ຄະນະສະເພາະກິດດ້ານເສດຖະກິດ ຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19…

ວັນທີ 13 ກໍລະກົດ 2020, ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນຂະຫຍາຍນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ແຈ້ງອອກເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງທຸກຂະແໜງການທີ່ກ່ຽວຂ້ອງ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນຈະໄດ້ສຸມໃສ່ການຕີລາຄາການປະເມີນຜົນກະທົບໃນໄລຍະຜ່ານມາວ່າ ໄດ້ມີການແກ້ໄຂຄືແນວໃດ ເພື່ອພ້ອມກັນຄົ້ນຄວ້າ ກຳນົດທິດທາງວຽກງານຈຸດສຸມ ໃນການຟື້ນຟູເສດຖະກິດຂອງ ສປປ ລາວ ໃນ 6 ເດືອນທ້າຍປີ ແລະ ໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ບັນດາຂະແໜງການຕ່າງໆ ໃຫ້ເອົາໃຈໃສ່ຄົ້ນຄວ້າປຶກສາຫາລືຕໍ່ບັນດານະໂຍບາຍ ແລະ ມາດຕະການຜ່ອນຜັນຕ່າງໆ ເພື່ອຫລຸດຜ່ອນຜົນກະທົບ, ຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ການດຳເນີນທຸລະກິດຢູ່ພາຍໃນປະເທດ ເປັນຕົ້ນແມ່ນ: ການຊຳລະສະສາງພັນທະຕ່າງໆ, ການຫລຸດຜ່ອນຄ່າບໍລິການພາກສັງຄົມ ແລະ ປະຊາຊົນ, ການສະໜອງທຶນໃຫ້ແກ່ການດໍາເນີນທຸລະກິດຂະໜາດນ້ອຍ ແລະ ກາງ, ການຊຸກຍູ້ການຜະລິດກະສິກຳ, ການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ບັນຫາແຮງງານທີ່ກັບມາແຕ່ໄທ, ການດຶງດູດການລົງທຶນ ແລະ ອື່ນໆ.

ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ກ່າວວ່າ: ນັບຕັ້ງແຕ່ ທ່ານນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງເລກທີ 31/ນຍ ແລະ ແຕ່ງຕັ້ງຄະນະສະເພາະກິດດ້ານເສດຖະກິດ ຕາມຂໍ້ຕົກລົງເລກທີ 32/ນຍ, ຄະນະຂອງພວກເຮົາໄດ້ເອົາໃຈໃສ່ປຶກສາຫາລືແບ່ງຄວາມຮັບຜິດຊອບຢ່າງເອົາໃຈໃສ່, ໄດ້ຈັດກອງປະຊຸມຍູ້, ຕິດຕາມການຜັນຂະຫຍາຍບັນດານະໂຍບາຍ ແລະ ມາດຕະການດັ່ງກ່າວຫລາຍຄັ້ງ ນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາ. ສິ່ງສຳຄັນແມ່ນໄດ້ລາຍງານ ແລະ ສະເໜີການປະເມີນ ແລະ ແກ້ໄຂບັນຫາດ້ານເສດຖະກິດ ຈາກຜົນກະທົບຂອງພະຍາດດັ່ງກ່າວ ໃນກອງປະຊຸມຮອງນາຍົກລັດຖະມົນຕີຫລາຍຄັ້ງ, ກອງປະຊຸມລັດຖະບານປະຈຳເດືອນ, ກອງປະຊຸມກົມການເມືອງສູນກາງພັກ ແລະ ສະພາແຫ່ງຊາດ.

ແຫຼ່ງຂໍ້ມູນ: ຂປລ

Comments