ເມືອງສີໂຄດ ເພີ່ມຄວາມເຂັ້ມງວດໃນການສັນຈອນ ເພື່ອປ້ອງກັນພະຍາດໂຄວິດ-19

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ, ປກສ ບ້ານ ແລະ ຄະນະຮັບຜິດຊອບຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເອົາໃຈໃສ່ປະຕິບັດໜ້າທີ່ໃນການປ້ອງກັນພະຍາດໂຄວິດ-19 ໂດຍມີການກວດກາປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນຢ່າງລະອຽດ ເພື່ອບໍ່ໃຫ້ເດີນທາງອອກຈາກເຮືອນ ໂດຍບໍ່ມີຈຸດປະສົງທີ່ຈຳເປັນ ຫຼື ໄປວຽກຊ່ວຍທາງລັດຖະການ.

ໃນໂອກາດດຽວກັນນັ້ນ, ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນຢູ່ເຮືອນຕົນເອງ ເພື່ອຄວາມປອດໄພຂອງຕົນເອງ ແລະ ຄອບຄົວ. ກໍລະນີ້, ມີຜູ້ຝ່າຝືນກັບຄຳສັ່ງແມ່ນຈະຖືກດຳເນີນຄະດີຕາມກົດໝາຍ.

ສະນັ້ນ, ຂໍຮຽກຮ້ອງໃຫ້ປວງຊົນລາວທັງຊາດ ຈົ່ງຮ່ວມແຮງຮ່ວມໃຈສາມັກຄີກັນປະຕິບັດຕາມຄຳແຈ້ງເຕືອນຂອງລັດຖະບານຢ່າງເຂັ້ມງວດ.

ທີ່ມາ: ຂ່າວຄວາມສະຫງົບ

Comments