ອັດຕາເງິນກີບຜັນຜວນໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ…

ການຄ້າຊາຍແດນໄທ-ລາວຕັ້ງຮັບ ຄ່າເງິນກີບຫຼຸດ-Lockdown ກົດສົ່ງອອກ-ນໍາເຂົ້າໃນຮອບ 5 ເດືອນຫຼຸດທຶນຫຼາຍ ຫໍການຄ້າສະເໜີໃຫ້ໜອງຄາຍໂມເດລ ເປີດດ່ານເພີ່ມຮັບພໍ່ຄ້າຊາຍແດນເຂົ້າມາຊື້ຂາຍມື້ລະ 250 ຄົນ. ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດນະຄອນຫຼວງວຽງຈັນ ລາຍງານສັນຍານ ສປປ.ລາວ ກັງວົນ ບັນຫາເງິນກີບຜັນຜວນທີ່ສຸດໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ ໂດຍມີອັດຕາແລກປ່ຽນກັບ 1 ບາດໄທ ທີ່ເລດ 301.99 ກີບ  ໃນຕົ້ນປີ ວັນທີ 2 ມັງກອນ 2020 ທີ່ຜ່ານມາ ແລະ ອ່ອນຄ່າໄປຢູ່ທີ່ 312.73 ໃນວັນທີ 17 ມິຖຸນາ 2020 ລ່າສຸດລົງໄປທີ 314.74  ກີບ ໃນ ວັນທີ 2 ກໍລະກົດນີ້.

ນັກເສດຖະສາດ ສປປ.ລາວແຈ້ງໃຫ້ຮູ້ວ່າ ເສດຖະກິດລາວໃນໄລຍະໂຄວິດ-19 ບວກກັບຍັງມີມາດຕະການ Lockdown ເຮັດໃຫ້ບັນດາດ່ານ ແລະ ຊາຍແດນຕ່າງໆປິດຊົ່ວຄາວ ເຊິ່ງເຮັດໃຫ້ຄວາມຕ້ອງການສິນຄ້າອຸປະໂພກທີ່ຕ້ອງນໍາເຂົ້າມີເພີ່ມຂຶ້ນ ລວມໄປເຖິງອັດຕາການແລກປ່ຽນເງິນຕານອກລະບົບມີລາຄາທີ່ສູງຫຼາຍ ເຊິ່ງຕ່າງອັດຕາແລກປ່ຽນໃນລະບົບທະນາຄານ ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ອັດຕາເງິນກີບຫຼຸດລົງໜັກ ແລະ ຮຽກຮ້ອງໃຫ້ສົ່ງເສີມການຜະລິດພາຍໃນຫຼາຍຂຶ້ນ.

ອັດຕາເງິນກີບຫຼຸດລົງເລື້ອຍໆ ຕັ້ງແຕ່ຕົ້ນປີ 2020 ເປັນຕົ້ນມາ ຫຼາຍກວ່າ 20%  ແລ້ວ ປະກອບກັບຕ່າງຝ່າຍຕ່າງກໍມີການປະກາດປິດຊາຍແດນຫ້າມຄົນ ເຂົ້າ-ອອກ ເພື່ອປ້ອງກັນໂຄວິດ-19  ອັດຕາເງິນກີບສົ່ງຜົນເຮັດໃຫ້ສິນຄ້າໄທມີລາຄາແພງຂຶ້ນ ການສົ່ງສິນຄ້າອອກພົບຄວາມຫຍຸ້ງຍາກ ແລະ ຕົ້ນທຶນການຂົນສົ່ງເພີ່ມຂຶ້ນ.

ໂດຍປົກກະຕິແລ້ວ ການຄ້າຊາຍແດນລາວ-ໄທ ການເກັບເງິນຄ່າສິນຄ້າຕ່າງໆຈະໃຊ້ວິທີການໂດຍ ພໍ່ຄ້າ-ແມ່ຄ້າ ລາວເຮົາຈະນໍາເອົາເງິນສົດຂ້າມໄປຝັ່ງໄທ ແລ້ວນໍາເອົາເງິນເຂົ້າທະນາຄານເພື່ອຈ່າຍຄ່າສິນຄ້າທີ່ໜອງຄາຍ ແຕ່ເມື່ອປິດຊາຍແດນຫ້າມຄົນເຂົ້າອອກທັງສອງປະເທດ ຈຶ່ງເຮັດໃຫ້ເກີດບັນຫາເລື່ອງເງິນຄ່າລາຄາເຄື່ອງ ຮອບເກົ່າຍັງບໍ່ທັນໄດ້ຈ່າຍ ຮອບໃຫມ່ກໍສັ່ງບໍ່ໄດ້. ແຂວງໜອງຄາຍ ປະເທດໄທ ກຳລັງປະສານງານຜ່ານຄະນະກໍາມະການຊາຍແດນໄທ-ລາວ ເພື່ອແກ້ໄຂບັນຫາດັ່ງກ່າວ ໃຫ້ມີການເປີດດ່ານຂອບເຂດໜອງຄາຍ 4 ແຫ່ງຄື: ດ່ານບ້ານມ່ວງ ເມືອງ ສັງຄົມ, ດ່ານບ້ານໝໍ້ ເມືຶອງ ສີຊຽງໃໝ່, ດ່ານບ້ານຈຸມພົນ ເມືອງ ໂພນພິໄສ ແລະ ດ່ານບ້ານເປງຈານ ເມືອງ ຣັດຕະນະວາປີ ລວມທັງດ່ານຖາວອນທ່າເຮືອວັດຫາຍໂສກ ໃນເຂັດເທດສະບານເມືອງໜອງຄາຍ ທີ່ເປັນດ່ານຂົນສົ່ງສິນຄ້າທາງເຮືອ ເພື່ອເປີດໃຫ້ມີການຂົນສົ່ງສິນຄ້າໄດ້ເທົ່ານັ້ນ ເຊິ່ງຕອນນີ້ຢູ່ໃນລະຫວ່າງການເຈລະຈາ ແລະ ຄາດວ່າຈະມີຂ່າວດີໃນໄວໆນີ້.

https://m.facebook.com/story.php?story_fbid=1345624432311396&id=177444735796044

Comments