ສນກ ຕ້ອງເຕົ້າໂຮມຜູ້ປະກອບການທຸລະກິດນໍ້າມັນ ໃຫ້ເຄື່ອນໄຫວ ສອດຄ່ອງຕາມລະບຽບກົດໝາຍ

ໃນວັນທີ 5 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໄດ້ຈັດກອງປະຊຸມຂອງສະມາຄົມດັ່ງກ່າວຂຶ້ນ, ເຊິ່ງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນ ຕໍ່ສະ ມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໂດຍເນັ້ນໃຫ້ຄະນະບໍລິຫານງານ ສນກ ເອົາໃຈ ໃສ່ເປັນຈຸດໃຈກາງເຕົ້າໂຮມ ບັນດາຜູ້ປະກອບການທຸລະກິດນໍ້າມັນ ໃຫ້ມີການເຄື່ອນໄຫວທີ່ສອດຄ່ອງຕາມລະບຽບກົດໝາຍ ແລະ ສືບຕໍ່ຜັນຂະຫຍາຍດໍາລັດ 331/ນຍ ໃຫ້ເຂັ້ມງວດ, ພ້ອມເປັນຂົວຕໍ່ປະ ສານງານກັບຂະແໜງການກ່ຽວຂ້ອງກັບລັດຖະບານ ເພື່ອເຮັດແນວໃດ ໃຫ້ສາມາດຂັບເຄື່ອນທຸລະກິດ ນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນ, ປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ. ໃນຕໍ່ໜ້າການເປີດນໍາໃຊ້ໂຮງກັ່ນນໍ້າມັນແຫ່ງທໍາອິດ ຕ້ອງໃຫ້ມີການປະສານງານກັນລະອຽດ ໂດຍສະເພາະການກໍານົດໂຄງສ້າງລາຄາຂາຍ ໃຫ້ສົມເຫດສົມຜົນ, ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນຜູ້ຊົມໃຊ້.


ທ່ານ ອະນຸສິນ ພົນເສນາ ປະທານ ສນກ ໄດ້ໃຫ້ຮູ້ວ່າ: ສນກ ເປັນອົງການຈັດຕັ້ງທາງສັງຄົມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1999 ເຊິ່ງໃນເມື່ອກ່ອນເອີ້ນວ່າກຸ່ມນໍ້າມັນເຊື້ອໄຟ ສນກ ໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ກົດລະບຽບຂອງຕົນ ເພື່ອປຸກລະດົມຂົນຂວາຍບັນດາຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ, ທຸລະກິດນໍ້າມັນເຄື່ອງ ແລະ ທຸລະກິດອາຍແກ໊ສ ເຂົ້າເປັນສະມາຊິກສະມາຄົມ, ເຊິ່ງປັດຈຸບັນມີສະມາຊິກທັງໝົດ 31 ບໍລິສັດ, ປະກອບດ້ວຍສະມາຊິກສາມັນ 26 ບໍລິສັດ ແລະ ສະ ມາຊິກສະໜັບສະໜູນ 5 ບໍລິສັດ ບັນດາບໍລິສັດນໍ້າມັນເຊື້ອໄຟ ໄດ້ມີການປັບປຸງຕົນເອງໃຫ້ຖືກຕ້ອງຄົບຖ້ວນຕາມມາດຖານ ແລະ ເງື່ອນໄຂ ກໍານົດໃນດໍາລັດທຸລະກິດນໍ້າມັນເຊື້ອໄຟ ເລກທີ 331/ນຍ. ປັດຈຸບັນໄດ້ສໍາເລັດການຂຶ້ນທະບຽນຄືນໃໝ່ ເປັນບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ 11 ບໍລິສັດ ແລະ ບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟພາຍໃນປະເທດ 13 ບໍລິສັດ ສ່ວນບໍລິສັດນໍ້າມັນເຊື້ອໄຟ, ບໍລິສັດນໍ້າມັນເຄື່ອງ ແລະ ບໍລິສັດອາຍແກ໊ສອື່ນໆ ແມ່ນສືບຕໍ່ປັບປຸງ ແລະ ດໍາເນີນທຸລະກິດຕາມລະ ບຽບການທີ່ຂັ້ນເທິງວາງອອກ.


ໃນກອງປະຊຸມໄດ້ປ່່ອນບັດເລືອກຕັ້ງ ຄະນະບໍລິຫານງານສະມາຄົມ ສນກ ໂດຍເອກະພາບກັນເລືອກເອົາ ທ່ານ ອະນຸສິນ ພົນເສນາ ເປັນປະທານ ສນກ, ທ່ານ ຈັນທອນ ສິດທິໄຊ ແລະ ທ່ານ ບົວສະຫວັນ ສີຫານາດ ເປັນຮອງປະທານ ສນກ, ທ່ານ ນາງ ວັນຄໍາ ສຸລິຍາ ເປັນປະທານກວດກາສະມາຄົມ ສນກ, ທ່ານ ທອງ ທໍາມະລັດ ເປັນຫົວໜ້າຫ້ອງການ ສນກ ເພື່ອຊີ້ນໍາວຽກງານເຄື່ອນໄຫວໃຫ້ການດໍາເນີນທຸລະກິດນໍ້າມັນ ຖືກຕ້ອງຕາມລະບຽບ ແລະ ປະກອບສ່ວນພັດທະນາປະເທດຊາດໃຫ້ດີຍິ່ງຂຶ້ນ.

ແຫຼ່ງຂໍ້ມູນ:​ຂປລ

Comments