ສາທາ ເປັນຫ່ວງພຶດຕິກຳການໃຊ້ຊີວິດ ຂອງປະຊາຊົນ ຫວັ່ນໂຄວິດ-19 ກັບມາລະບາດຮອບສອງ

ການທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຕິດຕໍ່ກັນເປັນເວລາ 93 ວັນ ປະຊາຊົນໃນຂອບເຂດທົ່ວປະເທດ ຈຳນວນບໍ່ໜ້ອຍເຫັນວ່າປ່ອຍປະລະເລີຍ ກັບບາງມາດຕະການ ທີ່ຄະ ນະສະເພາະກິດວາງອອກ ເຊັ່ນ: ການປະຕິບັດຫລັກການອະນາໄມ, ການທຳຄວາມສະອາດຂ້າເຊື້ອພະຍາດ ຢູ່ສະຖານທີ່ບໍລິການ, ເວລາອອກໄປທີ່ຊຸມຊົນຍັງບໍ່ໃສ່ຜ້າປິດປາກ-ດັງ, ບໍ່ປະຕິບັດຮັກສາໄລຍະຫ່າງ ແລະ ອື່ນໆ ຫາກປະຊາຊົນຍັງບໍ່ປ່ຽນພຶດຕິກຳການໃຊ້ຊີວິດ ລາວອາດເກີດການລະບາດຮອບໃໝ່. ທ່ານ ນາງ ຣັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 14 ກໍລະກົດ 2020 ນີ້ວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 93 ວັນຕິດຕໍ່ກັນ, ເຊິ່ງມື້ວານນີ້ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 315 ຕົວຢ່າງ ໃນນັ້ນແຮງງານລາວ ທີ່ກັບມາແຕ່ໄທ 293 ຄົນ ແລະ ກໍລະນີສົງໄສ 22 ຄົນ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ສັງລວມຜົນການວິເຄາະ ນັບແຕ່ເດືອນມັງກອນ ມາເຖິງ ວັນທີ 13 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 20.769 ຄົນ ໃນນັ້ນກວດພົບເຊື້ອໂຄວິດ-19 ພຽງແຕ່ 19 ຄົນ ປັດຈຸບັນ ແມ່ນປິ່ນປົວຫາຍດີ ແລະ ກັບບ້ານໄດ້ໝົດທຸກຄົນ.

ສຳລັບການເຝົ້າລະວັງພະຍາດໂຄວິດ-19 ຢູ່ຈຸດຜ່ານແດນຕ່າງໆ ໃນວັນທີ 13 ກໍລະກົດທີ່ຜ່ານມາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 1.425 ຄົນ ໃນນັ້ນ ຜ່ານດ່ານລາວ-ໄທ 686 ຄົນ (ແຮງງານລາວ ກັບມາແຕ່ໄທ 84 ຄົນ), ດ່ານລາວ-ຈີນ 19 ຄົນ ( ແຮງງານລາວ 5 ຄົນ), ດ່ານລາວ-ຫວຽດນາມ 538 ຄົນ, ຜ່ານສະໜາມບິນສາກົນວັດໄຕ 182 ຄົນ ( ຄົນຈີນ 159 ຄົນ, ຄົນລາວ 2 ຄົນ ແລະ ຄົນຕ່າງປະເທດ 21 ຄົນ) ທັງໝົດແມ່ນໄດ້ເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19 ຈາກນັ້ນນຳໄປສະຖານທີ່ຈຳກັດບໍລິເວນ.

ຂປລ

Comments