ໂຮງງານອຸດສາຫະກຳ ແລະ ຫັດຖະກໍາ ໃນນະຄອນຫຼວງວຽງຈັນ…

ປີ 2019 ນະຄອນຫຼວງວຽງຈັນ ມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 3.139 ແຫ່ງ, ມູນຄ່າການຜະລິດ 4.608 ຕື້ ກວ່າກີບ ທຽບໃສ່ປີ 2018 ເພີ່ມຂຶ້ນ 3,66%, ມີ 35 ບໍລິສັດທີ່ນໍາເຂົ້າສິນຄ້າຕິດສະຫຼາກເປັນພາສາລາວ ລວມລາຍການສິນຄ້າກວ່າ 1.107 ລາຍການ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ອຄ ປະຈໍາປີ 2019 ແລະ 6 ເດືອນຕົ້ນປີ 2020 ຕໍ່ກອງປະຊຸມ ປະຈໍາປີ 2019 ( ແບບທາງໄກ ) ຂອງຂະແໜງ ອຄ ທົ່ວປະເທດວ່າ: ວຽກງານອຸດສາຫະກໍາ ແລະ ຫັດຖະກໍາ ໃນປີ 2019 ໄດ້ມີໂຮງງານ ແລະ ໂຮງຊ່າງຫັດຖະກໍາເກີດຂຶ້ນໃໝ່ ຈໍານວນ 281 ແຫ່ງ ມູນຄ່າການລົງທຶນ 118,5 ຕື້ກີບ, ທົ່ວ ນວ ມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາທັງໝົດ 3.139 ແຫ່ງ ( ຮອດທ້າຍປີ 2019 ) ມູນຄ່າການລົງທຶນ 4.608,4 ຕື້ກີບ ທຽບໃສ່ປີ 2018 ເພີ່ມຂຶ້ນ 3,66%.

ການພັດທະນາດ້ານການປັບປຸງໂຮງງານໃຫ້ໄດ້ມາດຕະຖານ ໄດ້ມີການປັບປຸງ ແລະ ດັດສົມໂຮງງານຂ້າສັດທົ່ວ ນວ ມີທັງໝົດ 28 ໂຮງງານ ເຫັນດີໃຫ້ປັບປຸງ 21 ໂຮງງານ, ການດັດສົມໂຮງງານອຸດສາຫະກໍາປຸງແຕ່ງໄມ້, ປັດຈຸບັນພາກເຈົ້າຂອງທຸລະກິດກໍາລັງດໍາເນີນການປັບປຸງ, ສຸມໃສ່ພັດທະນານິຄົມອຸດສາຫະກໍາ ນວ ໃນເນື້ອທີ່ 1.376 ເຮັກຕາ, 54 ເຮັກຕາ ເປັນດິນລັດມີຈໍານວນໂຮງງານເຂົ້າພັດທະນາແລ້ວ, ສ່ວນທີ່ຍັງເຫຼືອແມ່ນຍັງບໍ່ທັນມີການຊົດເຊີຍ, ປັດຈຸບັນ ນວ ໄດ້ໃຫ້ກຸ່ມບໍລິສັດພົງສະຫວັນສຶກສາ ແລະ ຊົດເຊີຍ ໃນເນື້ອທີ່ 20 ເຮັກຕາໃນການພັດທະນາ, ຈັດຕັ້ງປະຕິບັດການຊຸກຍູ້ສົ່ງເສີມໂຄງການຜະລິດເປັນສິນຄ້າ 6 ໂຄງການ ຂອງ ນວ, ໂຄງການຜະລິດເຂົ້າເປັນສິນຄ້າ, ໂຄງການຜະລິດຫົວອາຫານສັດ, ໂຄງການຜະລິດເຄື່ອງເຮືອນໃໝ່, ໂຄງການຜະລິດຝຸ່ນຊີວະພາບ, ໂຄງການຜະລິດຊີ້ນງົວຍີ່ຫໍ້ວຽງຈັນ, ໂຄງການສ້າງເຂດບໍລິການ ແລະ ຈຳໜ່າຍສິນຄ້າໃນເຂດອຸດສາຫະກຳ.

ດ້ານວຽກງານການຄ້າ: ມາຮອດທ້າຍປີ 2019 ມີຕະຫຼາດທັງໝົດ 101 ແຫ່ງ ໃນ ນວ. ໃນນັ້ນ, ໄດ້ຮັບໃບຢັ້ງຢືນເປັນຕະຫຼາດມາດຕະຖານ 5 ແຫ່ງ, ປໍ້ານໍ້າມັນ 265 ແຫ່ງ ເຊິ່ງຈະໄດ້ມີການດັດສົມຕາມດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 331/ນຍ. ກໍານົດໂຄງປະກອບລາຄາ ໄດ້ 3 ປະເພດສິນຄ້າ ມີ: ໝູ, ປາ ແລະ ເຂົ້າ ການຄຸ້ມຄອງລາຄາເຫັນວ່າໄປຕາມກົນໄກ, ມີການເໜັງຕີງຂຶ້ນລົງຕາມລະດູການ ແລະ ໄດ້ມີການປະຕິບັດມາດຕະການຕັກເຕືອນ ແລະ ປັບໃໝຕໍ່ຜູ້ລະເມີດ, ການຕິດສະຫຼາກເປັນພາ ສາລາວຕາມຄໍາສັ່ງເລກທີ 2501/ອຄ.ກພນ ໄດ້ 35 ບໍລິສັດ, ມີ 1.107 ລາຍການສິນຄ້າ, ການກວດກາການຄ້າຂາຍທີ່ດໍາເນີນບໍ່ຖືກຕ້ອງ ໄດ້ມີການຈັດຕັ້ງປະຕິບັດຢ່າງແຂງແຮງ ໄດ້ມີການຕັກເຕືອນ, ປັບໃໝ ແລະ ນໍາສິນຄ້າໄປທໍາລາຍ ລວມມູນຄ່າ 170 ກວ່າລ້ານກີບ, ເອົາໃຈໃສ່ສົ່ງເສີມສິນຄ້າໃຫ້ໄດ້ຮັບກາໝາຍໂອດ໊ອບ ຮອດທ້າຍປີ 2019 ໄດ້ຮັບກາໝາຍແລ້ວ 54 ຫົວໜ່ວຍ, ການສົ່ງເສີມ SME ໂດຍການອໍານວຍ ຄວາມສະດວກໃນການດໍາເນີນທຸລະກິດ, ການສໍາມະນາການເຂົ້າຫາແຫຼ່ງທຶນ.

ແຫຼ່ງຂໍ້ມູນ: https://l.facebook.com/l.php?

Comments