ຂ່າວ ພາຍໃນປະເທດ

ໄຟຟ້າລາວຂໍອະໄພ ແລະ ຊີ້ແຈງບິນຄ່າໄຟເດືອນ 07 …

ໃນວັນທີ 19/7/2020 ຜ່ານມາ ເພຈທາງການຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ອອກໂພດຂໍ້ຄວາມ ຂໍອະໄພ ແລະ ຂໍຊີ້ແຈງ ຄວາມບໍ່ເຂົ້າໃຈທີ່ເກີດຂື້ນໃນສັງຄົມກໍລະນີ ບິນຄ່າໄຟເດືອນ 07 ປະເພດທີ່ຢູ່ອາໃສ (ກຸ່ມລູກຄ້າທີ່ໃຊ້ພະລັງງານລະຫວ່າງ 151-461ກິໂລວັດໂມງ/ເດືອນ) ທີ່ມີການຄິດໄລ່ດ້ວຍຕົວຄູນ 710ກີບ/ກິໂລວັດໂມງ. ອີງຕາມ ແຈ້ງການ ເລກທີ 752/ຫສນຍ, ລົງວັນທີ 14.7.2020 ການປະຕິບັດນະໂຍບາຍຫລຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດ ຂອງພະຍາດ COVID-19 ນັບແຕ່ພະລັງງານໃຊ້ໄຟ ເດືອນ ເມສາ( ໃບບິນເດືອນ ພຶດສະພາ ) ຫາ ເດືອນ ທັນວາ 2020. ຂ່າວກ່ອນໜ້ານີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການກ່ຽວກັບທິດຊີ້ນຳຕໍ່ການປະຕິບັດນະໂຍບາຍ ຫລຸດລາຄາໄຟຟ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ດັ່ງນີ້: 1. ຫຼຸດຄ່າໄຟຟ້າແຕ່ເດືອນ 4-12 ປີ 2020 ທັງໝົດ 9 ເດືອນ. ການຄິດໄລ່ແບ່ງເປັນ 3 ປະເພດ ດັ່ງຕົວຢ່າງຂ້າງລຸ່ມ 2. ໃຫ້ໄລ່ລຽງຄືນເດືອນທີ່ຜ່ານມາແກ່ຜູ້ຊົມໃຊ້ ທີ່ຈ່າຍໄປແລ້ວ 3. ໃຫ້ປະເມີນຄືນຄ່າໄຟຟ້າ ແລ້ວສະເໜີໃຫ້ລັດຖະບານ ...

Read More »

65 ທຶນຮຽນຟຣີ ສຳລັບຄົນຈົບປະຖົມພ້ອມມີເບ້ຍລ້ຽງໃຫ້ …

ສຳລັບຄົນທີ່ສົນໃຈສຶກສາຮໍ່າຮຽນໃນວຽກງານອາຫານ, ການໂຮງແຮມ ແລະ ການບໍລິການ ສາມາດສະໝັດໄດ້ ເນື່ອງຈາກມີການປະກາດຮັບສະໝັກຜູ້ເຂົ້າຮ່ວມຮຽນຟຣີເຖິງ 65 ທຶນ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ ບຸລິມະສິດພິເສດຂໍຄົນທີ່ຈົບປະຖົມເທົ່ານັ້ນ ຂໍພຽງມີຄວາມຕັ້ງໃຈ ແລະ ຕ້ອງການສຶກສາມັກຮັກໃນສາຍອາຊີບນີ້ແທ້ ການຍື່ນສະໝັກແມ່ນໝົດກໍານົດ 15 ສິງຫາ 2020 ນີ້. ສໍາລັບທຶນທັງ 65 ທຶນມີ: ສາຂາ ວິຊາແຕ່ງອາຫານ 25 ທຶນ, ສາຂາ ວິຊາການໂຮງແຮມ 20 ທຶນ, ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ. ເປັນການຮຽນໄລຍະສັ້ນ ໃຊ້ເວລາພຽງ 3 ເດືອນເທົ່ານັ້ນ ຫຼັງຈົບໄປຈະໄດ້ໃບປະກາດຊັ້ນຕົ້ນ, ສ່ວນການຮຽນແມ່ນຮຽນຫມົດມື້ແຕ່ເຊົ້າ ຫາຄໍ່າ. ສໍາລັບເງື່ອນໄຂຜູ້ສະໝັກຮຽນທຶນ ແມ່ນກຸ່ມຜູ້ທີ່ຮຽນຊັ້ນປະຖົມ ບໍ່ຈົບມັດທະຍົມຕົ້ນ ແລະ ປາຍ, ມີອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ, ບໍ່ມີອາຊີບ, ບໍ່ມີວຽກເຮັດງານທຳ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ, ມີພາຫະນະທຽວການ (ຢໍ້າວ່າຕ້ອງມີພາຫະນະ). ນອກຈາກນີ້, ສິ່ງທີ່ຜູ້ຮຽນຈະໄດ້ຮັບມີເບ້ຍລ້ຽງ 800.000/ເດືອນ, ...

Read More »

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ 3 ລ້ານໂດລາສະຫະລັດ ພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນທຶນຊ່ວຍເຫລືອລ້າ ມູນຄ່າ 317 ລ້ານເຢັນ ຫລື ປະມານ 3 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ. ພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫລືອລ້າ ທີ່ມີຊື່ວ່າ: “ໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ” ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2020 ທີ່ນະຄອນຫລວງວຽງຈັນ ເຊິ່ງຕາງໜ້າໃຫ້ລັດຖະບານລາວລົງນາມໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໂດຍມີພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ ນີ້ຈະມອບທຶນການສຶກສາໃຫ້ແກ່ບຸກຄະລາກອນຊາວໜຸ່ມລາວ ທີ່ເຮັດວຽກກ່ຽວກັບການພັດທະນາເສດຖະກິດສັງຄົມ ໃນ ສປປ ລາວ ເພື່ອສຶກສາລະດັບປະລິນຍາໂທ ແລະ ເຮັດການຄົ້ນຄວ້າ ທີ່ມະຫາວິທະຍາໄລ ໃນປະເທດຍີ່ປຸ່ນ ຈຳນວນ 22 ທຶນ. ພາຍໃຕ້ໂຄງການດັ່ງກ່າວ ໄດ້ມີພະນັກງານລາວ ຫລາຍກວ່າ 370 ຄົນ ໄດ້ຮັບການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ປະເທດຍີ່ປຸ່ນ ນັບຕັ້ງແຕ່ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງຂຶ້ນໃນປີ 1999. ...

Read More »

ລາວ ມີເດັກເກືອບ 3 ແສນຄົນ ມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າ…

ປັດຈຸບັນ ສປປ.ລາວ ມີເດັກນ້ອຍເກືອບ 3 ແສນຄົນ ມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າບໍ່ໄດ້ມາດຕະຖານ, ມີຄວາມສະຫຼຽວສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍາເຮື້ອ. ພາບປະກອບເທົ່ານັ້ນ ທ່ານ ຮສ ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ຮອງລັດຖະມົນຕີກະຊວງສາທາລະສຸກ ໄດ້ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີຄື ໃນ ສປປ.ລາວ ເຖິງແມ່ນວ່າຈະແກ້ໄຂບັນຫາໂພຊະນາການໄດ້ໃນລະດັບໜຶ່ງກໍ່ຕາມ ແຕ່ປະຈຸບັນກໍຍັງມີເດັກນ້ອຍ 1 ໃນ 3 ຄົນ ຫຼືຈໍານວນປະມານເກືອບ 3 ແສນຄົນມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າບໍ່ໄດ້ມາດຕະຖານ, ມີຄວມສະຫຼຽວສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍາເຮື້ອ ພາບປະກອບເທົ່ານັ້ນ ແບບລວງສູງຫຼຸດມາດຕະຖານ, ການຂາດສານອາຫານກະທັນຫັນ ແລະ ການຂາດວິຕາມິນເກືອແຮ່ ຊຶ່ງມາຈາກຫຼາຍສາເຫດ ລວມທັງບໍ່ມີຄວາມໝັ້ນຄົງໃນການຜະລິດສະບຽງອາຫານ ເນື່ອງຈາກສະພາບດິນຟ້າອາກາດປ່ຽນແປງ, ໄພທຳມະຊາດ, ນໍ້າຖ້ວມ, ໄພແລ້ງ ແລະ ການລະບາດຂອງແມງໄມ້ສັດຕູພືດ (ຕັກກະແຕນ), ປະຊາຊົນມີພຶດຕິກຳການບໍລິໂພກອາຫານທີ່ບໍ່ຫຼາກຫຼາຍພຽງພໍ ເຮັດໃຫ້ມີການເກີດພະຍາດຫຼາຍຊະນິດແຊກຊ້ອນທັງໃນເດັກ ແລະ ຜູ້ໃຫຍ່ເພີ້ມຂື້ນ. ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: CNN Lao ...

Read More »

ເມືອງໄຊຍະບູລີ ປ່ອຍປາຄືນສູ່ທໍາມະຊາດ ເກືອບ 8 ລ້ານໂຕ…

ເມືອງໄຊຍະບູລີ ໄດ້ຈັດພິທີປ່ອຍປາຄືນສູ່ທໍາມະຊາດຢູ່ທີ່ຜາມໄຊ, ບ້ານປົ່ງ ໂດຍການເຂົ້າຮ່ວມຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງເມືອງໄຊຍະບູລີ, ອົງການ, ກົມກອງ, ນັກທຸລະກິດຜູ້ປະກອບການ, ນັກຮຽນ – ນັກສຶກສາ, ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເທສະບານເມືອງໄຊຍະບູລີເຂົ້າຮ່ວມ. ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ ກ່າວວ່າ: ນອກຈາກປ່ອຍປາລົງສູ່ອ່າງເກັບນໍ້າ, ໜອງນໍ້າ ແລະ ສາຍນໍ້າທໍາມະຊາດ ຍັງໄດ້ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ກໍານົດເຂດວັງສະຫງວນທັງໝົດ 6 ຈຸດ ເພື່ອເປັນການປູກຈິດສໍານຶກໃຫ້ທົ່ວປວງຊົນຄົນຮຸ່ນຫຼັງ ໃຫ້ຮູ້ຈັກລະບົບນິເວດຊີວະນາງໆພັນໄປຄວບຄູ່ກັບການອອກລະບຽບຄຸ້ມຄອງ, ວາງມາດຕະການຫ້າມລ່າສັດປ່າ, ຫາປາໃນລະດູວາງໄຂ່ ຂະຫຍາຍພັນຂອງສັດນໍ້າ – ສັດປ່າ, ສະກັດກັ້ນການຄ້າຂາຍສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ແລະ ອື່ນໆ ອັນໄດ້ປະກອບສ່ວນເຂົ້າໃນການອະນຸຮັກປົກປັກຮັກສາສັດນໍ້າ – ສັດປ່າໃຫ້ອຸດົມສົມບູນ ແລະ ຍືນຍົງ. ສໍາລັບປີນີ້ເມືອງໄຊຍະບູລີ ມີແຜນຈະປ່ອຍປາທັງໝົດ 7,9 ລ້ານໂຕ ມີປາປາກ, ປາໄນ ແລະ ປານິນ. ໃນນີ້, ແຜນປ່ອຍລວມໝູ່ມີ 13 ຈຸດ, ມີປາທັງໝົດ ...

Read More »

ທສວ ອະນຸມັດ 100 ຕື້ກີບ ງວດ 2 ກຽມປ່ອຍກູ້ SME…

ສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ເຫັນດີອະນຸມັດເງິນບ້ວງ 100 ຕື້ກີບ ງວດທີ 2 ເພື່ອສືບຕໍ່ສະໜອງທຶນເພີ່ມໃຫ້ 4 ທະນາຄານ ປ່ອຍສິນເຊື່ອໃຫ້ SME ໃນອັດຕາດອກເບ້ຍ 3% ຕໍ່ປີ. ກອງປະຊຸມ ທສວ ສະໄໝສາມັນ ຄັ້ງທີ III ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ແລະ ມີສະມາຊິກສະພາບໍລິຫານ ທສວ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ມີຈຸດປະສົງຫຼັກ ຄື: 1. ເພື່ອຮັບຟັງລາຍງານ ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສະພາບໍລິຫານ ທສວ ສະໄໝສາມັນ ຄັ້ງທີ II, ການຖືບັນຊີຂອງ ທສວ, ການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນທ້າຍປີ 2020 ແລະ ແຜນການງວດ 3 ທ້າຍປີ 2020 ຂອງ ...

Read More »

ສປປ ລາວ ທົບທວນເປົ້າໝາຍການພັດທະນາແບບຍືນຍົງ ຄົບຮອບ 3 ປີ

ຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີ ໃນວັນທີ 15 ກໍລະກົດ 2020 ທີ່ ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫລື SDGs) ຢູ່ ສປປ ລາວ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນ ດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນໃນການຈັດ ຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງວົງຄະນາຍາດສາກົນ ເພື່ອພ້ອມກັນສູ້ຊົນແກ້ໄຂບັນຫາ ທີ່ເປັນສິ່ງທ້າທາຍອັນສຳຄັນຂອງໂລກໃນປັດຈຸບັນ, ເຊິ່ງປະກອບຢູ່ໃນ 17 ເປົ້າໝາຍ. ພິເສດສໍາລັບ ສປປ ລາວ ແມ່ນໄດ້ມີອີກໜຶ່ງເປົ້າໝາຍແຫ່ງຊາດນັ້ນ ກໍຄື ເປົ້າໝາຍທີ 18 ...

Read More »

ສາທາ ເປັນຫ່ວງພຶດຕິກຳການໃຊ້ຊີວິດ ຂອງປະຊາຊົນ ຫວັ່ນໂຄວິດ-19 ກັບມາລະບາດຮອບສອງ

ການທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຕິດຕໍ່ກັນເປັນເວລາ 93 ວັນ ປະຊາຊົນໃນຂອບເຂດທົ່ວປະເທດ ຈຳນວນບໍ່ໜ້ອຍເຫັນວ່າປ່ອຍປະລະເລີຍ ກັບບາງມາດຕະການ ທີ່ຄະ ນະສະເພາະກິດວາງອອກ ເຊັ່ນ: ການປະຕິບັດຫລັກການອະນາໄມ, ການທຳຄວາມສະອາດຂ້າເຊື້ອພະຍາດ ຢູ່ສະຖານທີ່ບໍລິການ, ເວລາອອກໄປທີ່ຊຸມຊົນຍັງບໍ່ໃສ່ຜ້າປິດປາກ-ດັງ, ບໍ່ປະຕິບັດຮັກສາໄລຍະຫ່າງ ແລະ ອື່ນໆ ຫາກປະຊາຊົນຍັງບໍ່ປ່ຽນພຶດຕິກຳການໃຊ້ຊີວິດ ລາວອາດເກີດການລະບາດຮອບໃໝ່. ທ່ານ ນາງ ຣັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 14 ກໍລະກົດ 2020 ນີ້ວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 93 ວັນຕິດຕໍ່ກັນ, ເຊິ່ງມື້ວານນີ້ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 315 ຕົວຢ່າງ ໃນນັ້ນແຮງງານລາວ ທີ່ກັບມາແຕ່ໄທ 293 ຄົນ ແລະ ກໍລະນີສົງໄສ 22 ຄົນ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ສັງລວມຜົນການວິເຄາະ ນັບແຕ່ເດືອນມັງກອນ ມາເຖິງ ວັນທີ 13 ກໍລະກົດ ...

Read More »

ປີ 2030 ຄາດວ່າ ສປປ ລາວ ຈະມີປະຊາກອນຫລາຍກ່ວາ 8 ລ້ານຄົນ

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວ ໃນພິທີສະເຫລີມສະຫລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ໃນວັນທີ 10 ກໍລະກົດ 2020 ນີ້​ວ່າ: ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ. ສະນັ້ນ, ຈິ່ງຈຳເປັນຈະຕ້ອງໄດ້ເພີ່ມທະວີ ການລົງທຶນໃສ່ການປັບປຸງ ການສຶກສາລະດັບມັດທະ ຍົມ ໂດຍໃຫ້ມີໂຮງຮຽນ ແລະ ຄູສອນທີ່ມີທັກສະພຽງພໍ ເພື່ອຮັບຮອງນັກຮຽນເຖິງ 1 ລ້ານ​ກວ່າ​ຄົນທີ່ຈະບັນຈຸເຂົ້າ ໃນການສຶກສາລະດັບ ມັດທະຍົມໃນຕໍ່ໜ້າ; ພາຍໃນປີ 2030 ຕ້ອງມີວຽກຮອງຮັບຊາວໜຸ່ມ 87.000 ຄົນ ...

Read More »

ອັດຕາເງິນກີບຜັນຜວນໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ…

ການຄ້າຊາຍແດນໄທ-ລາວຕັ້ງຮັບ ຄ່າເງິນກີບຫຼຸດ-Lockdown ກົດສົ່ງອອກ-ນໍາເຂົ້າໃນຮອບ 5 ເດືອນຫຼຸດທຶນຫຼາຍ ຫໍການຄ້າສະເໜີໃຫ້ໜອງຄາຍໂມເດລ ເປີດດ່ານເພີ່ມຮັບພໍ່ຄ້າຊາຍແດນເຂົ້າມາຊື້ຂາຍມື້ລະ 250 ຄົນ. ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດນະຄອນຫຼວງວຽງຈັນ ລາຍງານສັນຍານ ສປປ.ລາວ ກັງວົນ ບັນຫາເງິນກີບຜັນຜວນທີ່ສຸດໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ ໂດຍມີອັດຕາແລກປ່ຽນກັບ 1 ບາດໄທ ທີ່ເລດ 301.99 ກີບ  ໃນຕົ້ນປີ ວັນທີ 2 ມັງກອນ 2020 ທີ່ຜ່ານມາ ແລະ ອ່ອນຄ່າໄປຢູ່ທີ່ 312.73 ໃນວັນທີ 17 ມິຖຸນາ 2020 ລ່າສຸດລົງໄປທີ 314.74  ກີບ ໃນ ວັນທີ 2 ກໍລະກົດນີ້. ນັກເສດຖະສາດ ສປປ.ລາວແຈ້ງໃຫ້ຮູ້ວ່າ ເສດຖະກິດລາວໃນໄລຍະໂຄວິດ-19 ບວກກັບຍັງມີມາດຕະການ Lockdown ເຮັດໃຫ້ບັນດາດ່ານ ແລະ ຊາຍແດນຕ່າງໆປິດຊົ່ວຄາວ ເຊິ່ງເຮັດໃຫ້ຄວາມຕ້ອງການສິນຄ້າອຸປະໂພກທີ່ຕ້ອງນໍາເຂົ້າມີເພີ່ມຂຶ້ນ ລວມໄປເຖິງອັດຕາການແລກປ່ຽນເງິນຕານອກລະບົບມີລາຄາທີ່ສູງຫຼາຍ ເຊິ່ງຕ່າງອັດຕາແລກປ່ຽນໃນລະບົບທະນາຄານ ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ອັດຕາເງິນກີບຫຼຸດລົງໜັກ ແລະ ຮຽກຮ້ອງໃຫ້ສົ່ງເສີມການຜະລິດພາຍໃນຫຼາຍຂຶ້ນ. ອັດຕາເງິນກີບຫຼຸດລົງເລື້ອຍໆ ຕັ້ງແຕ່ຕົ້ນປີ 2020 ເປັນຕົ້ນມາ ຫຼາຍກວ່າ 20%  ແລ້ວ ...

Read More »