ອິນເດຍ ມອບອຸປະກອນການແພດ ໃຫ້ລັດຖະບານລາວຕ້ານ ໂຄວິດ-19

ເມື່ອອາທິດທີ່ຜ່ານມາ ທີ່ກະຊວງສາທາລະນະສຸກ ສປປ ລາວ, ລັດຖະບານ ແລະ ປະ ຊາຊົນອິນເດຍ ໄດ້ນຳເອົາຢາ ແລະ ອຸປະກອນການແພດມອບໃຫ້ແກ່ລັດຖະບານລາວ ຈຳນວນ 188 ແກັດ ເພື່ອເປັນການປະກອບສ່ວນຊ່ວຍເຫລືອ ໃນການຕ້ານການລະບາດ ໂຄວິດ-19 ແລະ ເປັນນິ ມິດໝາຍອັນດີ ໃນຂົງເຂດການພົວພັນສອງຝ່າຍ ອັນສະໜິດແໜ້ນຂອງສອງປະເທດ, ໂດຍສະເພາະແມ່ນສາຍພົວພັນທາງສາສະໜາ, ວັດທະນະທຳ ແລະ ປະຫວັດສາດ.

ຕາງໜ້າມອບເຄື່ອງໃນຄັ້ງນີ້,ໂດຍ ທ່ານ ດິນກາ ອັສຕານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ສະແດງຄວາມຂອບໃຈ ມາຍັງປະຊາຊົນ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານຢາປົວພະຍາດ ແລະ ເຄື່ອງໃຊ້ທາງການແພດ ເພື່ອເປັນການຕໍ່ສູ້ກັບການລະບາດຂອງ ພະຍາດໂຄວິດ-19 ແລະ ກໍ່ເປັນການຢ້ຳເຕືອນເຖິງຄວາມເປັນມິດຕະ ພາບອັນໃກ້ຊິດຂອງສອງຝ່າຍ ກໍ່ຄື ການພົວພັນຂອງສອງປະເທດ ໃນແງ່ຂອງການເຊື່ອມໂຍງທາງວັດ ທະນະທຳ ແລະ ສາສະໜາ.

ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php?

Comments