ເຕືອນ ເມືອງທຸລະຄົມ ກຽມຮັບມືນໍ້າຖ້ວມ…

ເມືອງທຸລະຄົມແຈ້ງການ ໃຫ້ປະຊາຊົນເຝົ້າລະວັງສະພາບນໍ້າຂຶ້ນໃນແຕ່ລະສາຍ !!! ເນື່ອງຈາກເລີ່ມແຕ່ຕົ້ນເດືອນສິງຫາ 2020 ມາຮອດປັດຈຸບັນ ມີຝົນຕົກນັກ ແລະ ຕົກລິນ ເປັນບໍລິເວນກວ້າງ ເຮັດໃຫ້ມີນໍ້າຖ້ວມຂັງຕາມເສັ້ນທາງ ແລະ ເຂດຕໍ່າ ໂດຍສະເພາະແມ່ນລະດັບນໍ້າງື່ມແມ່ນມີປະລິມານເພີ່ມຂຶ້ນສູງໃນແຕ່ລະວັນ

ສະນັ້ນ ເພື່ອກຽມຮັບມື ແລະ ຮັບປະກັນຄວາມປອດໄພຂອງປະຊາຊົນທາງເມືອງຈື່ງໄດ້ອອກແຈ້ງການດັ່ງນີ້: ໃຫ້ກຽມສັດລ້ຽງໄວ້ບ່ອນສູງ ປອດໄພ, ກຽມເປົາຫິນຊາຍ ເພື່ອເຮັດຄູກັນນໍ້າ ແລະ ຖ້າມີເຂດໃດທີ່ນໍ້າຖ້ວມ ໃຫ້ທາງບ້ານແຈ້ງເຖິງກຸ່ມບ້ານ ຫຼື ຫ້ອງວ່າການເມືອງ ເພື່ອຮີບຮ້ອນແກ້ໄຂສຸກເສີນໂດຍໄວ

ແຫຼ່ງຂໍ້ມູນ: ຫ້ອງວ່າການເມືອງທຸລະຄົມ

Comments