຫັນວ່າມີການຂາຍສິນຄ້າຕາມລາຄາທີ່ລັດກໍານົດ ຫຼື ຂາຍສິນຄ້າໃນລາຄາຕາມກົນໄກຕະຫຼາດ, ມີລາຄາທີ່ສົມເຫດສົມຜົນບໍ່ເປັນການເອົາປຽບຜູ້ຊົມໃຊ້; ສ່ວນວຽກງານການສະໜອງສິນຄ້າໂດຍລວມແລ້ວ ການສະໜອງສິນຄ້າເຫັນວ່າສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ ແລະ ໄດ້ກວດກາພົບເຫັນການນຳເຂົ້າສິນຄ້າທີ່ບໍ່ມີເອກະສານອະນຸຍາດນຳເຂົ້າ ເຊັ່ນ: ຜ້າອັດປາກ – ດັງ ຈຳນວນ 5 ແກັດ, ເຈລລ້າງມື 47 ແກັດ ມີມູນຄ່າປະມານ ...

Read More »

ລັດກຳນົດ 9 ເງື່ອນໄຂ 6 ມາດຕາການ ໃຫ້ທຸລະກິດດຳເນີນກິດຈະການໄດ້ ໃນໄລຍະໂຄວິດ-19

ລັດກຳນົດ 9 ເງື່ອນໄຂ 6 ມາດຕາການ ສຳລັບພາກທຸລະກິດທີ່ຈະໃຫ້ສາມາດດຳເນີນກິດຈະການໄດ້ ໃນຊ້ວງໂຄວິດ-19 ລະບາດ.

Read More »

ການບິນລາວ!!! ກຽມເປີດເສັ້ນທາງບິນພາຍໃນປະເທດໃນວັນທີ 8 ພຶດສະພາ 2020

ເຖິງລູກຄ້າຂອງສາຍການບິນລາວທຸກທ່ານ,ພວກເຮົາຂໍແຈ້ງໃຫ້ທ່ານຊາບວ່າຈະໄດ້ເລີ່ມເປີດໃຫ້ບໍລິການຄືນສຳຫຼັບຖ້ຽວບິນສາຍພາຍໃນປະເທດນັບແຕ່ 08 ພຶດສະພາ 2020 ແລະ ເລີ່ມໃຫ້ບໍລິການຂາຍປີ້-ຈອງບ່ອນຕັ້ງແຕ່ວັນທີ່ 04 ພຶດສະພາ 2020 ເປັນຕົ້ນໄປ ຜ່ານທາງຫ້ອງຂາຍປີ້-ຈອງບ່ອນ ຫຼື ສາຍດ່ວນ 1626 ( ຖ້າຫາກມີການປ່ຽນແປງພວກເຮົາຈະແຈ້ງໃຫ້ຊາບຕາມພາຍຫຼັງ). Facebook/Instagram/Twitter/LinkedIn : Lao Airlines www.laoairlines.com

Read More »

ໃຜຕົກວຽກຂໍເງິນປະກັນສັງຄົມຄືນໄດ້ ແຕ່ຕ້ອງມີເງື່ອນໄຂຕາມນີ້…..

ພວກເຮົາຮັບຮູ້ກັນດີວ່າ ໂຄວິດ19 ນັ້ນໄດ້ສົ່ງຜົນກະທົບບໍ່ໜ້ອຍເລີຍຕໍ່ມະນຸດເງິນເດືອນ ເພາະວ່າເກືອບທຸກຄົນໄດ້ຢຸດວຽກ, ຫຼາຍບໍລິສັດຫ້າງຮ້ານໄປບໍລອດຍ້ອນບໍ່ມີເງິນເຂົ້າ ແລະບໍ່ມີຫຍັງມາຈ່າຍເງິນເດືອນພະນັກງານຈຳເປັນຕ້ອງໂຈະທຸລະກິດ ຄົນກຸ່ມທີ່ຖືກໂຈະການເຮັດວຽກນີ້ຄືຜູ້ວ່າງງານ ເມື່ອວ່າງງານແລ້ວຖ້າເປັນສະມາຊິກອົງການກັນປະກັນສັງຄົມກໍດີແດ່ ຄືຈະສາມາດຂໍເງິນອຸດໜູນວ່າງງານໄດ້. ເງື່ອນໄຂຂອງຜູ້ສາມາດຂໍເງິນອຸດໜູນວ່າງງານບໍ່ມີຫຍັງຊັບຊ້ອນ ພຽງແຕ່ຕ້ອງເປັນຜູ້ທີ່ໄດ້ຈ່າຍເງິນສົມທົບ 12 ເດືອນຂຶ້ນໄປ (ໝາຍເຖິງຜູ້ທີ່ໄດ້ເຂົ້າເປັນສະມາຊິກອົງການປະກັນສັງຄົມ) ແລະ ວ່າງງານຍ້ອນທຸລະກິດທີ່ເຮັດຢູ່ລົ້ມລະລາຍ, ຢຸດເຊົາກິດຈະການ, ສິ້ນສຸດໂຄງການຊ່ວຍເຫຼືອ ເພື່ອການພັດທະນາ, ວ່າງງານຍ້ອນຢຸດຊົ່ວຄາວເນື່ອງຈາກຜົນກະທົບໄພພິບັດ, ວ່າງຍ້ອນຫຼຸດຈຳນວນແຮງງານ ຫຼື ລະດົມໃຫ້ອອກວຽກ. ຈາກນີ້ຜູ້ຮ້ອງຂໍເງິນອຸດໜູນຕ້ອງມີເອກະສານຢັ້ງຢືນຈາກຫົວໜ່ວຍແຮງງານທີ່ຖືກຕ້ອງ, ວ່າງງານ 30 ວັນຂຶ້ນໄປມີການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ທີ່ສຳຄັນມີສຸຂະພາບແຂງແຮງດີ ແລະສາມາດກັບຄືນສູ່ຕະຫຼາດແຮງງານໄດ້. ສອບຖາມລາຍລະອຽດໄດ້ທີ່: ເພສ ປະກັນສັງຄົມແຫ່ງຊາດ ລີ້ງນີ້ເລີຍ ຫຼືໂທ 1508 ທີ່ມາ: ຄິດອອກ

Read More »

ລວມຍອດມູນຄ່າຊ່ວຍເຫຼືອ ຈາກສັງຄົມແກ່ລັດຖະບານລາວ ເພື່ອຕ້ານໂຄວິດ-19

ພາຍຫຼັງທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສະເພາະຢູ່ ສປປ ລາວ ເຮົາເອງ ກໍ່ໄດ້ມີ ຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍໄດ້ມີນໍ້າໃຈບິແບ່ງຊັບສິນສ່ວນຕົວປະກອບສ່ວນຊ່ວຍເຫຼືອໃຫ້ລັດຖະບານ ເພື່ອນໍາໄປໃຊ້ເຂົ້າໃນວຽກງານເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19.   ໃນໂອກາດເຂົ້າຮ່ວມຖະແຫຼງຂ່າວຮ່ວມຄະນະສະເພາະກິດ ທີ່ກະຊວງສາທາລະນະສຸກ, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ມາຮອດວັນທີ 16 ເມສາ 2020 ລັດຖະບານໄດ້ອະນຸມັດເງິນແຮສຸກເສີນ 2 ຄັ້ງລວມມູນຄ່າ 30 ຕື້ກີບ ເພື່ອໄປຊື້ອຸປະກອນການແພດ, ຜ້າປິດປາກ-ດັງ, ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸປະກອນການແພດອື່ນໆ ພ້ອມຈ່າຍໃຫ້ນະຄອນຫຼວງ ແລະ ບັນດາແຂວງນຳໃຊ້ເຂົ້າໃນວຽກງານດັ່ງກ່າວ. ທ່ານກ່າວຕື່ມວ່າ: ສຳລັບບ້ວງເງິນທີ່ໄດ້ຮັບຈາກການຊ່ວຍເຫຼືອຂອງອົງການຈັດຕັ້ງລັດ, ພາກສ່ວນຕ່າງໆຂອງສັງຄົມນັບແຕ່ 19 ກຸມພາ ເຖິງວັນທີ 16 ເມສາ 2020 ລັດຖະບານໄດ້ຮັບການຊ່ວຍເຫຼືອເປັນເງິນ ດັ່ງນີ້: ເປັນສະກຸນເງິນກີບ ຈຳນວນ 7,12 ຕື້ກວ່າກີບ; ໂດລາສະຫະລັດ ຈຳນວນ ...

Read More »