ກະຊວງປ້ອງກັນຫວຽດນາມແຕ່ງຊ່ຽວຊານໄປຊ່ວຍ ສປປ ລາວ ຕ້ານພະຍາດໂຄວິດ-19

 ຕາມຂ່າວສານ ຫວຽດນາມ, ວັນທີ 7 ເດືອນເມສາ, ພິທີຕ້ອນຮັບ ຊ່ຽວຊານ ການແພດ ຂອງ ກະຊວງປ້ອງກັນ ຫວຽດນາມ ໄປ ສປປ ລາວ ເພື່ອຊ່ວຍແນະນຳ ແລະ ແລກປ່ຽນບົດຮຽນ ໃນການ ປ້ອງກັນ ພະຍາດ ລະບົບ ທາງເດີນ ຫາຍໃຈ ເຊື້ອໄວຣັດ ສາຍພັນໃໝ່ ໂຄວິດ-19 ແລະ ພິທີການມອບ ອຸປະກອນ ການແພດ ໂດຍມີ ມູນ ຄ່າ ຫຼາຍກວ່າ 3 ຕື້ດົງ (ສະກຸນເງິນ ຫວຽດນາມ) ຂອງກະຊວງ ປ້ອງກັນ ປະເທດ ຫວຽດນາມ ຊ່ວຍເຫຼືອ ກະຊວງ ປ້ອງກັນ ປະເທດລາວ ເພື່ອປ້ອງກັນ ພະຍາດນີ້ ໄດ້ຈັດຂຶ້ນ ຢູ່ ດ່ານ CauTreo  ແຂວງຮ່າຕິງ ປະເທດຫວຽດນາມ.

ຝ່າຍຫວຽດນາມ ນຳໂດຍ ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ, ຮອງຫົວໜ້າ ກົມໃຫ່ຍ ເສນາທິການ ເປັນຕົວແທນ ກົມໃຫຍ່ ພາລະທິການ, ກອງບັນຊາການ ທະຫານເຂດ 4, ຄະນະ ກຳມະການ ປະຊາຊົນ ແຂວງຮ່າຕິງ.  ສ່ວນຝ່າຍລາວນຳ ໂດຍ ທ່ານ ພົນຈັດຕະວາ ວໍລະສານ ວິລາດາວົງ, ຮອງຫົວໜ້າກົມໃຫຍ່ການເມືອງ, ກອງທັບ ປະຊາຊົນລາວ,​ ເປັນຕົວແທນ ຫ້ອງການ ກະຊວງປ້ອງກັນ ປະເທດລາວ;​  ກົມໃຫຍ່ແພດທະຫານ.

ໃນພິທີດັ່ງກ່າວ,​ ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ ໄດ້ມອບ ອຸປະກອນ ການແພດ ປະກອບດ້ວຍ ຜ້າປິດປາກແພ 100.000 ອັນ, ຜ້າປິດປາກ ການແພດ 30.000 ອັນ, ຊຸດເຄື່ອງນຸ່ງ ປ້ອງກັນ 2.000 ຊຸດ, ນ້ຳຢາເຈວ ລ້າງມື ຂ້າເຊື້ອ 5.000 ຂວດ,​ ເຄື່ອງຊິດຢາ Semco 10 ຖັງ, ເຄື່ອງຈັກ ພົ່ນນ້ຳຢາ 5 ເຄື່ອງ , ຄໍລຣິນ 500 ກິໂລກຣາມ ແລະ ປື້ມຄູ່ມື ຖາມ-ຕອບ ກ່ຽວກັບ ພະຍາດນີ້ ແລະ ຊຸດກວດຂັ້ນຕອນ ການປ້ອງກັນ ພະຍາດ ໂຄວິດ-19 ໂດຍມີ ມູນຄ່າ ຫລາຍກວ່າ 3 ຕື້ດົງ. ບັນດາ ອຸປະກອນ ການແພດ ແລະ  ເຄື່ອງມື ດັ່ງກ່າວ ໂດຍແມ່ນ ຫວຽດນາມ ເປັນຜູ້ຜະລິດດ້ວຍຕົນເອງ ແລະ ພວມນຳໃຊ້ ຢ່າງກວ້າງຂວາງ ພາຍໃນປະເທດ.

ທ່ານ ພົນຈັດຕະວາ ຫງວຽນຮຸ່ງຖັງ ໄດ້ເນັ້ນໜັກ ວ່າ ເຖິງແມ່ນວ່າ ຫວຽດນາມ ມອບອຸປະກອນ ການແພດ ດັ່ງກ່າວ ໃຫ້ແກ່ຝ່າຍ ລາວບໍ່ຫຼາຍ ເມື່ອທຽບໃສ່ ຄວາມຕ້ອງການ ຂອງຝ່າຍລາວ ແຕ່ເປັນ ສິ່ງດີທ່ີສຸດ ທ່ີພັກ-ລັດຖະບານ ແລະ ກອງທັບ ປະຊາຊົນ ຫວຽດນາມ ໄດ້ມອບໃຫ້ໃນໄລະຍະນີ້. ໄປພ້ອມກັບ ການຊ່ວຍເຫຼືອ ໃນເບື້ອງຕົ້ນນີ້, ກອງທັບ ປະຊາຊົນ ຫວຽດນາມ ກຽມພ້ອມ ຊ່ວຍເຫຼືອ ສປປລາວ ໃນການແລກປ່ຽນ ບົດຮຽນ ກັບ ປະເທດ ເພື່ອນ ບ້ານລາວ ກ່ຽວກັບ ການຈັດຕັ້ງ ປະຕິບັດ, ບົດຮຽນ ໃນການປ້ອງກັນ ພະຍາດໂຄວິດ-19  ໃນກອງທັບ ແລະ ເຂົ້າ ຮ່ວມປ້ອງກັນ ພະຍາດ ໃນຂອບເຂດ ທົ່ວປະເທດ.

ການເຄື່ອນໄຫວ ປະຕິບັດ ໃນຄັ້ງນີ້ ແມ່ນພາຍໃຕ້ ການຊີ້ນຳ ຂອງທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະ ມົນຕີ ແລະ ກະຊວງປ້ອງກັນ ປະເທດຫວຽດນາມ. ບັນດາກົມກອງ ແລະ ໜ່ວຍງານ ຂອງ ກະຊວງປ້ອງກັນ ປະເທດ ຫວຽດນາມ ກຽມພ້ອມ ແຕ່ງຄະນະ ຊ່ຽວຊານ ໄປຊ່ວຍເຫລືອ ສປປລາວ ເມື່ອມີຄວາມຈຳເປັນ.

ທີ່ມາ: ຂ່າວສານປະເທດລາວ

Comments