ທະນາຄານໂລກ ອະນຸມັດ​ງົບ​ປະມານ​ສຸກ​ເສີນ​ແກ່ ສປປ ລາວ ເພື່ອ​ຕອບ​ໂຕ້​ກັບ​ໄວຣັດ​ໂຄ​ວິດ-19 ​

​ໃນ​ວັນ​ທີ 7 ​ເມສາ 2020 ທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ອະນຸມັດງົບປະມານຈຳນວນ 18 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍ ໃນການຕອບໂຕ້ ແລະ ຮັບມື ກັບການລະບາດ ຂອງ​ໄວຣັດໂຄວິດ-19 ກໍຄື ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໃກ້ຊິດ ກັບຜູ້ຕິດເຊື້ອ, ການ ຄຸ້ມຄອງກໍລະ ນີຜູ້ຕິດເຊື້ອ ແລະ ການສື່ສານ, ທັງການໃຫ້ຄວາມຮູ້ກ່ຽວ ກັບການລະບາດ ຂອງພະຍາດ ດັ່ງກ່າວ. ໂຄງການນີ້ ຍັງຈະຊ່ວຍຍົກລະດັບ ຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການ ປິ່ນປົວຂອງທີມແພດໝໍ ຂອງ ສປປ ລາວ ອີກດ້ວຍ.

 
ທ່ານນາງ ມາຣຽມ ເຊີຣ໌ແມນ, ອຳ​ນວຍ​ການທະນາຄານໂລກ ປະຈໍາປະເທດ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ “ດ້ວຍການປະຕິບັດມາດຕະການການສະກັດກັ້ນທີ່ຕື່ນຕົວ ແລະ ເຄັ່ງຄັດ ຂອງລັດຖະບານລາວ ການສູນເສຍຊີວິດ ແລະ ຜົນກະທົບຕໍ່ເສດຖະກິດ ຈາກການລະບາດຂອງ ໂຄວິດ-19 ຈະເບົາບາງລົງ. ​ໄລຍະນີ້ ​ເປັນ​ໄລຍະ​ທີ່ສໍາຄັນທີ່ປະຊາຄົມສາກົນ ຈະຕ້ອງໄດ້ເຂົ້າ ມາຊ່ວຍ ສປປ ລາວ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບ ສາທາລະນະສຸກ ແລະ ເສີມສ້າງຄວາມອາດສາ ມາດໃນການຕອບໂຕ້.” ໂຄງການ​ດັ່ງກ່າວ, ໄດ້ຖືກຮ່າງຂຶ້ນມາພາຍໃຕ້ກອບ ການຊ່ວຍເຫລືອແບບຮີບດ່ວນ ຕໍ່ກັບການລະບາດຂອງພະຍາດໂຄວິດ-19 ຂອງທະນາຄານໂລກ ໃນທົ່ວໂລກ ​ຊຶ່ງຖືກອອກແບບມາເພື່ອ ຕອບສະໜອງຢ່າງຮີບດ່ວນ ຕໍ່ຄວາມຕ້ອງການໄລຍະສັ້ນ ແລະ ຊ່ວຍເຫລືອບັນດາປະເທດ ໃນການສ້າງ ລະບົບສາທາ ລະນະສຸກ ໃຫ້ມີຄວາມເຂັ້ມແຂງ ເພື່ອຮັບມືກັບເຫດສຸກເສີນໃນໄລຍະຍາວ.


ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ “ລັດຖະບານ ສປປ ລາວ ຕີລາຄາສູງ ຕໍ່ການຊ່ວຍເຫລືອຢ່າງ​ທັນ​ການຂອງທະນາຄານໂລກໃນຄັ້ງນີ້ ຊຶ່ງເປັນການຊ່ວຍໃຫ້ ລະບົບສາທາລະນະສຸກ ພາຍໃນປະເທດມີຄວາມເຂັ້ມແຂງ ພ້ອມທັງເປັນອີກ ກຳລັງແຮງໜຶ່ງຊຸກຍູ້ ການຕອບໂຕ້ ແລະ ຄວບຄຸມການແຜ່ລະພາດຂອງ covid-19 ຊຶ່ງລັດ​ຖະ​ບານ ສ​ປ​ປ ລາວ ພວມວ​າງ​ມາດ​ຕະ​ການ​ ທີ່​ຈຳ​ເປັນ​ ເພື່ອ​ຮັບ​ມືກັບໂລກ​ລະ​ບາດນີ້”

ທີ່ມາ: ຂ່າວສານປະເທດລາວ

Comments