ການສູນເສຍຊະນິດພັນສັດປ່າ ເປັນສາເຫດຄວາມບໍ່ສົມດຸນຂອງລະບົບນິເວດ…

ປະຊາກອນສັດປ່າຢູ່ໃນ ປປປ ລາວ ແມ່ນຫຼຸດລົງຢ່າງຫຼວງຫຼາຍ ເນື່ອງຈາກການລ່າ ເພື່ອດຳລົງຊີວິດ ແລະ ການຂ້າ ທີ່ຫຼາຍເກີນໄປ, ເຊິ່ງການສູນເສຍຊະນິດຂອງພັນສັດປ່າດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ເຮັດໃຫ້ລະບົບນິເວດຂາດຄວາມສົນດຸນ.

ພາບປະກອບເທົ່ານັ່ນ

ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສັດປ່າ ແມ່ນມີຄວາມສຳຄັນໃນຂະບວນການສືບພັນຂອງຊະນິດພັນໄມ້ຕ່າງໆ,

ໂດຍມີບົດບາດໃນການເຄື່ອນຍ້າຍແກ່ນຈາກຕົ້ມໄມ້ແມ່ພັນ ເຊິ່ງມີຄວາມສຳຄັນຕໍ່ກັບຄວາມຫຼາກຫຼາຍຂອງສາຍພັນໃນທຳມະຊາດ.

ພ້ອມກັນນັ້ນ, ການສູນເສຍສັດປ່າຂະໜາດນ້ອຍ ທີ່ເປັນສັດກິນຊີ້ນ ຫຼືກິນສັດອື່ນເປັນອາຫານຂອງວົງຈອນທຳມະຊາດເຊັ່ນ: ເຫງັນ ແລະ ງູ, ເຊິ່ງຈະເຮັດໃຫ້ສັດທີ່ເປັນຜູ້ຖືກລ່າ (ໜູ) ເພີ່ມຂຶ້ນ, ອາດຈະນຳເຊື້ອພະຍາດມາສູ່ສຸຂະພາບຂອງຄົນ, ທຳລາຍພືດພັນທີ່ປູກ ແລະ ຜົນຜະລິດຕ່າງໆ ທີ່ເກັບມ້ຽນໄວ້.

ພາບປະກອບເທົ່ານັ້ນ
ພາບປະກອບເທົ່ານັ່ນ

ດັ່ງນັ້ນ, ​ຄວາມສົມດຸນທາງດ້ານລະບົບນິເວດແມ່ນມີຄວາມສຳຄັນ ຍ້ອນວ່າມັນຊ່ວຍປ້ອງກັນການແຜ່ຂະຫຍາຍຊອງຊະນິດພັນສັດ-ພືດ ເພື່ອບໍ່ໃຫ້ສັດໃດສັດໜຶ່ງຫຼາຍກວ່າອີກກຸ່ມໜຶ່ງສະເພາະ.

ພາບປະກອບເທົ່ານັ້ນ

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments