ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ 3 ລ້ານໂດລາສະຫະລັດ ພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນທຶນຊ່ວຍເຫລືອລ້າ ມູນຄ່າ 317 ລ້ານເຢັນ ຫລື ປະມານ 3 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ.

ພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫລືອລ້າ ທີ່ມີຊື່ວ່າ: “ໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ” ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2020 ທີ່ນະຄອນຫລວງວຽງຈັນ ເຊິ່ງຕາງໜ້າໃຫ້ລັດຖະບານລາວລົງນາມໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໂດຍມີພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ ນີ້ຈະມອບທຶນການສຶກສາໃຫ້ແກ່ບຸກຄະລາກອນຊາວໜຸ່ມລາວ ທີ່ເຮັດວຽກກ່ຽວກັບການພັດທະນາເສດຖະກິດສັງຄົມ ໃນ ສປປ ລາວ ເພື່ອສຶກສາລະດັບປະລິນຍາໂທ ແລະ ເຮັດການຄົ້ນຄວ້າ ທີ່ມະຫາວິທະຍາໄລ ໃນປະເທດຍີ່ປຸ່ນ ຈຳນວນ 22 ທຶນ. ພາຍໃຕ້ໂຄງການດັ່ງກ່າວ ໄດ້ມີພະນັກງານລາວ ຫລາຍກວ່າ 370 ຄົນ ໄດ້ຮັບການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ປະເທດຍີ່ປຸ່ນ ນັບຕັ້ງແຕ່ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງຂຶ້ນໃນປີ 1999. ຂະແໜງການສຶກສາທິການ ເປັນໜຶ່ງໃນຂົງເຂດບູລິມະສິດໃນນະໂຍບາຍການຮ່ວມມືທາງເສດຖະກິດຂອງ ສປປ ລາວ ເຊິ່ງກໍຄືແຜນພັດທະນາເສດຖະກິດ ແລະ ສັງຄົມ.

ໂຄງການນີ້ ຈະປະກອບສ່ວນເຂົ້າໃນການຝຶກອົບຮົມວິຊາການໜຸ່ມທີ່ມີຄວາມສາມາດ ເຊິ່ງມີຄວາມຈຳເປັນສຳລັບການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ການລຶບລ້າງຄວາມທຸກຍາກຂອງ ສປປ ລາວ. ໂອກາດນີ້, ທ່ານ ທາເກວາກະ ເຄໂຊ ໄດ້ກ່າວວ່າ: ໃນປີນີ້ ກໍເປັນປີຄົບຮອບ 65 ປີ ແຫ່ງສາຍພົວພັນທາງການທູດ ຍີ່ປຸ່ນ-ລາວ ແລະ ຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມຍຸດທະສາດ. ປະເທດຍີ່ປຸ່ນໃນຖານະການເປັນຄູ່ຮ່ວມຍຸດທະສາດຂອງ ສປປ ລາວ ຂໍໃຫ້ການສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການພັດທະນາຢ່າງຍືນຍົງໃນຫລາກຫລາຍຂະແໜງການ ລວມໄປເຖິງການພັດທະນາຊັບພະຍາກອນມະນຸດ.

ແຫຼ່ງຂໍ້ມູນ: ຂປລ

Comments