ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ລວມມູນຄ່າການເສຍຫາຍ ຫຼາຍຮ້ອຍຕື້ກີບ….

ໃນວັນທີ 10-11 ກັນຍາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຕິດຕາມ ແລະ ແກ້ໄຂສະພາບໄພພິບັດທີ່ເກີດຂຶ້ນຢູ່ແຂວງອຸດົມໄຊ.
ໃນໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ກໍໄດ້ລາຍງານກ່ຽວກັບສະພາບໄພພິບັດທີ່ເກີດຂຶ້ນ ແລະ ຄວາມເສຍຫາຍຕ່າງໆພາຍໃນແຂວງ ໃນລະຫວ່າງວັນທີ 16 ກໍລະກົດ ຫາທ້າຍເດືອນສິງຫາ 2018, ຊຶ່ງຜ່ານການປະເມີນຜົນກະທົບ ແລະ ຄວາມເສຍຫາຍໃນເບື້ອງຕົ້ນ ທົ່ວແຂວງ ມີບ້ານໄດ້ຮັບຜົນກະທົບທັງໝົດ 239 ບ້ານ, ມີ 11.645 ຄອບຄົວ, ພົນລະເມືອງ 68.456 ຄົນ (ບໍ່ມີຜູ້ເສຍຊີວິດ), ເຊິ່ງລວມມູນຄ່າຄວາມເສຍຫາຍທັງໝົດ 335 ຕື້ກວ່າກີບ.ມີ 25 ບ້ານ ໄດ້ຮັບຜົນກະທົບໜັກ, ຊຶ່ງມີເຮືອນຖືກຊຸໄຫຼ31 ຫຼັງ ແລະ ມີຊົນລະປະທານເປເພ 134 ແຫ່ງ,ເນື້ອທີ່ການຜະລິດກະສິກໍາເສຍຫາຍສົມຄວນ,ຈໍານວນເສັ້ນທາງທີ່ໄດ້ຮັບຜົນກະທົບ ມີທັງໝົດ 71 ເສັ້ນ ໃນນັ້ນທາງຫຼວງແຫ່ງຊາດ 3 ເສັ້ນ.

Comments