ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະສ້າງສວນວິທະຍາສາດໃຫ້ການຮຽນຮູ້ດ້ານດາລາສາດ…

ພິທີເຊັນສັນຍາຈັດຂຶ້ນວັນທີ 7 ສິງຫາ 2020 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລົງນາມຂອງ ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ກັບ ທ່ານ ພູວົງ ສູ້ຍຍະວົງ ໃຫ້ກຽດເຂົ້າຮ່ວມ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ລົງນາມເຊັນສັນຍາ ( MOA ) ສ້າງສວນວິທະຍາສາດ ແລະ ພຶກສາສາດ ເພື່ອເປັນສະຖານທີ່ຮຽນຮູ້ດ້ານດາລາສາດ ແລະ ແຫຼ່ງທ່ອງທ່ຽວທາງທໍາມະຊາດ.

ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ພາຍຫຼັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ທັງສອງຝ່າຍໄດ້ມີການເຄື່ອນໄຫວວຽກງານຕົວຈິງຢ່າງຕັ້ງໜ້າ ແລະ ເກີດມີໝາກຜົນເປັນຮູບປະທໍາ. ສະນັ້ນ, ເພື່ອໃຫ້ວຽກດໍາເນີນຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຜ່ານການປຶກສາຫາລືເປັນເອກະພາບຂອງທັງສອງຝ່າຍ ຈຶ່ງໄດ້ຜັນຂະຫຍາຍເປັນກິດຈະກໍາ, ແຜນວຽກລະອຽດ ແລະ ໄດ້ລະບຸໃນຮ່າງສັນຍາ ດັ່ງນີ້: 1). ສ້າງສູນສຶກສາດ້ານດາລາສາດ ( ຫໍຊົມດາວ ແລະ ທ້ອງຟ້າຈໍາລອງ ); 2). ສ້າງສວນ ແລະ ສູນສຶກສາດ້ານພຶກສາສາດ ( ສວນຕົ້ນໄມ້ ແລະ ພືດເປັນຢາ ); 3). ສ້າງສູນສຶກສາການຖ່າຍທອດດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ; 4). ສ້າງແຫຼ່ງທ່ອງທ່ຽວແບບທໍາມະຊາດ ແລະ ວັດທະນະທໍາ; 5). ກິດຈະກໍາອື່ນໆທີ່ເປັນປະໂຫຍດກັບການສຶກສາ – ຮຽນຮູ້ດ້ານວິທະຍາສາດ ແລະ ການພັດທະນາເສດຖະກິດ – ສັງຄົມ.

ສໍາລັບສະຖານທີ່ຕັ້ງຂອງໂຄງການແມ່ນຢູ່ບ້ານຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງ ວຽງຈັນ ມີອາຍຸການສໍາປະທານໄລຍະການຮ່ວມມື 25 ປີ ແລະ ກໍໄດ້ແບບອັດຕະໂນມັດຕາມການເຫັນດີຂອງສອງຝ່າຍ. ທ່ານ ພູວົງ ສູ້ຍຍະວົງ ປະທານ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ ກ່າວຕື່ມວ່າ: ຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກທີ່ຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ໂດຍນໍາໃຊ້ວິທະຍາສາດ ແລະ ເຕັກໂນ ໂລຊີ ເປັນແຮງຂັບເຄື່ອນ, ທັງເປັນການຈັດຕັ້ງຜັນຂະຫຍາຍແຜນງານພັດທະນາວິທະຍາສາດ ແລະ ເຕັກໂນໂລຊີເຂົ້າສູ່ຂົງເຂດການບໍລິການ ແລະ ການຜະລິດ.

ຂະນະດຽວກັນ ຝ່າຍບໍລິສັດຈະເປັນຜູ້ສະໜັບສະໜູນດ້ານງົບປະມານ ແລະ ສິ່ງອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ; ສ່ວນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະເປັນຜູ້ສະໜັບສະໜູນດ້ານເຕັກນິກວິຊາການ, ພົວພັນຮ່ວມມືກັບສາກົນ ເຊິ່ງຜົນປະໂຫຍດທັງໝົດທີ່ເກີດມີໃນຂະບວນການຮ່ວມມື, ການບໍລິການ ແລະ ອື່ນໆ ຂອງສວນວິທະຍາສາດ ແລະ ພຶກສາສາດ ແມ່ນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ແຫຼ່ງຂໍ້ມູນ:​ https://l.facebook.com/l.php?

Comments