ຂ່າວ ພາຍໃນປະເທດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 3 ປີ 2020 ບັນລຸໄດ້ປະມານ 804 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 3 ບັນລຸໄດ້ປະມານ 804 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 343 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 461 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 118 ລ້ານໂດລາສະຫາລັດ.      ໝວດສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 343 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້າສົ່ງອອກຫຼັກ ແລະ ມີມູນຄ່າປະມານເຊັ່ນ: ແຮ່ທອງ ມີມູນຄ່າ 37 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າ 25 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າ 18 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າ 24 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…) ມີມູນຄ່າ 19 ລ້ານໂດລາສະຫະລັດ, ...

Read More »

ຂ່າວດີ❗️ຜູ້ຕິດໂຄວິດ-19 ໃນລາວ ອອກໂຮງຫມໍເພີ່ມອີກ 1 ຄົນ 16/4/2020

ຂ່າວດີ❗️ຜູ້ຕິດໂຄວິດ-19 ໃນລາວ ອອກໂຮງຫມໍເພີ່ມອີກ 1 ຄົນ ວັນທີ 16/4/2020 ນາງ ສິລິວັນ ສີສົມບັດ ( ກໍລະນີທີ 14 ) ອາຍຸ 20 ປີ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນເຂົ້າໂຮງໝໍວັນທີ 7.4.2020 ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍ ວັນທີ 16.4.2020

Read More »

ຄຳຖະແຫຼງ ຂອງນາຍົກລັດຖະມົນຕີ ​ກ່ຽວກັບສະພາບການສະກັດ​ກັ້ນ ​ແລະ ຕ້ານ​ການ​ແຜ່​ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນພຸດ,​ ວັນທີ 15 ເມສາ 2020, ທີ່ ຫສນຍ         ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ ທີ່ເຄົາລົບຮັກ ທັງຫຼາຍ.  ມື້ນີ້, ວັນທີ 15 ເມສາ ປີ 2020 ກົງກັບແຮມ 8 ຄໍ່າ ເດືອນ 5 ພສ 2563 ແມ່ນມື້ເນົາຂອງປີໃໝ່ (ປີຊວດ) ຂອງຊາດລາວເຮົາ. ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບພີ່ນ້ອງຮ່ວມຊາດ ໃນທົ່ວປະເທດ, ຮັບເອົາພອນໄຊອັນປະເສີດ (ທີ່ເຕັມໄປດ້ວຍຄວາມສາມັກຄີ ຮັກແພງອັນອົບອຸ່ນ, ຄວາມໂອບເອື້ອອາລີ, ແລະ ຄວາມຫ່ວງໄຍ ອັນເລິກເຊິ່ງ) ຈາກ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ທີ່ເຄົາລົບຮັກ ຂອງປະຊາຊົນລາວ ທົ່ວປະເທດ. ຄຳອວຍພອນນັ້ນ ໄດ້ກາຍເປັນກຳລັງໃຈອັນແຮງກ້າ ປຸກລະດົມ ໃຫ້ແກ່ພີ່ນ້ອງຊາວລາວ, ເຊື້ອຊາດລາວທຸກໆຄົນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ  ກ້າວຂຶ້ນຜ່ານພົ້ນ ...

Read More »

ຊົມເຊີຍ!!! ແພດຫມໍລາວ ປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ໃຫ້ກັບບ້ານໄດ້ເປັນຄົນທຳອິດຂອງປະເທດ

ທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ຢືນຢັນໃນວັນທີ 14 ເມສາ 2020 ນີ້ວ່າ: ຜ່ານການປິ່ນປົວ ແລະ ຕິດຕາມຄົນເຈັບທີ່ຕິດເຊື້ອທັງໝົດ 19 ຄົນນັ້ນ, ຜົນກວດວິເຄາະຜູ້ຕິດເຊື້ອ ກໍລະນີທີ 12 ນາງ ເພັດມະລີ ມົງຄົນວິໄລ ອາຍຸ 20 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ອອກມາເປັນລົບທັງ 2 ຄັ້ງ ພາຍໃນ 24 ຊົ່ວໂມງ, ເຊິ່ງຖືວ່າປິ່ນປົວດີ ແລະ ສາມາດອອກຈາກໂຮງໝໍໄດ້ແລ້ວ ແຕ່ຜູ້ກ່ຽວຕ້ອງໄດ້ຕິດຕາມຕົນເອງຢູ່ບ້ານ ໂດຍປະຕິບັດຕາມມາດຕະການຄວບຄຸມການຕິດເຊື້ອ, ການໃສ່ຜ້າອັດປາກ-ດັງ, ຫຼຸດຜ່ອນການສຳຜັດກັບຄົນໃນຄອບຄົວ ແລະ ສະພາບແວດລ້ອມ ແລະ ຈຳກັດການຢູ່ຮ່ວມກັນກັບຄອບຄົວ ພາຍໃນ 14 ວັນ ແມ່ນຈະໄດ້ກັບມາກວດຢັ້ງຢືນຄືນເຊື້ອໄວຣັດທີ່ຫາຍໄປແລ້ວນັ້ນວ່າມັນຫາຍດີ 100% ແທ້, ຈາກນັ້ນແພດຈຶ່ງອະນຸຍາດໃຫ້ດໍາລົງຊີວິດແບບປົກກະຕິທົ່ວໄປ. ທ່ານ ດຣ ສະໜອງ ທອງຊະນະ ຍັງໃຫ້ຮູ້ອີກວ່າ: ສຳລັບຜູ້ຕິດເຊື້ອທີ່ເຫຼືອນັ້ນ, ມີຈຳນວນໜຶ່ງຈະໄດ້ກວດຄືນ ແລະ ພວກເຮົາອາດຈະໄດ້ຮັບຂ່າວດີໄປເລື້ອຍໆ ...

Read More »

ຂ່າວດີ !!! ໄລຍະພັກບຸນປີໃໝ່ນີ້ ຫົວໜ່ວຍທຸລະກິດ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ !!!

ກະຊວງແຮງງານ ແລະ ສະຫວັດດີການ ອອກແຈ້ງການ ເລກທີ 1114/ຮສສ, ນະຄອນຫຼວງວຽງຈັນ,​ ວັນທີ 11 ເມສາ 2020​ ເຖິງພະແນກແຮງງານ ແລະ ສະຫວັດດີການແຂວງ ແລະ ນະຄອນຫຼວງວຽງຈັນ ເລື່ອງການຈັດຕັ້ງປະຕິບັດມາດຕະການແຮງງານ ເພື່ອປ້ອງກັນແລະ ຄວມຄຸມການແຜ່ລະບາດພະຍາດໂຄວິດ-19. ໃນຊ່ວງໄລຍະພັກບຸນປີໃໝ່ລາວປີນີ້ ແຕ່ວັນທີ 13-19 ເມສາ 2020​, ຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ, ຖ້າຫົວໜ່ວຍແຮງງານ ໃດມີຜູ້ອອກແຮງງານພັກເຊົາຢູ່ໃນຫໍພັກ ກໍໃຫ້ມີການຄຸ້ມຄອງຢ່າງເອົາໃຈໃສ່ ໂດຍໃຫ້ມີການແຕ່ງຕັ້ງຜູ້ຮັບຜິດຊອບຕິດຕາມດູແລ ຜູ້ອອກແຮງງານດັ່ງກ່າວ ເພື່ອໃຫ້ປະຕິບັດຕາມລະບຽບ ການຂອງຂັ້ນເທິງຢ່າງເຂັ້ມງວດ ອ່ານລາຍລະອຽດຂອງແຈ້ງການລຸ່ມນີ້

Read More »

ດ່ວນທີ່ສຸດ!!! ຫ້າມຈຳໜ່າຍ ເຫຼົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ໄລຍະບຸນປີໃໝ່ລາວ

Read More »

ແຂວງບໍ່ແກ້ວ!!! ສະກັດກັ້ນສິນຄ້າພືດຜັກນຳເຂົ້າ ເພື່ອສົ່ງເສີມຜະລິດຢູ່ພາຍໃນ

ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ ທັງຮັບປະກັນໃຫ້ແກ່ການບໍລິໂພກພາຍໃນແຂວງບໍ່ແກ້ວ ຫຼື ສົ່ງອອກໃຫ້ນັບມື້ນັບເພີ່ມຂຶ້ນ ຫ້ອງວ່າການແຂວງບໍ່ແກ້ວ ຈຶ່ງໄດ້ອອກແຈ້ງການແນະນຳເຖິງ ສະພາປະຊາຊົນແຂວງ, ຫົວໜ້າພະແນກອ້ອມຂ້າງແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນແຂວງດັ່ງນີ້: ຫ້າມນຳເຂົ້າສິນຄ້າປະເພດພືດຜັກຕ່າງໆ ຈາກຕ່າງປະເທດ ແລ້ວຫັນມາສົ່ງເສີມ ໃຫ້ປະຊາຊົນ ແລະ ກຸ່ມການຜະລິດ ຕະຫຼອດຮອກທຸກພາກສ່ວນ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ ສົ່ງເສີມ ທຸກພາກສ່ວນໃນການປູກ,​ການລ້ຽງ, ຕິດພັນກັບການຈັດຕັ້ງກຸ່ມຜະລິດ ໃຫ້ມີຈຳນວນເພີ່ມຂຶ້ນ ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈັດຕັ້ງກຸ່ມເກັບຊື້ ພ້ອມທັງຊອກຕະຫຼາດທີ່ແນ່ນອນເພື່ອຮອງຮັບຜົນຜະລິດຂອງປະຊາຊົນ ໄລຍະການປະຕິບັດວຽກງານຕົວຈິງ ຫາກມີຂໍ້ສະດວກ ຫຼື ຂໍ້ຫຍຸ້ງຍາກ ແມ່ນໃຫ້ລາຍງານ ຂໍທິດຊີ້ນຳຈາກຂັ້ນເທີງເພື່ອມີທິດທາງໃນການແກ້ໄຂຊ່ວຍ.

Read More »

ລັດຖະບານ ໄດ້ອອກຂໍ້ຕົກລົງ ໃຫ້ຫຼຸດລາຄາ ແລະ ຕໍ່ເວລາການຈ່າຍຄ່ານໍ້າຄ່າໄຟ ແກ່ປະຊາຊົນ ໄດ້ຮັບປະຕິບັດກັນແລ້ວບໍ່?

ໃນໄລຍະຜ່ານມາ ມີຫາງສຽງຈາກປະຊາຊົນຈໍານນວນຫຼາຍ ກ່ຽວກັບການສະເໜີໃຫ້ລັດຖະບານຊ່ວຍພິຈາລະນາການຫຼຸດຜ່ອນລາຄາຄ່ານໍ້າ ຄ່າໄຟ ໃຫ້ແກ່ປະຊາຊົນ ໃນຊ່ວງໄລຍະທີ່ໂຄວິດ-19 ລະບາດ ເນື່ອງຈາກມັນກະທົບຕໍ່ເສດຖະກິດຂອງລາວໂດຍກົງ ເຮັດໃຫ້ຫຼາຍກິດຈະການບໍ່ສາມາດຂັບເຄື່ອນໄດ້ ປະຊາຊົນ ຫຼື ພະນັກງານທົ່ວໄປຂາດລາຍໄດ້ ບໍ່ມີລາຍຮັບເຂົ້າ. ເຊິ່ງ ກໍ່ໄດ້ມີຂໍ້ຕົກລົງຢ່າງເປັນທາງການຂອງທ່ານນາຍົກຕໍ່ກັບມາດຕະການໃນການແກ້ໄຂຜົນກະທົບຕໍ່ເສດຖະກິດລາວ ດ້ວຍນະໂຍບາຍຫຼາຍຢ່າງນໍາກັນ. ໜຶ່ງໃນນີ້ ໃນຂໍ້ ທີ 7  ແມ່ນໃຫ້ຄົ້ນຄວ້າ ຜ່ອນຜັນລາຄາ ແລະ ຕໍ່ເວລາໃນການຊໍາລະຄ່ານໍ້າຄ່າໄຟຟ້າ ຂອງຜູ້ຊົມໃຊ້ໃນຄົວເຮືອນ ແລະ ພາກທຸລະກິດ. ເຊິ່ງອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການກໍານົດນະໂຍບາຍ  ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19ຕໍ່ເສດຖະກິດຂອງລາວ ສະບັບເລກທີ 31/ນຍ, ລົງວັນທີ 2 ເມສາ 2020 ມີເນື່ອໃນນະໂຍບາຍດັ່ງລຸ່ມນີ້:

Read More »

5 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ໃຫ້ລັດຖະບານ ເພື່ອແກ້ໄຂບັນຫາໂຄວິດ-19

ໃນຕອນເຊົ້າຂອງມື້ນີ້ ວັນທີ 10 ເມສາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ໄດ້ມີ 5 ພາກສ່ວນ ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບໃຫ້ລັດຖະບານ ເພື່ອປະກອບສ່ວນຮັບມື ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ- 19 ໃນ ສປປ ລາວ. ກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ- 19, ໂດຍມີລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ຕາງໜ້າກະຊວງການເງິນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຜູ້ຕາງໜ້າຈາກທັງ 5 ພາກສ່ວນ ແລະ ພະນັກງານທີ່ກ່ຽວ ເຂົ້າຮ່ວມ. ບັນດາພາກສ່ວນທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ມີ: 1) ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງໜຸ່ມ ມອບເຄື່ອງກວດອຸ່ນຫະຮ່າງກາຍ ແລະ ຜ້າອະນາໄມອັດປາກ-ດັງ ມູນຄ່າ 214.000.000 ກີບ, ຊຶ່ງຕາງໜ້າມອບໂດຍທ່ານ ນາງ ...

Read More »

ເຄື່ອງວິເຄາະຫາເຊື້ອ ໂຄວິດ-19 ພ້ອມທີ່ຈະຮັບກວດຕົວຢ່າງຈາກ 4 ແຂວງພາກໃຕ້

ວັນທີ 10 ເມສາ 2020 , ໂຮງໝໍແຂວງຈຳປາສັກ ຮ່ວມກັບ ຊ່ຽວຊານທີ່ມາຈາກ ສປຈີນ ຊ່ຽວ ຊານມາຈາກສູນກາງ ກະຊວງສາທານະລະສຸກ ແລະ ຊ່ຽວ ຊານອົງການອະນາໄມໂລກ (WHO) ໄດ້ທຳການຕິດຕັ້ງປະກອບເຄື່ອງກວດ polymerase chain reaction (PCR) R (real-time) ເຄື່ອງກວດຊອກຫາເຊື້ອອັກເສບປອດ ຈາກເຊື້ອຈຸລະໂຣກສ່ຍພັນໃໝ່ (COVID-19) ເຊິ່ງພ້ອມຈະຮັບໃຊ້ໃນມໍ່ໆນີ້.   ເຄື່ອງທີ່ນໍາມາຕິດຕັ້ງຄັ້ງນີ້ເປັນເຄື່ອງຂະໜາດໃຫຍ່ທີສາມາດກວດໃດ້ເຖິງ 92 ຕົວຍ່າງອ່ານຜົນໃນເວລາ 120 ນາທີ ຈະສາມາດຮອງຮັບຕົວຢ່າງທີ່ສົ່ງມາຈາກ 4 ແຂວງພາກໃຕ້ໄດ້ ເຊິ່ງມັນຈະສາມາດກວດຈຳນວນຫຼາຍ ແລະ ສະດວກໃນການສົ່ງຕົວຢ່າງນໍາອີກ. ຂໍຂອບໃຈຂ່າວ ແລະຮູບຈາກ: VBSNews

Read More »