ໄຂ້ຍຸງລາຍລະບາດໜັກ ເຖິງ 4,700 ກໍລະນີ…

ວັນທີ 10 ສິງຫາ 2020, ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານຕົວເລກຜູ້ຕິດເຊື້ອໄຂ້ຍຸງລາຍ ໂຕເລກຫຼ້າສຸດ (8 ສິງຫາ 2020) ວ່າ: ມາຮອດວັນທີ 8 ສິງຫາ 2020 ມີລາຍງານຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທັງໝົດ 4,707 ກໍລະນີ ໃນນີ້ຕິດເຊື້ອເພີ່ມ 194 ກໍລະນີ ແລະ ເສຍຊີວິດແລ້ວ 9 ກໍລະນີ, ເຊິ່ງຈາກບົດລາຍງານສັງເກດເຫັນວ່າ ຕົວເລກຜູ້ຕິດເຊື້ອສະສົມຫຼາຍທີ່ສຸດແມ່ນ ນະຄອນຫຼວງວຽງຈັນ (1,065 ກໍລະນີ ເພີ່ມຂຶ້ນ 38 ກໍລະນີ) ຮອງລົງມາແມ່ນແຂວງບໍລິຄໍາໄຊ (542 ກໍລະນີ ເພີ່ມຂຶ້ນ 10 ກໍລະນີ) ແລະ ແຂວງວຽງຈັນ (541 ກໍລະນີ ເພີ່ມຂຶ້ນ 76 ກໍລະນີ) ສ່ວນແຂວງທີ່ມີຜູ້ຕິດເຊື້ອໜ້ອຍທີ່ສຸດ ແມ່ນ ແຂວງຊຽງຂວາງ (1 ກໍລະນີ) ແລະ ແຂວງຫົວພັນ (2 ກໍລະນີ).

ພາບປະກອບເທົ່ານັ້ນ

ແນວໃດກໍ່ຕາມ, ທາງຄະນະສະເພາະກິດຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອໍານາດການປົກຄອງ ຮ່ວມແຮງຮ່ວມໃຈກັນ ໃນການປ້ອງກັນ ບໍ່ໃຫ້ຍຸງກັດ ແລະ ທໍາລາຍແຫຼ່ງເພາະພັນຂອງຍຸງເປັນປະຈໍາທຸກໆອາທິດ ໃຫ້ຖືວ່າ ແມ່ນຫນ້າທີ່ຮັບຜິດຊອບ ຂອງຫມົດທຸກຄົນ.

ພາບປະກອບເທົ່ານັ້ນ

ຖ້າຫາກທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດຫມໍດ່ວນ ເພື່ອຮັບການປິ່ນປົວແຕ່ຫົວທີ ໃຫ້ທ່ວງທັນກັບເວລາ, ບໍ່ໃຫ້ຊື້ຢາມາກິນເອງ. ພ້ອມດຽວກັນນັ້ນ ຮຽກຮ້ອງໃຫ້ບັນດາທ່ານປະຕິບັດຕາມ 5 ປ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ກໍ່ຈະສາມາດຫຼຸດຜ່ອນ, ປ້ອງກັນການ ເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ໃຫ້ຫຼຸດລົງເທື່ອລະກ້າວໄດ້.

ພາບປະກອບເທົ່ານັ້ນ

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?

Comments