ປີ 2030 ຄາດວ່າ ສປປ ລາວ ຈະມີປະຊາກອນຫລາຍກ່ວາ 8 ລ້ານຄົນ

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວ ໃນພິທີສະເຫລີມສະຫລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ໃນວັນທີ 10 ກໍລະກົດ 2020 ນີ້​ວ່າ: ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ.

ສະນັ້ນ, ຈິ່ງຈຳເປັນຈະຕ້ອງໄດ້ເພີ່ມທະວີ ການລົງທຶນໃສ່ການປັບປຸງ ການສຶກສາລະດັບມັດທະ ຍົມ ໂດຍໃຫ້ມີໂຮງຮຽນ ແລະ ຄູສອນທີ່ມີທັກສະພຽງພໍ ເພື່ອຮັບຮອງນັກຮຽນເຖິງ 1 ລ້ານ​ກວ່າ​ຄົນທີ່ຈະບັນຈຸເຂົ້າ ໃນການສຶກສາລະດັບ ມັດທະຍົມໃນຕໍ່ໜ້າ; ພາຍໃນປີ 2030 ຕ້ອງມີວຽກຮອງຮັບຊາວໜຸ່ມ 87.000 ຄົນ ທີ່ຈະເພີ່ມຂຶ້ນໃນແຕ່ລະປີ ແລະ ຈະຕ້ອງມີນະໂຍບາຍ ເພື່ອຮັບປະກັນດ້ານສຸຂະພາບ, ເພີ່ມບຸກຄະລາກອນ ດ້ານສາທາລະນະສຸກ ໂດຍສະເພາະແພດພະດຸງຄັນ ຂຶ້ນອີກ 50% ຂອງຈໍານວນແພດພະດຸງຄັນ ໃນທົ່ວປະເທດ.

ເພື່ອໃຫ້ບັນລຸຄໍາໝາຍໝັ້ນ ໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ ແລະ ວາລະການພັດທະນາ ແບບຍືນຍົງປີ 2030 ໂດຍສະເພາະ 3 ເປົ້າໝາຍຂອງການ ປ່ຽນແປງທີ່ສຳຄັນຄື: ຫລຸດອັດຕາການຕາຍຂອງແມ່ ໃຫ້ກາຍເປັນສູນ, ຫລຸດຄວາມຕ້ອງການ ການວາງແຜນຄອບຄົວແບບທັນສະໄໝ ແຕ່ບໍ່ໄດ້ຮັບການສະໜອງ ກາຍເປັນສູນ ແລະ ຫລຸດຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ ເປັນອັນຕະລາຍ ຈາກຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ກາຍເປັນສູນ

ເຊິ່ງລັດຖະບານ ສປປ ລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ບັນດາອົງການ ຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາຕ່າງໆ ໄດ້ສຸມໃສ່ວຽກງານ ສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ເພື່ອແກ້ໄຂການຖືພາ ແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່ໃນ ສປປ ລາວ ໃຫ້ຫລຸດລົງ ຢ່າງກ້າວກະໂດດ, ເຊິ່ງມັນໄດ້ສົ່ງຜົນໃຫ້ແມ່ຍິງ ແລະ ເດັກຍິງ ຫລາຍລ້ານຄົນມີ ສຸຂະພາບແຂງແຮງ, ມີການດໍາລົງຊີວິດທີ່ດີຂຶ້ນເປັນກ້າວໆ.

ທ່ານ ກິແກ້ວ ຈັນທະບູຣີ ກ່າວຕື່ມວ່າ: ໃນສະພາບການປະຈຸບັນ, ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຫລວງຫລາຍຕໍ່ ສປປ ລາວ ແລະ ທົ່ວໂລກ ເຮັດໃຫ້ການເຄື່ອນໄຫວ ວຽກງານໃນ ຫລາຍຂົງເຂດ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກຍິງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ເນື່ອງຈາກເປັນກຸ່ມທີ່ມີຄວາມສ່ຽງ ແລະ ມີຄວາມບອບບາງທາງສັງຄົມສູງ.

ສະນັ້ນ, ຈິ່ງເຮັດໃຫ້ເຂົາເຈົ້າໄດ້ຮັບຜົນກະທົບ ໂດຍກົງເປັນຕົ້ນແມ່ນ ແມ່ຍິງຜູ້ທີ່ບໍ່ໄດ້ຮັບການສຶກສາ, ຜູ້ທີ່ມີລາຍຮັບຕໍ່າ, ຊົນເຜົ່າ, ຜູ້ອົບພະຍົບ, ຄົນພິການຜູ້ທີ່ອາໄສ ຢູ່ເຂດຫ່າງໄກສອກຫລີກ ແລະ ອື່ນໆ.

ນອກຈາກນີ້, ການບໍລິການວາງແຜນຄອບຄົວ ກໍ່ຍັງບໍ່ສາມາດຕອບສະໜອງ ໄດ້ຢ່າງເຕັມສ່ວນ ເນື່ອງຈາກມີການຫ້າມ ການເດີນທາງ ເຮັດໃຫ້ຂາດ ຢາຄຸມກໍາເນີດຢູ່ຫລາຍບ່ອນ ເຊິ່ງເປັນສາເຫດເຮັດໃຫ້ເກີດຄວາມສ່ຽງ ໃນການຖືພາແບບບໍ່ຕັ້ງໃຈ ໃນໄລຍະລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະຕໍ່ກັບ ແຮງງານເຄື່ອນຍ້າຍ. ສຳລັບຫົວຂໍ້ໃນປີນີ້ແມ່ນ “ຢຸດການລະບາດຂອງພະຍາດ ໂຄວິດ-19: ເພື່ອຮັບປະກັນດ້ານສຸຂະພາບ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ ຢ່າງເຕັມສ່ວນ”.

ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ອີງຕາມບົດຄົ້ນຄວ້າຂອງ UNFPA ໄດ້ສະແດງໃຫ້ເຫັນວ່າ ຜົນກະທົບຈາກການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ອາດຈະສົ່ງຜົນເຮັດໃຫ້ເກີດ ມີການຖືພາໂດຍບໍ່ໄດ້ຕັ້ງໃຈຫລາຍຂຶ້ນ, ເຊິ່ງຄາດວ່າຈະສົ່ງຜົນ ໃຫ້ອັດຕາການຕາຍ ຂອງແມ່ເພີ່ມສູງຂຶ້ນຫລາຍເຖິງ 684 ກໍລະນີ ພາຍໃນປີ 2020, ຖ້າທຽບໃສ່ຊຸມປີ ຜ່ານມາເຫັນວ່າ ເປັນຕົວເລກທີ່ສູງກວ່າ ອັດຕາສະເລ່ຍຕໍ່ປີເຖິງ 284 ກໍລະນີ.

ຂ່າວ: ມະນີທອນ
ຂປລ

Comments