ຫວຽດນາມ ຊ່ວຍເຫຼືອອຸປະກອນການແພດ ຕ້ານພະຍາດໂຄວິດ-19 ແກ່ລາວ

ໃນວັນທີ 4 ເມສາ 2020 ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ. ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ: ຜ້າອັດປາກ 330.000 ອັນ, ຊຸດກັນພະຍາດ 1.000 ຊຸດ, ເຄື່ອງຈັກທີ່ຈຳເປັນ 3 ເຄື່ອງ ແລະ ອຸປະກອນການແພດອື່ນໆ ລວມມູນຄ່າຫຼາຍກວ່າ 300.000 ໂດລາສະຫະລັດ.

ໃຫ້ກຽດຕາງໜ້າມອບໂດຍ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.


ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມອບອຸປະກອນການແພດທີ່ຈຳເປັນໃນຄັ້ງນີ້ ເພື່ອມາຊ່ວຍ ສປປ ລາວ ໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຢ່າງທັນການ. ພ້ອມໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາອຸປະກອນດັ່ງກ່າວ ນຳໃຊ້ໃຫ້ຖືກເປົ້າໝາຍ, ມີປະສິດທິຜົນສູງສຸດ ແລະ ທົ່ວເຖິງ.
ເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ມາຮອດສະໜາມບິນສາກົນວັດໄຕ ຫຼັງທ່ຽງຄືນຂອງວັນທີ 3 ເມສາ 2020 ໂດຍສາຍການບິນພິເສດຂອງຫວຽດນາມ, ທັງໝົດນີ້ ເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.


ຂ່າວ: ສິງຄຳ ພາບ:ຂັນໄຊ

Comments