ໃນ 6 ເດືອນຕົ້ນປີ 2020ທີ່ຜ່ານມາ, ລັດວິສາຫະກິດ ໄຟຟ້າລາວ ສາມາດສ້າງລາຍຮັບໄດ້ເຖິງ 3.321 ຕື້ກີບ

ທ່ານ ຈັນທະ​ບູນ ສຸກ​ອາ​ລຸນ ຜູ້​ວ່າການ ອໍາ​ນວຍ​ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ ການຈັດຕັ້ງ​ປະຕິບັດ​ວຽກ​ງານ ປະຈຳ 6 ເດືອນ​ຕົ້ນ​ປີ​ວ່າ: ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2020 ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໄດ້​ມີ​ການ​ຮັບ​ຊື້​ພະລັງງານ​ຈາກ​ແຫຼ່ງ​ຜະລິດ​ພາຍ​ໃນ ລວມ​ທັງ​ນໍາ​ເຂົ້າ ແລະ ຜະລິດ​ເອງ ເທົ່າ​ກັບ 5.638 ລ້ານ kWh, ເປັນເງິນ 2.956 ຕື້​ກີບ, ທຽບໃສ່​ແຜນການເປັນ​ພະລັງງານເທົ່າ​ກັບ 91,11% ແລະ ເປັນ​ເງິນເທົ່າ​ກັບ 96,46% ລາຄາ​ສະເລ່ຍ ຊື້​ພະລັງງານ​ທັງ​ໝົດ ເທົ່າ​ກັບ 524,37 ກີບ/kWh.

ໃນ​ນັ້ນ ພະລັງງານ​ທີ່ໄຟຟ້າ​ລາວ ຜະລິດ​ເອງ ຈໍາ​ນວນ 87 ລ້ານ kWh, ກວມ​ເອົາ​ 1,5% ຂອງ​ພະລັງງານ​ທັງ​ໝົດ, ຊື້​ຈາກ ຜ-ຟຟລ ຈໍາ​ນວນ 878 ລ້ານ kWh, ກວມ​ເອົາ​ 15,6%. ຊື້ ຈາກ IPP&SPP ຈໍາ​ນວນ 2.986 ລ້ານ kWh, ກວມ​ເອົາ​53%, ຊື້​ຈາກ​ຕ່າງປະເທດ ຈໍາ​ນວນ 1.687 ລ້ານ kWh, ກວມ​ເອົາ​ 29,9%.

ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2020 ສາ​ມາດ​ຈໍາ​ໜ່າຍ​ພະລັງງານ​ໄຟຟ້າ​ທັງ​ໝົດ 5.201 ລ້ານ kWh, ເປັນ​ເງິນ 3.321 ຕື້​ກີບ, ທຽບໃສ່ແຜນ ການ ເປັນ​ພະລັງງານ ເທົ່າ​ ກັບ 90,23%, ເປັນ​ເງິນ​ເທົ່າ ​ກັບ 89,32%, ລາຄາ​ສະ​ເລ່ຍ ຈໍາ​ໜ່າຍ​ທັງ​ໝົດ​ເທົ່າ​ກັບ 638,65 ກີບ/kWh (ມີ​ສ່ວນ​ຕ່າງ​ຈາກ​ລາຄາ​ສະເລ່ຍ​ຊື້ ເທົ່າ​ກັບ 114,28 ກີບ/kWh; ຍັງ​ບໍ່​ລວມ​ຕົ້ນ​ທຶນ​ລະບົບ​ສົ່ງ). ໃນ​ນັ້ນ ຈໍາ​ໜ່າຍ​ພາຍ​ໃນ​ປະເທດ ກວມ​ເອົາ​ 81,8%, ຂາຍ​ອອກ​ ຕ່າງປະເທດ ກວມ​ເອົາ​ 18,2%.

ພະລັງງານ​ຕົກເຮ່ຍ ພາກ​ຈໍາ​ໜ່າຍ (ລວມ​ລູກ​ຄ້າ​ລະບົບ​ສົ່ງ) ປະຕິບັດ​ໄດ້ 6,38%, ຫຼຸດ​ຈາກ​ທ້າຍ​ປີ 2019 ຈໍາ​ນວນ 1,39%, ການ​ຂະຫຍາຍ​ຕາ​ຂ່າຍ​ໄຟຟ້າອອກ​ສູ່​ຊົນນະບົດ: ໃນທົ່ວ​ປະເທດມີ​ທັງ​ໝົດ: 148 ເມືອງ, ມີ​ໄຟຟ້າ​ໃຊ້​ຖາວອນ​ແລ້ວ 100%.ຈຳນວນ​ບ້ານ ມີ​ທັງ​ໝົດ: 8.449 ບ້ານ, ໃນ​ນັ້ນມີ​ໄຟຟ້າ ​ໃຊ້​ຖາວອນ​ແລ້ວ: 7.857 ບ້ານ, ເທົ່າ​ ກັບ 92,99%.  ຂອງຈໍາ​ນວນ​ບ້ານ​ທັງ​ໝົດທົ່ວ​ປະ​ເທດ.ຈຳນວນ​ຄອບຄົວທັງ​ໝົດ​ມີ: 1.251.652 ຄອບຄົວ, ມີ​ໄຟຟ້າ​ໃຊ້​ແລ້ວ 1.173.329 ຄອບຄົວເທົ່າ​ກັບ 93,74% ຂອງຈໍາ​ນວນ​ຄອບຄົວ​ທັງ​ໝົດ ທົ່ວ​ປະ​ເທດ.

ສຳລັບ​ແຜນ​ສູ້​ຊົນ 6 ເດືອນ​ທ້າຍ​ປີ 2020 ແມ່ນ ສືບຕໍ່​ຄົ້ນຄວ້າ​ລາຄາ​ໄຟຟ້າ​ຮ່ວມ​ກັບ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ຕາມ​ການ​ຊີ້​ນໍາ​ຂອງ​ລັດຖະບານ, ສືບຕໍ່​ແກ້​ໄຂ​ຖານະ​ການ​ເງິນ ຂອງ​ໄຟຟ້າ​ລາວ ໃຫ້​ຄ່ອງ​ຕົວ​ຂຶ້ນ​ກວ່າ​ເກົ່າ ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ​ຫຼາຍ​ວິທີ​ການ, ເນັ້ນ​ໃສ່​ການ​ບໍລິການ​ລູກ​ຄ້າ ໃຫ້​ມີ​ຄວາມ​ເພິ່ງ​ພໍໃຈ, ສືບຕໍ່​ສູ້​ຊົນ​ປັບປຸງ​ສັນຍາ​ຊື້​-​ຂາຍ​ໄຟ​ຈາກ​ຜູ້​ຜະລິດ​ໃນ​ຮູບ​ແບບ Take or Pay ຕາມ Base Energy ມາ​ເປັນ​ຕາມ​ພະລັງງານ​ຕົວ​ຈິງ ແລະ ເຈລະຈາ​ລາຄາ​ໄຟຟ້າ​ຄືນໃໝ່ ໃຫ້​ໄປ​ຕາມ​ກົນ​ໄກ​ລາຄາ​ຂາຍ​ແຕ່​ຍັງ​ຮັກສາ​ລາຄາ​ສະເລ່ຍ​ໄວ້​ຄືເກົ່າ, ປັດຈຸບັນ​ໄດ້​ສົ່ງ​ໜັງສື​ຂໍ​ເຈລະຈາ ຫາ​ໂຄງການ​ທີ່​ກ່ຽວຂ້ອງ ເປັນ​ສ່ວນ​ໃຫຍ່​ແລ້ວ, ເອົາໃຈໃສ່​ແກ້​ໄຂ​ພະລັງງານ​ຕົກເຮ່ຍ​ໃຫ້​ໄດ້ ບໍ່​ເກີນ 9% ຕາມ​ມາດຕະຖານ ISO 9001:2015 ສືບຕໍ່​ເຮັດ​ວຽກ ປະສານ​ງານ​ກັບ​ຄະນະ​ປັບປຸງ ແລະ ກວດກາ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ.

ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ໄດ້​ຍ້ອງຍໍ​ບຸກຄົນ ແລະ ກົມ​ກອງ​ລວມ​ໝູ່ ປະກອບ​ມີ ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II, III, ຫຼຽນ​ກາ​ແຮງ​ງານ ແລະ ມອບ​ໃບ​ຍ້ອງຍໍ​ລັດຖະບານ, ນອກຈາກ​ນີ້​ຍັງ​ໄດ້​ປະດັບ​ຫຼຽນ​ໃຫ້ 4 ໂຄງການ​ຄື: ໂຄງການ​ສາຍ​ສົ່ງ 115 KV ຫ້ວຍ​ຊາຍ​-​ສະຖານີ ຕົ້ນເ​ຜິ້ງ ແຂວງ​ບໍ່​ແກ້ວ, ໂຄງການ​ສາຍ​ສົ່ງ 115 KV ນໍ້າງຽບ 1 ຫາ ສະ ຖານີ ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ, ໂຄງການ​ສາຍ​ສົ່ງ 230 KV ເຂື່ອນ​ໄຟຟ້າ​ນ້ຳ​ຊຳ ຫາ ສະຖານີ​ຫົວ​ເມືອງ ແຂງ​ຫົວພັນ ແລະ ໂຄງການ​ສາຍ​ສົ່ງ GMS ພາກ​ເໜືອ ກໍ່ສ້າງ​ສາຍ​ສົ່ງ​-​ສະຖານີ 115 KV ໄຊ​ຍະ​ບູ​ລິ​-​ປາກ​ລາຍ​-​ແກ່ນ​ທ້າວ.

ໜັງສືພິມ ປະຊາຊົນ

Comments