ລັດຖະບານ ຮຽກຮ້ອງໃຫ້ທົ່ວສັງຄົມ ປະຕິບັດມາດຕະການຢ່າງເຄັ່ງຄັດ ຖ້າໃຜຝ່າຝືນຕ້ອງຮັບຜິດຊອບໃຊ້ຈ່າຍຜົນເສຍຫາຍທີ່ເກີດຂຶ້ນທັງໝົດ

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມໂຄວິດ19 ຖະແຫລງຕອນເຊົ້າວັນທີ 7 ສິງຫາ 2020 ນີ້ ເຖິງສະພາບການລະບາດຂອງພະຍາດໂຄວິດ19 ຢູປະເທດຕ່າງໆໃນໂລກ ເຫັນວ່າຍັງມີການລະບາດເປັນວົງກວ້າງ, ບາງປະເທດກັບມາລະບາດເປັນຮອບທີສອງ ແລະມີຄວາມຮ້າຍແຮງກວ່າເກົ່າ, ສະເລ່ຍມື້ໜຶ່ງມີຜູ້ຕິດເຊື້ອເພີ່ມຂຶ້ນປະມານ 200.000ຄົນ, ເສຍຊີວິດປະມານ 6.000 ຫາ 7.000ຄົນ, ລວມແລ້ວທົ່ວໂລກມີຜູ້ຕິດເຊື້ອ 19ລ້ານກວ່າຄົນ, ມີຜູ້ເສຍຊີວິດ 700.000 ກວ່າຄົນ.

ສໍາລັບ ສປປ ລາວ ເຖິງວ່າຈະສາມາດຄວບຄຸມການລະບາດໄດ້ໃນເບື້ອງຕົ້ນກໍຕາມ ແຕ່ກໍໃຫ້ສືບຕໍ່ປະຕິບັດມາດຕະການໃຫ້ດີຂຶ້ນກວ່າເກົ່າ ໃນນັ້ນໃຫ້ເພີ່ມທະວີການຕິດຕາມກວດກາ ການເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກຊະຊາຍ. ພ້ອມກັນນັ້ນ ຕ້ອງເພີ່ມທະວີການໂຄສະນາ ປະຊາສໍາພັນໃຫ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດໂຄວິດ19 ໃຫ້ປະຊາຊົນບັນດາເຜົ່າ ຕະຫລອດຮອດທະຫານ, ພະນັກງານ, ຕໍາຫລວດ ແລະຊັ້ນຄົນຕ່າງໆໃນສັງຄົມ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແລະຮັບຮູ້ -ເຂົ້າໃຈ ເຖິງໄພອັນຕະລາຍຂອງພະຍາດ ທີ່ກະທົບເຖິງເສດຖະກິດ-ສັງຄົມຂອງຊາດ, ຄຽງຄູ່ກັນນັ້ນ ຕ້ອງໄດ້ຄຸ້ມຄອງການເຂົ້າມາຂອງນັກລົງທຶນ, ນັກທຸລະກິດ, ວິຊາການ, ຊ່ຽວຊານ ຫລືແຮງງານດ້ານຕ່າງໆທີ່ມີຄວາມຈໍາເປັນເຂົ້າມາປະເທດເຮົາໃນໄລຍະນີ້ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດແລ້ວ ໃຫ້ຮັດກຸມຂຶ້ນກວ່າເກົ່າ, ສ່ວນນັກສຶກສາລາວ ກໍຄືປະຊາຊົນລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ທີ່ຕ້ອງການເດີນທາງກັບຄືນປະເທດ ຕ້ອງໄດ້ເກັບກໍາຂໍ້ມູນ ແລະອໍານວຍຄວາມສະດວກໃຫ້ເຂົາເຈົ້າຕາມຂັ້ນຕອນ ແລະປະຕິບັດມາດຕະການທີ່ມີແລ້ວ, ໂດຍສະເພາະຜູ້ເດີນທາງມາແຕ່ປະເທດທີ່ມີການລະບາດ, ຄຽງຄູ່ກັນນັ້ນ ໃຫ້ພາກສ່ວນກ່ຽວຂ້ອງລົງຕິດຕາມ, ກວດກາບັນດາຮ້ານບັນເທິງ, ຮ້ານຄາຣາໂອເກະ ເພື່ອໃຫ້ຜູ້ປະກອບການປະຕິບັດຕາມຄໍາແນະນໍາ ແລະມາດຕະການຂອງຄະນະສະເພາະກິດວາງອອກນັ້ນຢ່າງເຂັ້ມງວດ.


ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມໂຄວິດ19 ໄດ້ຮຽກຮ້ອງໃຫ້ທຸກຂະແໜງການຂອງລັດ, ທຸກພາກສ່ວນໃນສັງຄົມ ເປັນເຈົ້າການຮ່ວມກັນໃນການປະຕິບັດແຈ້ງການ, ມາດຕະການ, ຄໍາແນະນໍາຕ່າງໆໃຫ້ມີປະສິດທິຜົນ ຈາກບົດຮຽນຂອງປະເທດໃກ້ຄຽງ ທີ່ມີການລະບາດຮອບໃໝ່ ແມ່ນຮ້າຍແຮງກວ່າເກົ່າ, ມີຜົນກະທົບຫລາຍກວ່າເກົ່າ, ຖ້າພົບເຫັນມີກໍລະນີຝ່າຝືນມາດຕະການ ຕ້ອງໃຫ້ຜູ້ທີ່ນໍາເຊື້ອພະຍາດເຂົ້າມາ ເປັນຜູ້ຮັບຜິດຊອບໃຊ້ຈ່າຍການປິ່ນປົວ ແລະລາຍຈ່າຍອື່ນໆ ນັບທັງບຸກຄົນ, ບໍລິສັດ, ແລະຜູ້ສະເໜີເອົາເຂົ້າມາ.


ແຫຼ່ງຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

Comments