ລາວ ມີເດັກເກືອບ 3 ແສນຄົນ ມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າ…

ປັດຈຸບັນ ສປປ.ລາວ ມີເດັກນ້ອຍເກືອບ 3 ແສນຄົນ ມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າບໍ່ໄດ້ມາດຕະຖານ, ມີຄວາມສະຫຼຽວສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍາເຮື້ອ.

ພາບປະກອບເທົ່ານັ້ນ

ທ່ານ ຮສ ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ຮອງລັດຖະມົນຕີກະຊວງສາທາລະສຸກ ໄດ້ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີຄື ໃນ ສປປ.ລາວ ເຖິງແມ່ນວ່າຈະແກ້ໄຂບັນຫາໂພຊະນາການໄດ້ໃນລະດັບໜຶ່ງກໍ່ຕາມ ແຕ່ປະຈຸບັນກໍຍັງມີເດັກນ້ອຍ 1 ໃນ 3 ຄົນ ຫຼືຈໍານວນປະມານເກືອບ 3 ແສນຄົນມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າບໍ່ໄດ້ມາດຕະຖານ, ມີຄວມສະຫຼຽວສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍາເຮື້ອ

ພາບປະກອບເທົ່ານັ້ນ

ແບບລວງສູງຫຼຸດມາດຕະຖານ, ການຂາດສານອາຫານກະທັນຫັນ ແລະ ການຂາດວິຕາມິນເກືອແຮ່ ຊຶ່ງມາຈາກຫຼາຍສາເຫດ ລວມທັງບໍ່ມີຄວາມໝັ້ນຄົງໃນການຜະລິດສະບຽງອາຫານ ເນື່ອງຈາກສະພາບດິນຟ້າອາກາດປ່ຽນແປງ, ໄພທຳມະຊາດ, ນໍ້າຖ້ວມ, ໄພແລ້ງ ແລະ ການລະບາດຂອງແມງໄມ້ສັດຕູພືດ (ຕັກກະແຕນ), ປະຊາຊົນມີພຶດຕິກຳການບໍລິໂພກອາຫານທີ່ບໍ່ຫຼາກຫຼາຍພຽງພໍ ເຮັດໃຫ້ມີການເກີດພະຍາດຫຼາຍຊະນິດແຊກຊ້ອນທັງໃນເດັກ ແລະ ຜູ້ໃຫຍ່ເພີ້ມຂື້ນ.

ພາບປະກອບເທົ່ານັ້ນ

ແຫຼ່ງຂໍ້ມູນ: CNN Lao News

Comments