ນາຍົກລັດຖະມົນຕີ ເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ

 ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງ ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ເອົາ ໃຈໃສ່ຫລາຍບັນຫາເພື່ອຮັບປະກັນໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ.
ທ່ານນາຍົກລັດຖະມົນຕີ ກ່າວໃນໂອກາດລົງເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ, ໃນວັນທີ 9 ກໍລະກົດ 2020 ເຊິ່ງໄດ້ສະແດງຄວາມຊົມເຊີຍເປັນພິເສດ ຕໍ່ບັນດາມາດຕະການໃນການປ້ອງກັນ, ແກ້ໄຂ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ຈົນໄດ້ຮັບໄຊຊະນະໃນເບື້ອງຕົ້ນ.
ບັນຫາທີ່ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ປະກອບມີ: ການສ້າງຂະບວນການໃນການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ແລະ ກອງປະຊຸມໃຫຍ່ ນະຄອນຫລວງວຽງຈັນ ຄັ້ງທີ VII ໂດຍຖືເອົາການສືບຕໍ່ຮັກສາໄດ້ຄວາມມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ ເປັນບັນຫາໃຫຍ່ ແລະ ບັນຫາສຳຄັນ, ລວມທັງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດທາງທ້ອງຖະໜົນ, ໄພສັງຄົມ ແລະ ອື່ນໆ. ໃນຂະນະດຽວກັນ, ກໍໄດ້ເນັ້ນໃຫ້ມີການຊຸກຍູ້ສົ່ງເສີມຂະບວນການຜະລິດ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ກຸ້ມຢູ່ກຸ້ມກິນ ແລະ ຜະລິດກາຍເປັນສິນຄ້າ ໂດຍໃຫ້ການຊ່ວຍເຫລືອ, ອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ໃຫ້ພໍ່ແມ່ປະຊາຊົນ ເປັນຕົ້ນແມ່ນການສະໜອງສິນເຊື່ອ, ວິຊາການ ແລະ ຊອກຕະຫລາດຮອງຮັບຜະລິດຕະພັນຕ່າງໆ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ເອົາໃຈໃສ່ແກ້ໄຂ ແລະ ຊອກວຽກເຮັດງານທຳໃຫ້ບັນດາແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍການປະສານງານຫາບັນດາໂຮງຈັກໂຮງງານຕ່າງໆ ທີ່ມີຄວາມຕ້ອງການ ຫລື ມີຄວາມເໝາະສົມ ເພື່ອໃຫ້ເຂົາເຈົ້າໄດ້ມີວຽກເຮັດງານທຳຢູ່ບ້ານເກີດເມືອງນອນ ແລະ ໄດ້ຢູ່ໃກ້ຊິດກັບພໍ່ແມ່ ແລະ ຍາດຕິພີ່ນ້ອງ, ທັງເປັນການຫລຸດຜ່ອນຄວາມສ່ຽງໃນການເປັນເຮັດວຽກຢູ່ຕ່າງປະເທດນຳອີກ.
ໂອການນີ້, ທ່ານ ສິນລະວົງ ຄຸດໄພທູນ ເລຂະຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕີລາຄາສູງ ຕໍ່ການມາພົບປະເຮັດວຽກຂອງ ທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນວ່າລັດ ຖະບານ ຍາມໃດກໍມີຄວາມເປັນຫ່ວງເປັນໄຍຢູ່ສະເໝີ. ພ້ອມດຽວກັນນັ້ນ, ກໍໄດ້ລາຍງານສະພາບພົ້ນເດັ່ນໃນໄລຍະຜ່ານມາເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດມະຕິຂອງສູນກາງພັກ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໂດຍສຳເລັດການດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງ 77,8%, ກອງປະຊຸມຄະນະພັກຮາກຖານສຳເລັດແລ້ວ 46,6%, ສຳເລັດກອງປະຊຸມໃຫຍ່ 5 ເມືອງ ແລະ ອົງຄະນະພັກກອງບັນຊາການທະຫານ, ລວມທັງສຳເລັດການດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບສຸດທ້າຍ ມີ 4 ອົງຄະນະພັກເມືອງ ແລະ ອົງຄະນະພັກກອງບັນຊາການ ປກສ.
 ທ່ານເຈົ້າຄອງນະຄອນຫລວງວຽງຈັນ, ຍັງໄດ້ລາຍງານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຜ່ານມາ, ເຊິ່ງເປັນໄລຍະທີ່ກໍາລັງຟື້ນຟູຈາກໄພພິບັດທໍາມະຊາດ ປີ 2019, ທັງການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ເສດຖະກິດມະຫາພາກຂະຫຍາຍບໍ່ໄດ້ຕາມຄາດໝາຍ, ເຊິ່ງຄາດຄະເນໝົດປີ ລວມຍອດຜະລິດຕະພັນພາຍໃນ (GDP) ຈະຂະຫຍາຍຕົວໃນລະດັບ 6,32% (ແຜນເບື້ອງຕົ້ນ 9,5%) ມູນຄ່າປະມານ 52 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ 6.004 ໂດລາສະຫະລັດ (ແຜນ ການວາງໄວ້ 6.120 ໂດລາສະຫະລັດ).
ແຫຼ່ງຂໍ້ມູນ: ຂປລ.

Comments