ຂ່າວ ພາຍໃນປະເທດ

ຄະນະສະເພາະກິດດ້ານເສດຖະກິດ ຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19…

ວັນທີ 13 ກໍລະກົດ 2020, ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນຂະຫຍາຍນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ແຈ້ງອອກເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງທຸກຂະແໜງການທີ່ກ່ຽວຂ້ອງ. ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນຈະໄດ້ສຸມໃສ່ການຕີລາຄາການປະເມີນຜົນກະທົບໃນໄລຍະຜ່ານມາວ່າ ໄດ້ມີການແກ້ໄຂຄືແນວໃດ ເພື່ອພ້ອມກັນຄົ້ນຄວ້າ ກຳນົດທິດທາງວຽກງານຈຸດສຸມ ໃນການຟື້ນຟູເສດຖະກິດຂອງ ສປປ ລາວ ໃນ 6 ເດືອນທ້າຍປີ ແລະ ໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ບັນດາຂະແໜງການຕ່າງໆ ໃຫ້ເອົາໃຈໃສ່ຄົ້ນຄວ້າປຶກສາຫາລືຕໍ່ບັນດານະໂຍບາຍ ແລະ ມາດຕະການຜ່ອນຜັນຕ່າງໆ ເພື່ອຫລຸດຜ່ອນຜົນກະທົບ, ຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ການດຳເນີນທຸລະກິດຢູ່ພາຍໃນປະເທດ ເປັນຕົ້ນແມ່ນ: ການຊຳລະສະສາງພັນທະຕ່າງໆ, ການຫລຸດຜ່ອນຄ່າບໍລິການພາກສັງຄົມ ແລະ ປະຊາຊົນ, ການສະໜອງທຶນໃຫ້ແກ່ການດໍາເນີນທຸລະກິດຂະໜາດນ້ອຍ ແລະ ກາງ, ການຊຸກຍູ້ການຜະລິດກະສິກຳ, ການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ບັນຫາແຮງງານທີ່ກັບມາແຕ່ໄທ, ...

Read More »

ເປີດນຳໃຊ້ຫໍມູນເຊື້ອ ແລະ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຂອງແນວລາວສ້າງຊາດ…

ໃນວັນທີ 13 ກໍລະກົດ 2020 ສູນກາງແນວລາວສ້າງຊາດ ໄດ້ເປີດນຳໃຊ້ຫໍມູນເຊື້ອ ແນວລາວສ້າງຊາດຢ່າງເປັນທາງການ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຫລືແອັບ ໃນໂທລະສັບມືຖື ຂອງ ແນວລາວສ້າງຊາດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສຳຄັນຕ່າງໆຂອງຊາດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນ ກາງແນວລາວສ້າງຊາດ, ມີພັນລະຍາການນຳ ພ້ອມດ້ວຍພະນັກງານຫລັກແຫລ່ງ, ພະນັກງານບຳນານ ເຂົ້າຮ່ວມ. ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ຫໍ ມູນເຊື້ອແນວລາວສ້າງຊາດ ເປັນຕຶກເກົ່າແກ່ທີ່ມີຮູບຊົງສວຍງາມ ສ້າງຂຶ້ນໃນປີ 1902-1904 ເຊິ່ງ ໃນອາ ດີດເຄີຍເປັນທີ່ພັກອາໄສຂອງ ຄະນະນຳໃນເມື່ອກ່ອນ. ປັດຈຸບັນໄດ້ຮັບການປັບປຸງ, ສ້ອມແປງ ແຕ່ຮັກ ສາຮູບຊົງເດີ່ມ ພາຍໃນຫໍມູນເຊື້ອດັ່ງກ່າວ, ໄດ້ນຳເອົາວັດຖຸພັນຕ່າງໆ, ຮູບພາບ ແລະ ວິດີໂອ ການ ເຄື່ອນໄຫວຂອງການນຳ ໃນເມື່ອກ່ອນມາວາງສະແດງ. ນອກຈາກນີ້, ຍັງມີຫ້ອງອ່ານ, ຫ້ອງສາຍຮູບເງົາ ແລະ ອື່ນໆ ...

Read More »

ຮ່ວມກັນປະກອບສ່ວນ ເພີ່ມຈໍານວນ ສັດນໍ້າ-ສັດປ່າ ໃຫ້ອຸດົມສົມບູນ ດ້ານຊີວະນາໆພັນ…

ການປົກປັກຮັກສາສັດນໍ້າ-ສັດປ່າ ມັນແມ່ນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນ ຊຶ່ງໃນມື້ນີ້ ກໍ່ຄືກັນກັບທຸກປີຜ່ານມາ, ການນໍາພັກ-ລັດ ແລະ ປວງຊົນລາວທັງຊາດ ກໍ່ໄດ້ຮ່ວມໃຈກັນປ່ອຍສັດນໍ້າ, ໂດຍສະເພາະ ແມ່ນປາຊະນິດພັນຕ່າງໆ ແລະ ສັດປະເພດອື່ນໆ ທີ່ໄດ້ຈາກການເພາະພັນ, ຢຶດໄດ້ຈາກການຄ້າ-ຂາຍທີ່ຜິດກົດໝາຍ ຄືນສູ່ທຳມະຊາດ ເພື່ອເພີ່ມຈໍານວນຂອງສັດນໍ້າ ແລະ ສັດປ່າ ສ້າງຄວາມອຸດົມສົມບູນທາງດ້ານຊະນິດພັນ ທີ່ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດ ໃຫ້ໄດ້ຮັບການປົກປັກຮັກສາ ແລະ ຊົມໃຊ້ຢ່າງຍືນຍົງ ຊຶ່ງປີນີ້ ຕາມແຜນຂອງກະຊວງກະສິກຳ ແລະ ປ່າໄມ້ ແມ່ນຈະປ່ອຍປາໃຫ້ໄດ້ 55 ລ້ານໂຕ ລົງສູ່ແຫລ່ງນໍ້າທຳມະຊາດ, ໜອງ, ບຶງ, ອ່າງເກັບນໍ້າຕ່າງໆ ໃນຂອບເຂດທົ່ວປະເທດ. ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ຖືສຳຄັນຕໍ່ວຽກງານປົກປັກຮັກຊັບ ພະຍາກອນ ທຳມະຊາດ, ໂດຍສະເພາະຕໍ່ວຽກງານປົກປັກຮັກສາ ແລະ ອະນຸລັກສັດນໍ້າ ແລະ ສັດປາ ເພື່ອໃຫ້ທຳມະຊາດມີຄວາມອຸດົມສົມບູນ ແລະ ບໍ່ມີວັນບົກແຫ້ງ. ການກຳນົດເອົາວັນທີ 13 ກໍລະກົດ ເປັນວັນອະນຸລັກສັດນໍ້າ ແລະ ສັດປ່າ ຂອງ ສປປ ...

Read More »

ມາຮູ້ຈັກສັດນໍ້າ 5 ປະເພດຫວງຫ້າມ ຕາມກົດໝາຍຂອງລາວ…

ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ- ສັດປ່າແຫ່ງຊາດ, ວັນດັ່ງກ່າວຂອງທຸກປີ ມີຂະບວນການປ່ອຍປາ ສູ່ແຫລ່ງທໍາມະຊາດ ແມ່ນໍ້າລໍາເຊ ກໍ່ຄືຫ້ວຍຮ່ອງໜອງບຶງ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແຫລ່ງນໍ້າ. ປີ 2020ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ມີແຜນຈະປ່ອຍປາລົງສູ່ແຫລ່ງທໍາມະຊາດ ບໍ່ໃຫ້ຫລຸດ 55 ລ້ານໂຕ. ບົດນີ້ ຈຶ່ງນໍາເອົາປາ 5 ຊະນິດ ໃນອັນດັບຕົ້ນ ທີ່ນອນຢູ່ໃນບັນຊີ I ສັດນໍ້າ ແລະ ສັດປ່າ ຫລື ສັດປະເພດຫວງຫ້າມ ຕາມມະຕິຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາບັນຊີລາຍຊື່ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫລື ບັນຊີI ແລະ ປະເພດຄຸ້ມຄອງ ຫລື ບັນຊີII ສະບັບ ເລກທີ 81/ນຍ, ລົງວັນທີ 13/8/2008 ຄື: 1.ປາປຶກ, ມີຊື່ທາງວິທະຍາສາດແມ່ນ Pangasianodon gigas 2. ປາໄຫລໄຟຟ້າ, ມີຊື່ວິທະຍາສາດ Anguilla marmorata ...

Read More »

ລັດວາງ 8 ຂໍ້ຫ້າມ ຄຸ້ມຄອງສັດນໍ້າ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການນໍາກັນ

ເພື່ອໃຫ້ການຄຸ້ມຄອງສັດນໍ້າ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນໍ້າ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ. ກະຊວງ ກປ ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ: ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນໍ້າ, ...

Read More »

ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ຮ່ວມກັບ Katalyst Partners ແລະ DOSMEP, ກະຊວງອຸດສາຫະກຳ ແລະການຄ້າ ລົງນາມຮ່ວມມືກັນ ເພື່ອຊ່ວຍພັດທະນາ ແລະ ສະໜັບສະໜູນທຸລະກິດ SME ລາວ ໃຫ້ເຕີບໃຫຍ່

ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ໄດ້ລົງນາມຮ່ວມມືກັນກັບຄູ່ຮ່ວມທຸລະກິດ ໃນການພັດທະນາຄວາມສາມາດໃຫ້ກັບຂະແໜງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ຂະຫຍາຍຕົວ ແລະ ເຂົ້າເຖິງແຫຼ່ງທຶນຢ່າງມີປະສິດທິພາບ. ໂດຍການຮ່ວມມືກັນລະຫວ່າງ Katalyst Partners ແລະ ກົມສົ່ງເສີມວິສາຫະກກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະການຄ້າ ແລະ ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ປະກາດການລິເລີ່ມໃໝ່ – BizGrow ທີ່ມີຈຸດປະສົງເພື່ອສະໜັບສະໜູນ ທຸລະກິດຂະໜາດນ້ອຍຂອງລາວ ໃຫ້ເຕີບໃຫຍ່ຢ່າງມີຄວາມຮັບຜິດຊອບໂດຍຜ່ານ ໂຄງການການຝຶກອົບຮົມ ການສ້າງນະວັດຕະກຳໃໝ່ ໃຫ້ທຸລະກິດຂອງທ່ານກ້າວໄກ. ເຊິ່ງຈະຊ່ວຍໃຫ້ ຜູ້ປະກອບການໄດ້ທົບທວນຮູບແບບທຸລະກິດແລະ ເລືອກຮູບແບບລາຍໄດ້ຂອງຕົນເອງ. ທ່ານ ແອນໂທນີ ຊິນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານ ເຈແປນລາວ ໄດ້ກ່າວວ່າ: ພວກເຮົາເຊື່ອໃນຄຳເວົ້າທີ່ວ່າ “ ກະແສນໍ້າທີ່ສູງຂຶ້ນຍົກເຮືອທຸກລຳໄດ້ ” ທະນາຄານ ມາຣູຮານ ເຈແປນລາວ ຈຳກັດແມ່ນຢູ່ໃນຕໍາແໜ່ງ ສ້າງກະແສນໍ້າໃຫ້ສູງຂື້ນເພື່ອຍົກເຮືອ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທຸກລໍາໃຫ້ສູງຂຶ້ນ ...

Read More »

ນາຍົກລັດຖະມົນຕີ ເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ

 ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງ ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ເອົາ ໃຈໃສ່ຫລາຍບັນຫາເພື່ອຮັບປະກັນໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ. ທ່ານນາຍົກລັດຖະມົນຕີ ກ່າວໃນໂອກາດລົງເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ, ໃນວັນທີ 9 ກໍລະກົດ 2020 ເຊິ່ງໄດ້ສະແດງຄວາມຊົມເຊີຍເປັນພິເສດ ຕໍ່ບັນດາມາດຕະການໃນການປ້ອງກັນ, ແກ້ໄຂ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ຈົນໄດ້ຮັບໄຊຊະນະໃນເບື້ອງຕົ້ນ. ບັນຫາທີ່ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ປະກອບມີ: ການສ້າງຂະບວນການໃນການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ແລະ ກອງປະຊຸມໃຫຍ່ ນະຄອນຫລວງວຽງຈັນ ຄັ້ງທີ VII ໂດຍຖືເອົາການສືບຕໍ່ຮັກສາໄດ້ຄວາມມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ ເປັນບັນຫາໃຫຍ່ ແລະ ບັນຫາສຳຄັນ, ລວມທັງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດທາງທ້ອງຖະໜົນ, ໄພສັງຄົມ ແລະ ອື່ນໆ. ໃນຂະນະດຽວກັນ, ກໍໄດ້ເນັ້ນໃຫ້ມີການຊຸກຍູ້ສົ່ງເສີມຂະບວນການຜະລິດ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ກຸ້ມຢູ່ກຸ້ມກິນ ...

Read More »

ອັບເດດ ວັນທີ 9 ກໍລະກົດ ເສັັ້ນທາງພູເກົ້່າຫຼັກ ຍັງຜ່ານບໍ່ໄດ້….

ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2020 ຍັງບໍ່ສາມາດຜ່ານໄດ້ ເນື່ອງຈາກເຫດດິນເຈື່ອນທັບຕັນທາງໃນວັນທີ 4 ກໍລະກົດ ຜ່ານມາ. ດິນເຈື່ອນເຮັດໃຫ້ເສັ້ນທາງມີຕົມເປັນວົງກ້ວາງ ທີ່ຕ້ອງໃຊ້ເວລາໃນການຊ້ອມແປງ. ດັ່ງນັ້ນ, ຈຶ່ງແຈ້ງຂ່າວໃຫ້ທຸກຄົນ ທີ່ຈະເດີນທາງເສັ້ນນີ້ ໃຫ້ຫຼີກລ້ຽງກ່ອນ ເພື່ອຄວາມປອດໄພ ແລະ ບໍ່ເສຍເວລາ.

Read More »

ຈະປະກາດ!!! ປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ໃນວັນທີ 13 ກໍລະກົດ ນີ້…

ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຈະຮ່ວມກັບອົງການປົກຄອງແຂວງສະຫວັນນະເຂດ ຈັດພິທີປະກາດເຂດປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໃນວັນທີ 13 ກໍລະກົດ 2020 ນີ້ ເຊີ່ງກົງກັບວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ທີ່ສູນອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ, ເມືອງຊົນນະບູລີ ແຂວງສະຫວັນນະເຂດ ນັບແຕ່ປີ 2002 ຈົນມາຮອດປີ 2016 ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ໄດ້ໃຫ້ທຶນຊ່ວຍເຫລືອເພື່ອອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ, ຄຽງຄູ່ກັນນີ້ ໄດ້ສົມທົບກັບປະຊາຊົນ 16 ບ້ານພາຍໃນ 5 ເມືອງທີ່ກ່ຽວ ຂ້ອງໃນການປົກປັກຮັກສາເຂດປ່າໂຄກທີ່ເປັນຖິ່ນຢູ່ອາໃສຂອງໂອງ-ມັ່ງ ເຮັດໃຫ້ມາຮອດປັດຈຸບັນ ຈໍານວນໂອງ-ມັ່ງ ໄດ້ເພີ່ມຂຶ້ນເປັນເກືອບ 200 ໂຕ. ນອກຈາກນີ້ ໃນເຂດປ່າດັ່ງກ່າວ ຍັງມີນົກ 278 ຊະນິດ, ສັດລ້ຽງລູກດ້ວຍນໍ້ານົມ 67 ຊະ ນິດ, ສັດເລືອຄານ 47 ຊະນິດ, ສັດເຄີ່ງບົກ-ເຄີ່ງນໍ້າ 38 ຊະນິດ ແລະ ປາ 9 ຊະນິດ, ສ່ວນຕົ້ນໄມ້ ແລະ ພືດຊະນິດຕ່າງໆ ລວມມີ ...

Read More »

ໃນ 6 ເດືອນຕົ້ນປີ 2020ທີ່ຜ່ານມາ, ລັດວິສາຫະກິດ ໄຟຟ້າລາວ ສາມາດສ້າງລາຍຮັບໄດ້ເຖິງ 3.321 ຕື້ກີບ

ທ່ານ ຈັນທະ​ບູນ ສຸກ​ອາ​ລຸນ ຜູ້​ວ່າການ ອໍາ​ນວຍ​ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ ການຈັດຕັ້ງ​ປະຕິບັດ​ວຽກ​ງານ ປະຈຳ 6 ເດືອນ​ຕົ້ນ​ປີ​ວ່າ: ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2020 ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໄດ້​ມີ​ການ​ຮັບ​ຊື້​ພະລັງງານ​ຈາກ​ແຫຼ່ງ​ຜະລິດ​ພາຍ​ໃນ ລວມ​ທັງ​ນໍາ​ເຂົ້າ ແລະ ຜະລິດ​ເອງ ເທົ່າ​ກັບ 5.638 ລ້ານ kWh, ເປັນເງິນ 2.956 ຕື້​ກີບ, ທຽບໃສ່​ແຜນການເປັນ​ພະລັງງານເທົ່າ​ກັບ 91,11% ແລະ ເປັນ​ເງິນເທົ່າ​ກັບ 96,46% ລາຄາ​ສະເລ່ຍ ຊື້​ພະລັງງານ​ທັງ​ໝົດ ເທົ່າ​ກັບ 524,37 ກີບ/kWh. ໃນ​ນັ້ນ ພະລັງງານ​ທີ່ໄຟຟ້າ​ລາວ ຜະລິດ​ເອງ ຈໍາ​ນວນ 87 ລ້ານ kWh, ກວມ​ເອົາ​ 1,5% ຂອງ​ພະລັງງານ​ທັງ​ໝົດ, ຊື້​ຈາກ ຜ-ຟຟລ ຈໍາ​ນວນ 878 ລ້ານ kWh, ກວມ​ເອົາ​ 15,6%. ຊື້ ຈາກ IPP&SPP ຈໍາ​ນວນ 2.986 ...

Read More »