ທສວ ອະນຸມັດ 100 ຕື້ກີບ ງວດ 2 ກຽມປ່ອຍກູ້ SME…

ສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ເຫັນດີອະນຸມັດເງິນບ້ວງ 100 ຕື້ກີບ ງວດທີ 2 ເພື່ອສືບຕໍ່ສະໜອງທຶນເພີ່ມໃຫ້ 4 ທະນາຄານ ປ່ອຍສິນເຊື່ອໃຫ້ SME ໃນອັດຕາດອກເບ້ຍ 3% ຕໍ່ປີ.

ກອງປະຊຸມ ທສວ ສະໄໝສາມັນ ຄັ້ງທີ III ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ແລະ ມີສະມາຊິກສະພາບໍລິຫານ ທສວ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ມີຈຸດປະສົງຫຼັກ ຄື:

1. ເພື່ອຮັບຟັງລາຍງານ ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສະພາບໍລິຫານ ທສວ ສະໄໝສາມັນ ຄັ້ງທີ II, ການຖືບັນຊີຂອງ ທສວ, ການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນທ້າຍປີ 2020 ແລະ ແຜນການງວດ 3 ທ້າຍປີ 2020 ຂອງ ທສວ, ການຄົ້ນຄວ້ານໍາສະເໜີມາດຕະການຊ່ວຍເຫຼືອທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ທີ່ຖືກຜົນກະທົບຈາກໂຄວິດ – 19, ຄວາມຄືບໜ້າຂອງການປ່ອຍກູ້ບ້ວງເງິນ 100 ຕື້ກີບ ໃຫ້ SME ຂອງທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ.

ພາບປະກອບ

2. ພິຈາລະນາຮັບຮອງແຜນດັດແກ້ງົບປະມານ 6 ເດືອນທ້າຍປີຂອງ ທສວ, ແຜນງົບປະມານການນໍາໃຊ້ບ້ວງເງິນ 100 ຕື້ກີບ ງວດທີ 02, ແຜນງົບປະມານ ປະຈໍາປີ 2021 ຂອງ ທສວ, ຮ່າງລະບຽບການສະໜອງທຶນໃຫ້ໂຄງການວິຊາການ ແລະ ບົດແນະນໍາກ່ຽວກັບການປະເມີນໂຄງການວິຊາການ ( ສະບັບປັບປຸງ ).

ພາບປະກອບ

3. ໃຫ້ທິດຊີ້ນໍາຕໍ່ບັນຫາຕ່າງໆ ໂດຍສະເພາະກ່ຽວກັບໂຄງການສິນເຊື່ອຈຸນລະວິສາຫະກິດ, ການນໍາໃຊ້ທຶນທີ່ເປັນລາຍຮັບຂອງກອງທຶນ, ການສະໜອງທຶນ ທສວ ໃຫ້ກອງທຶນອື່ນ, ການສະໜອງທຶນ ທສວ ເພື່ອຄໍ້າປະກັນການປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດ ແລະ ປະເດັນອື່ນໆ.

ພາບປະກອບ

ກອງປະຊຸມໄດ້ເຫັນດີຮັບຮອງແຜນການນໍາໃຊ້ບ້ວງເງິນ 100 ຕື້ກີບ ງວດທີ 2 ໂດຍສືບຕໍ່ສະໜອງທຶນເພີ່ມໃຫ້ 4 ທະນາຄານທີ່ເຂົ້າຮ່ວມໂຄງການ ຄື: ທະນາຄານພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນລາວ, ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ທະນາຄານມາຣູຮານເຈແປນລາວ ເພື່ອປ່ອຍສິນເຊື່ອໃຫ້ SME ໃນອັດຕາດອກເບ້ຍ 3% ຕໍ່ປີ. ນອກຈາກນັ້ນ, ກໍຈະນໍາໃຊ້ບ້ວງເງິນດັ່ງກ່າວເຂົ້າໃນການສົ່ງເສີມວິຊາການ ໂດຍຈະເນັ້ນໃສ່ສ້າງເງື່ອນໄຂໃຫ້ SME ສາມາດເຂົ້າຫາແຫຼ່ງທຶນພາຍໃຕ້ໂຄງການຕ່າງໆ ຄື: ໂຄງການຊ່ວຍເຫຼືອ SME ໃຫ້ໄດ້ຮັບສິນເຊື່ອ, ໂຄງການສົ່ງເສີມ SME ຖືບັນຊີເພື່ອເຂົ້າຫາແຫຼ່ງທຶນ, ໂຄງການຢັ້ງຢືນການຝຶກອົບຮົມໃຫ້ SME ເພື່ອເຂົ້າເຖິງແຫຼ່ງທຶນ, ສ້າງຄວາມເຂັ້ມແຂງໃຫ້ແກ່ພາກສ່ວນສົ່ງເສີມ SME, ໂຄງການຊ່ວຍເຫຼືອທຸລະກິດທີ່ຖືກຜົນກະທົບຈາກໂຄວິດ – 19, ໂຄງການທຶນສົມທົບໃນການດໍາເນີນທຸລະກິດ ( Matching Grants ) ແລະ ໂຄງການສະໜັບສະໜູນ SME ເຂົ້າເຖິງຕະຫຼາດ ໂດຍປັບປຸງຄຸນນະພາບ, ຜະລິດຕະພາບ, ການຫຸ້ມຫໍ່, ການອອກແບບ ແລະ ອື່ນໆ.

ພາບປະກອບ

ພ້ອມກັນນັ້ນ, ກອງປະຊຸມກໍໄດ້ຮັບຮອງດ້ານຫຼັກການເອົາລະບຽບການສະໜອງທຶນໃຫ້ໂຄງການວິຊາການ ແລະ ບົດແນະນຳການປະເມີນໂຄງການວິຊາການຂອງ ທສວ ( ສະບັບປັບປຸງໃໝ່ ) ເພື່ອເປັນບ່ອນອີງດ້ານນິຕິກຳ ແລະ ຍົກສູງປະສິດທິພາບຂອງການພິຈາລະນາສະໜອງທຶນສົ່ງເສີມ SME.

ພາບປະກອບ

ສະພາບໍລິຫານ ທສວ ຍັງໃຫ້ທິດຊີ້ນໍາແກ່ກອງເລຂາ ທສວ ໃຫ້ສືບຕໍ່ຄົ້ນຄວ້າອອກແບບໂຄງການສິນເຊື່ອຈຸນລະວິສາຫະກິດໃຫ້ສຳເລັດໂດຍໄວ ແລະ ເລີ່ມທົດລອງຈັດຕັ້ງປະຕິບັດ ເພື່ອຊ່ວຍເຫຼືອຈຸນລະວິສາຫະກິດ ແລະ ກຸ່ມຜູ້ຜະລິດທີ່ຕ້ອງການທຶນ ແຕ່ບໍ່ມີຄວາມສາມາດເຂົ້າເຖິງແຫຼ່ງທຶນຈາກທະນາຄານທຸລະກິດ ຍ້ອນບໍ່ມີຫຼັກຊັບຄໍ້າປະກັນໃຫ້ສາມາດເຂົ້າຫາແຫຼ່ງທຶນຈາກສະຖາບັນການເງິນຈຸລະພາກໃນອັດຕາດອກເບ້ຍທີ່ຕໍ່າລົງ, ໂຄງການດັ່ງກ່າວຈະມີການທົດລອງຈັດຕັ້ງປະຕິບັດພາຍໃນໄລຍະເວລາ 05 ປີ ແລະ ຄາດວ່າຈະນໍາໃຊ້ທຶນເບື້ອງຕົ້ນ ຈຳນວນ 2 ຕື້ກີບ. ພ້ອມນັ້ນ, ສະພາບໍລິຫານ ທສວ ກໍໃຫ້ທິດຊີ້ນໍາໃຫ້ມີການຄົ້ນຄວ້ານໍາສະເໜີຮູບແບບອື່ນໆຂອງການສະໜອງສິນເຊື່ອໃຫ້ SME ຕື່ມອີກ.

ແຫຼ່ງຂໍ້ມູນ: http://laoedaily.com.la/2020/07/13/80077/

Comments