ຜົນກອງປະຊຸມຮ່ວມທ່ານນາຍົກ ແລະ ຄະນະສະເພາະກິດ

ວັນທີ 5 ສິງຫາ ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານໃນຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນເດືອນໄລຍະເດືອນກໍລະກົດ ແລະ ຕົ້ນເດືອນສິງຫາ ຈາກທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນຕໍ່ວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ, ພ້ອມທັງ ຕີລາຄາປະເມີນຄືນ ການຈັດຕັ້ງປະຕິບັດວຽກງານແລະ ສະເໜີປັບປຸງບາງວຽກງານທີ່ເຫັນວ່າບໍ່ທັນຈະແຈ້ງ, ການຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງມີຊ່ອງຫວ່າງ ທີ່ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ.


ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະຫລຸບສັງລວມ ຜົນການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ແລະ ມີທິດຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານຕື່ມ ເປັນຕົ້ນ ສືບຕໍ່ເຂັ້ມງວດການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ; ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ກໍລະນີພົບເຫັນຜູ້ລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ ແມ່ນໃຫ້ນຳໂຕໄປກວດຫາເຊື້ອ ແລ້ວກັກບໍລິເວນຢູ່ໂຮງແຮມ ຫລື ສູນທີ່ລັດຈັດສັນໄວ້, ທັງໃຫ້ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ; ປັບປຸງເງື່ອນໄຂ, ມາດຕະການ, ກົນໄກການປະສານງານ ການເຂົ້າມາ ສປປ ລາວ ໃຫ້ມີຄວາມຮັດກຸມ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍສະເພາະການສະໜອງຂໍ້ມູນຜູ້ໂດຍສານກ່ອນການເດີນທາງເຂົ້າມາ, ການເກັບຕົວຢ່າງກວດຫາເຊື້ອພະຍາດຢູ່ສະໜາມບິນ, ການຈັດສົ່ງໄປຈຳກັດບໍລິເວນຢູ່ໂຮງແຮມ, ພ້ອມທັງມີການຕິດຕາມກວດກາຢ່າງເປັນປົກກະຕິ ແລະ ມີປະສິດທິຜົນ; ເຂັ້ມງວດໃນການຕິດຕາມກວດກາ ແລະ ຄຸ້ມຄອງຮ້ານບັນເທິງ, ຮ້ານຄາລະໂອເກະ, ຮ້ານເຫລົ້າ-ເບຍທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວແລ້ວນັ້ນ, ຖ້າກວດພົບເຫັນຮ້ານໃດ ຍັງລະເມີດ ແລະ ບໍ່ປະຕິບັດຕາມຄຳສັ່ງຂອງລັດຖະບານ ແມ່ນໃຫ້ດຳເນີນການຕັກເຕືອນ, ປັບໄໝ, ຫາກຍັງຝ່າຝືນຢູ່ແມ່ນໃຫ້ດຳເນີນມາດຕະການລົບລ້າງໃບອະນຸຍາດການດຳເນີນທຸລະກິດ ແລະ ລົບລ້າງໃບທະບຽນວິສາຫະກິດຕາມຂັ້ນຕອນ

ເອົາໃຈໃສ່ຄຸ້ມຄອງນັກສຶກສາລາວຢູ່ຕ່າງປະເທດໃຫ້ດີ, ຫາກມີຈຸດປະສົງຈະກັບເຂົ້າມາ ສປປ ລາວ ກໍ່ຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ກໍລະນີມີການລະເມີດ ກໍ່ຕ້ອງໄດ້ປະຕິບັດມາດຕະການທີ່ເໝາະສົມ; ໃຫ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ປະຊາສຳພັນ ແລະ ເຜີຍແຜ່ ໃຫ້ປະຊາຊົນໄດ້ຮັບຮູ້ເຖິງຄວາມອັນຕະລາຍ ແລະ ຄວາມສ່ຽງທີ່ຈະເກີດມີການລະບາດຂອງພະຍາດ ໂຄວິດ-19 ອີກຮອບໃໝ່, ພ້ອມທັງ ເປັນເຈົ້າການ ແລະ ມີສະຕິໃນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ ຕາມຄຳແນະນໍາຂອງຄະນະສະເພາະກິດ ວາງອອກໃນແຕ່ລະໄລຍະ ເພື່ອປ້ອງກັນຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ໃຫ້ປອດຈາກການຕິດເຊື້ອຂອງພະຍາດໂຄວິດ-19, ພ້ອມກັນນັ້ນ ກໍໃຫ້ໂຄສະນາ ແລະ ເຜີຍແຜ່ການປະຕິບັດໜ້າທີ່ຂອງຄະນະສະເພາະກິດ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php

Comments