65 ທຶນຮຽນຟຣີ ສຳລັບຄົນຈົບປະຖົມພ້ອມມີເບ້ຍລ້ຽງໃຫ້ …

ສຳລັບຄົນທີ່ສົນໃຈສຶກສາຮໍ່າຮຽນໃນວຽກງານອາຫານ, ການໂຮງແຮມ ແລະ ການບໍລິການ ສາມາດສະໝັດໄດ້ ເນື່ອງຈາກມີການປະກາດຮັບສະໝັກຜູ້ເຂົ້າຮ່ວມຮຽນຟຣີເຖິງ 65 ທຶນ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ ບຸລິມະສິດພິເສດຂໍຄົນທີ່ຈົບປະຖົມເທົ່ານັ້ນ ຂໍພຽງມີຄວາມຕັ້ງໃຈ ແລະ ຕ້ອງການສຶກສາມັກຮັກໃນສາຍອາຊີບນີ້ແທ້ ການຍື່ນສະໝັກແມ່ນໝົດກໍານົດ 15 ສິງຫາ 2020 ນີ້.

ສໍາລັບທຶນທັງ 65 ທຶນມີ: ສາຂາ ວິຊາແຕ່ງອາຫານ 25 ທຶນ, ສາຂາ ວິຊາການໂຮງແຮມ 20 ທຶນ, ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ. ເປັນການຮຽນໄລຍະສັ້ນ ໃຊ້ເວລາພຽງ 3 ເດືອນເທົ່ານັ້ນ ຫຼັງຈົບໄປຈະໄດ້ໃບປະກາດຊັ້ນຕົ້ນ, ສ່ວນການຮຽນແມ່ນຮຽນຫມົດມື້ແຕ່ເຊົ້າ ຫາຄໍ່າ.

ສໍາລັບເງື່ອນໄຂຜູ້ສະໝັກຮຽນທຶນ ແມ່ນກຸ່ມຜູ້ທີ່ຮຽນຊັ້ນປະຖົມ ບໍ່ຈົບມັດທະຍົມຕົ້ນ ແລະ ປາຍ, ມີອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ, ບໍ່ມີອາຊີບ, ບໍ່ມີວຽກເຮັດງານທຳ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ, ມີພາຫະນະທຽວການ (ຢໍ້າວ່າຕ້ອງມີພາຫະນະ).

ນອກຈາກນີ້, ສິ່ງທີ່ຜູ້ຮຽນຈະໄດ້ຮັບມີເບ້ຍລ້ຽງ 800.000/ເດືອນ, ອຸປະກອນປະກອບການຮຽນຟຣີ, ມີປະກັນໄພ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ, ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ, ມີຫໍພັກຟຣີ ເຊິ່ງທຸກຄົນຕ້ອງນອນຫໍພັກເພາະມີສອນພິເສດພາສາອັງກິດໃຫ້ຮອບພາກຄໍ່າ, ມີຊຸດເຄື່ອງບ່ອນນອນຟຣີ ພ້ອມເຄື່ອງແບບ 2 ຊຸດ.

ສຳລັບທ່ານໃດສົນໃຈຕິດຕໍ່ເອົາໃບສະຫມັກໄດ້ທີ່ ຫ້ອງການວິທະຍາໄລວຽງຈັນພັດທະນາອາຊີບ ບ້ານ ດົງປ່າແຫລບ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ຫຼື ໂທ 021 540 545 ແລະ 021 261 566, ໂທ 021540545 & 021261566

ຫາກທ່ານໃດສົນໃຈໃຫ້ປະກອບເອກະສານຕາມນີ້:

1 ໃບປະກາດຈົບໂຮງຮຽນປະຖົມ

2 ໃບຢັ້ງຢືນທີ່ຢູ່

3 ສຳເນົາສຳມະໂນຄົວ

4 ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ

5 ຮູບຖ່າຍຂະຫນາດ 3×4 6ໃບ

ແຫຼ່ງຂໍ້ມູນ:

Comments