ລັດຖະບານ!! ເລັ່ງປັບປຸງການບໍລິການຂອງ ແພດຫມໍໃນລາວ ເພື່ອບໍ່ໃຫ້ຄົນເຈັບໄປປິ່ນປົວສຸຂະພາບຢູ່ປະເທດໃກ້ຄຽງ

ດັ່ງທີ່ເຮົາຮູ້ກັນແລ້ວວ່າ: ຄົນລາວສ່ວນຫຼາຍມັກ ຫລັ່ງໄຫລເດີນທາງໄປປິ່ນປົວສຸຂະພາບຢູ່ປະເທດໃກ້ຄຽງ, ທັງຢູ່ໃນນະຄອນຫລວງ ວຽງຈັນ ກໍຄື ບັນດາແຂວງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ ຖືເປັນບັນຫາທີ່ເກີດຂຶ້ນມາດົນນານແລ້ວ ແລະ ເປັນ ບັນຫາຊໍາເຮື້ອມາແຕ່ດົນນານທີ່ຫລາຍຝ່າຍຮຽກຮ້ອງໃຫ້ກະຊວງ ສາທາລະນະສຸກ ເລັ່ງແກ້ໄຂໃຫ້ໄດ້ເພື່ອໃຫ້ຄົນເຈັບ ຫັນມາໃຊ້ການບໍລິການປິ່ນປົວຂອງແພດຫມໍຢູ່ບັນດາໂຮງໝໍໃນລາວໃຫ້ນັບມື້ຫລາຍຂຶ້ນ ແລະ ຫລຸດຜ່ອນຫາງສຽງຈົ່ມ ວ່າທີ່ບໍ່ດີກ່ຽວກັບການບໍລິການຂອງແພດໝໍໃນລາວ.

ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໃຫ້ສຳພາດວ່າ: ປັດຈຸບັນ ກະຊວງ ສາທາລະນະສຸກ ພວມເລັ່ງຈັດຕັ້ງປະຕິບັດຫລາຍມາດຕະການ ເພື່ອດຶງດູດບໍ່ໃຫ້ຄົນເຈັບໃນລາວເດີນທາງໄປ ປິ່ນປົວສຸຂະພາບຢູ່ປະເທດໃກ້ຄຽງ ຄື: ເລັ່ງປັບປຸງການບໍລິການໃຫ້ມີຄຸນນະພາບ, ໃນນີ້ລວມມີ: ສະຖານທີ່ບໍລິການ, ຄຸນນະພາບຂອງບຸກຄະລາກອນ, ອຸປະກອນການແພດ ແລະ ລະບົບການເຮັດວຽກ, ສຸມໃສ່ການກໍ່ສ້າງແພດໝໍໂດຍສະ ເພາະລະດັບຊ່ຽວຊານລົງເລິກຂະແໜງການຍັງຂາດແຄນຈຳນວນຫລາຍ, ປັບປຸງຈັນຍາບັນ-ຈັນຍາທຳຂອງແພດໝໍ ໂດຍ ໄດ້ນຳເອົານະໂຍບາຍ 5 ດີ 1 ພໍໃຈເຂົ້າມາຈັດຕັ້ງປະຕິບັດ ຄື: ການຕ້ອນຮັບດີ, ສະອາດດີ, ສະດວກດີ, ບົ່ງມະຕິພະຍາດຊັດເຈນດີ, ປິ່ນປົວດີ ແລະ ຄົນເຈັບເພິ່ງພໍໃຈ, ເສີມຂະຫຍາຍຄັງປະກັນສຸຂະພາບໃຫ້ດີເພື່ອໃຫ້ມີກອງທຶນປະກັນສຸຂະ ພາບທີ່ດີ ແລະ ປະຊາຊົນເຂົາໃຈຫລາຍຂຶ້ນ, ປັບປຸງບັນດາໂຮງໝໍສູນກາງໃຫ້ດີ ແລະ ທັນສະໄໝ ໂດຍໄດ້ກູ້ຢືມເງິນ ດອກເບ້ຍຕ່ຳຈາກຕ່າງປະເທດເພື່ອປັບປຸງໂຮງໝໍມິດຕະພາບ.

ຂະນະທີ່ລັດຖະບານ ສປ. ຈີນ ຈະຊ່ວຍກໍ່ສ້າງໂຮງໝໍມະ ໂຫສົດໃໝ່ທີ່ທັນສະໄໝໃຫ້. ພ້ອມນີ້ ຈະໄດ້ປັບປຸງລະບົບການເຮັດວຽກໃຫ້ໄປຕາມກົນໄກຂອງສາກົນ ໂດຍການເຮັດ ວຽກມື້ໜຶ່ງ 8 ຊົ່ວໂມງ ແຕ່ປັດຈຸບັນແພດໝໍຫລາຍຄົນທັງຢູ່ໃນລະດັບສູນກາງ ແລະ ທ້ອງຖິ່ນເຮັດວຽກມື້ໜຶ່ງເກີນ 8 ຊົ່ວໂມງຊຶ່ງດົນເກີນໄປ ແລະ ບໍ່ຖືກຕ້ອງຕາມຫລັກການ, ຄຽງຄູ່ກັນນີ້ ຈະໄດ້ກວດກາຄືນນະໂຍບາຍຕ່າງຯ ທີ່ມີຕໍ່ພະ ນັກງານແພດໝໍເພື່ອໃຫ້ມີຄວາມຖືກຕ້ອງ ແລະ ເໝາະສົມກ່ວາເກົ່າ. ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ກ່າວຢໍ້າຕື່ມວ່າ: ເພື່ອດຶງດູດບໍ່ໃຫ້ຄົນເຈັບຢູ່ລາວເດີນທາງໄປປິ່ນ ປົວສຸຂະພາບຢູ່ປະເທດໃກ້ຄຽງ ສິ່ງສຳຄັນທີ່ສຸດແພດໝໍຂອງລາວຕ້ອງໄດ້ປັບປຸງການບໍລິການຂອງເຮົາເອງ, ແພດໝໍທຸກ ຄົນຕ້ອງບໍລິການປິ່ນປົວຄົນເຈັບດ້ວຍຄວາມຮັບຜິດຊອບ ແລະ ມີຈັນຍາບັນ-ຈັນຍາທຳທີ່ດີກ່ວາເກົ່າ.

ປັດຈຸບັນ ເຖີງວ່າ ກະຊວງ ສາທາລະນະສຸກ ກຳລັງເນັ້ນໃຫ້ແພດໝໍທຸກຄົນເອົາໃຈໃສ່ຈັດຕັ້ງປະຕິບັດຕາມນະໂຍບາຍ 5 ດີ 1 ພໍໃຈໃຫ້ ໄດ້ຮັບປະສິດທິຜົນດີກ່ວາເກົ່າ ແຕ່ແນ່ນອນວ່າການຈະກໍ່ສ້າງພະນັກງານແພດໝໍ ກໍຄື ການປັບປຸງການບໍລິການຕາມນະ ໂຍບາຍດັ່ງກ່າວໃຫ້ໄດ້ໃນເວລາອັນສັ້ນແມ່ນເປັນໄປໄດ້ຍາກ ແລະ ຕ້ອງໄດ້ໃຊ້ເວລາດົນສົມຄວນຈິ່ງຈະສາມາດປະກົດ ເຫັນຜົນທີ່ເປັນຮູບປະທຳຢ່າງຊັດເຈນໄດ້.

ທີ່ມາ: Lao National Radio

ໂດຍ: ບຸນຕຽງ ຈັນທະວົງ

Comments