ສປປ ລາວ ທົບທວນເປົ້າໝາຍການພັດທະນາແບບຍືນຍົງ ຄົບຮອບ 3 ປີ

ຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີ ໃນວັນທີ 15 ກໍລະກົດ 2020 ທີ່ ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫລື SDGs) ຢູ່ ສປປ ລາວ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນ ດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນໃນການຈັດ ຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງວົງຄະນາຍາດສາກົນ ເພື່ອພ້ອມກັນສູ້ຊົນແກ້ໄຂບັນຫາ ທີ່ເປັນສິ່ງທ້າທາຍອັນສຳຄັນຂອງໂລກໃນປັດຈຸບັນ, ເຊິ່ງປະກອບຢູ່ໃນ 17 ເປົ້າໝາຍ. ພິເສດສໍາລັບ ສປປ ລາວ ແມ່ນໄດ້ມີອີກໜຶ່ງເປົ້າໝາຍແຫ່ງຊາດນັ້ນ ກໍຄື ເປົ້າໝາຍທີ 18 ຊີວິດປອດໄພຈາກລະເບີດບໍ່ທັນແຕກ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສະຫລຸບຕີລາຄາຄືນ ແລະ ສັງລວມບັນດາຄວາມຄືບໜ້າ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ ປພຍ ຕະຫລອດໄລຍະ 3 ປີ ຜ່ານມາ (2017-2020) ນັບຕັ້ງແຕ່ກອງປະຊຸມຄັ້ງປະຖົມມະລຶກ ໃນປີ 2017 ໂດຍສະເພາະ ໃນທ່າມກາງທີ່ສະພາບການຂອງໂລກ ມີຄວາມສັບສົນ ແລະ ມີສິ່ງທ້າທາຍອັນໃຫຍ່ຫລວງ, ເປັນຕົ້ນແມ່ນ ຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ເຊິ່ງສົ່ງຜົນກະທົບອັນໃຫຍ່ຫລວງໃຫ້ແກ່ເສດຖະກິດ-ສັງຄົມ ຂອງປະເທດຕ່າງໆ ໂດຍສະເພາະປະເທດກຳລັງພັດທະນາ.

ສະນັ້ນກອງປະຊຸມຄັ້ງນີ້, ຈຶ່ງມີຄວາມສໍາຄັນສໍາລັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະຈຸດປະສານງານ ປພຍ ແຕ່ລະກະຊວງ ເພື່ອຮ່ວມກັນຖອດຖອນບົດຮຽນ, ແລກປ່ຽນປະສົບການ, ຕີລາຄາຈຸດດີ, ຈຸດອ່ອນ ແລະ ຍົກໃຫ້ເຫັນບັນດາສິ່ງທ້າທາຍ ໃນສະພາບການດັ່ງກ່າວ ແລະ ພ້ອມກັນກຳນົດທິດທາງ ແລະ ມາດຕະການ ໃນການແກ້ໄຂບັນດາສິ່ງທ້າທາຍ ເພື່ອໃຫ້ບັນລຸ ປພຍ ຕາມຄຳຂວັນທີ່ວ່າ “ພວກເຮົາພ້ອມກັນກ້າວໄປ”.ມາຮອດປັດຈຸບັນ, ສປປ ລາວ ໄດ້ເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຈະສືບຕໍ່ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນຕໍ່ໜ້າ ໂດຍໄດ້ສຳເລັດການເຊື່ອມສານທັງໝົດ 238 ຕົວຊີ້ບອກ ຂອງ ປພຍ ແລະ ມອບໝາຍໃຫ້ແຕ່ກະຊວງ ແລະ ຂະແໜງການກ່ຽວຂ້ອງຮັບຜິດຊອບ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການຮັບຮອງເອົາ ແຜນປະຕິບັດແຫ່ງຊາດ ເພື່ອຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ, ໃນນັ້ນປະກອບມີ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ແລະ ຮັບຮອງເອົາການກະກຽມໃຫ້ແກ່ ຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ໃນປີ 2021. ກອງປະຊຸມ ໄດ້ມີການເປີດນຳໃຊ້ແອັບພລິເຄເຊີນ ປພຍ (SDGs Application) ຢ່າງເປັນທາງການ ຢູ່ ສປປ ລາວ ເພື່ອເພີ່ມຊ່ອງທາງການເຂົ້າເຖິງແຫລ່ງຂໍ້ມູນໃຫ້ວ່ອງໄວ ແລະ ທັນການ.ຕອນທ້າຍກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຢ້ຳເຖິງຄວາມສຳຄັນຂອງການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ໂດຍໄດ້ໃຫ້ທິດຊີ້ນຳໃນການສືບຕໍ່ເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ IX ທີ່ກຳລັງຢູ່ໃນຂັ້ນຕອນການກະກຽມຮ່າງໃນປັດ ຈຸບັນ, ພ້ອມທັງສືບຕໍ່ຄົ້ນຄວ້າສຸມໃສ່ແກ້ໄຂສິ່ງທ້າທາຍຕ່າງໆ ທີ່ເປັນອຸປະສັກເພື່ອບັນລຸບັນດາວຽກງານຂອງ ປພຍ ໃຫ້ໄດ້ຕາມເປົ້າໝາຍ ແລະ ນຳເອົາ ສປປ ລາວ ໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs) ໃນອະນາຄົດ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງເຖິງການມີສ່ວນຮ່ວມຢ່າງຕັ້ງໜ້າ ຈາກທຸກພາກສ່ວນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃນການຈັດຕັ້ງຜັນຂະຫຍາຍ ເພື່ອບັນລຸເປົ້າໝາຍ ແລະ ຄາດໝາຍຂອງ ປພຍ ຕາມຄຳຂວັນ “ພວກເຮົາພ້ອມກັນກ້າວໄປ”

ຂໍ້ມູນ: ຂປລ

Comments