ສູນກາງຊາວໜຸ່ມມອບເຄື່ອງການແພດໃຫ້ໂຮງໝໍ 3 ແຫ່ງ

ໃນຕອນບ່າຍຂອງວັນທີ 6 ເມສາ 2020 ການນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ທ່ານອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍຄະນະສະເພາະກິດ ສຊປລ ໄດ້ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງໝໍ 3 ແຫ່ງຄື: ໂຮງໝໍ 103, ໂຮງໝໍມິດຕະພາບ 150 ຕຽງ,​ ໂຮງໝໍປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ( ສົມສະຫງ່າ )​ ລວມມູນຄ່າທັງໝົດ 42,350,000 ກີບ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້: ປະກອບມີຜ້າປິດປາກ, ນໍ້າຢາລ້າງມື, ນໍ້າຢາຂ້າເຊື້ອ, ເຄື່ອງສີດຢາຂ້າເຊື້ອ,​ ການມອບເຄື່ອງໃນຄັ້ງນີ້ເພື່ອເປັນການປະກອບສ່ວນເຂົ້າໃນການຕ້ານພະຍາດໂຄວິດ – 19 ແລະ ເພື່ອເປັນການຄໍານັບຮັບຕ້ອນວັນສ້າງຕັ້ງ ຄຊປປລ ຄົບຮອບ 65 ປີ, ພ້ອມນັ້ນກໍເປັນການເພີ່ມທະວີຄວາມສາມັກຄີ,​ ສຶກສາອົບຮົມ,​ ປູກຈິດສຳນຶກໃຫ້ແກ່ຊາວໜຸ່ມ – ເຍົາວະຊົນ ໄດ້ຮັບຮູ້,​ ເຂົ້າໃຈຕໍ່ແນວທາງນະໂນບາຍຂອງພັກ -​ລັດຖະບານ,​ ການມີສະຕິຊາດ,​ ມີສະຕິຕໍ່ກົດໝາຍ,​ ມີສະຕິຕໍ່ການຈັດຕັ້ງ,​ ມີຄວາມຮັບຜິດຊອບສູງ ແລະ ມີສະຕິຕໍ່ສັງຄົມ,​ກຳແໜ້ນ ແລະ ເປັນແບບຢ່າງຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 06/ນຍ ແລະ ເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງກະຊວງປ້ອງກັນຄວາມສະຫງົບ ຄົບຮອບ 59 ປີ

.
ຂ່າວ: ຂັນໄຊ

ທີ່ມາ: ຂ່າວສານປະເທດລາວ.

Comments