ເມືອງໄຊຍະບູລີ ປ່ອຍປາຄືນສູ່ທໍາມະຊາດ ເກືອບ 8 ລ້ານໂຕ…

ເມືອງໄຊຍະບູລີ ໄດ້ຈັດພິທີປ່ອຍປາຄືນສູ່ທໍາມະຊາດຢູ່ທີ່ຜາມໄຊ, ບ້ານປົ່ງ ໂດຍການເຂົ້າຮ່ວມຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງເມືອງໄຊຍະບູລີ, ອົງການ, ກົມກອງ, ນັກທຸລະກິດຜູ້ປະກອບການ, ນັກຮຽນ – ນັກສຶກສາ, ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເທສະບານເມືອງໄຊຍະບູລີເຂົ້າຮ່ວມ.

ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ ກ່າວວ່າ: ນອກຈາກປ່ອຍປາລົງສູ່ອ່າງເກັບນໍ້າ, ໜອງນໍ້າ ແລະ ສາຍນໍ້າທໍາມະຊາດ ຍັງໄດ້ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ກໍານົດເຂດວັງສະຫງວນທັງໝົດ 6 ຈຸດ ເພື່ອເປັນການປູກຈິດສໍານຶກໃຫ້ທົ່ວປວງຊົນຄົນຮຸ່ນຫຼັງ ໃຫ້ຮູ້ຈັກລະບົບນິເວດຊີວະນາງໆພັນໄປຄວບຄູ່ກັບການອອກລະບຽບຄຸ້ມຄອງ, ວາງມາດຕະການຫ້າມລ່າສັດປ່າ, ຫາປາໃນລະດູວາງໄຂ່ ຂະຫຍາຍພັນຂອງສັດນໍ້າ – ສັດປ່າ, ສະກັດກັ້ນການຄ້າຂາຍສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ແລະ ອື່ນໆ ອັນໄດ້ປະກອບສ່ວນເຂົ້າໃນການອະນຸຮັກປົກປັກຮັກສາສັດນໍ້າ – ສັດປ່າໃຫ້ອຸດົມສົມບູນ ແລະ ຍືນຍົງ. ສໍາລັບປີນີ້ເມືອງໄຊຍະບູລີ ມີແຜນຈະປ່ອຍປາທັງໝົດ 7,9 ລ້ານໂຕ ມີປາປາກ, ປາໄນ ແລະ ປານິນ. ໃນນີ້, ແຜນປ່ອຍລວມໝູ່ມີ 13 ຈຸດ, ມີປາທັງໝົດ 2,3 ແສນໂຕ.

ໃນນັ້ນປ່ອຍອ່າງຫ້ວຍແຄ່ນ 40 ພັນໂຕ, ວັງບວດບ້ານໃຫຍ່ 10 ພັນໂຕ, ວັງບວດບ້ານນາໄຮ 10 ພັນໂຕ, ວັງບວດບ້ານນາຕໍນ້ອຍ 10 ພັນໂຕ, ວັງບວດບ້ານວັງຊອຍ 10 ພັນໂຕ, ອ່າງນໍ້າຕຽນ 40 ພັນໂຕ, ບ້ານປາກທັງ 2 ພັນໂຕ, ກອງພັນ 609 ຈໍານວນ 20 ພັນໂຕ, ຄຸມຂັງເມືອງ 2 ພັນໂຕ, ມສ ຊົນເຜົ່າ 2 ພັນໂຕ, ກອງພັນ 202 ຈໍານວນ 2 ພັນໂຕ ແລະ ມື້ຈັດພິທີໄດ້ປ່ອຍລວມໝູ່ ແລະ ປ່ອຍສ່ວນບຸກຄົນ, ຄອບຄົວ ແລະ ທຸລະກິດ, ປ່ອຍລ້ຽງໃນໜອງດິນ ແລະ ໃນກະຊັງ ຈໍານວນ 7,8 ລ້ານໂຕ, ໃນນັ້ນປ່ອຍລົງໃນໜອງດິນ ຈໍານວນ 6,8 ລ້ານໂຕ ແລະ ປ່ອຍລ້ຽງໃນກະຊັງ 8,8 ແສນໂຕ.

ແຫຼ່ງຂໍ້ມູນ: ຂ່າວເສດຖະກິດ-ການຄ້າ Lao Economic Daily

Comments