ຜູ້ແທນຂັ້ນສູງຂອງພັກ-ລັດເຂົ້າວາງພວງມາລາ ທີ່ຮ່າໂນຍ

ໃນລະຫວ່າງວັນທີ 26-27 ກັນຍາ 2018, ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ, ໄດ້ນຳພາຄະນະເດີນທາງໄປເຂົ້າຮ່ວມພິທີ ໄວ້ອາໄລ ແດ່ສະຫາຍ ເຈິ່ນ ດາຍ ກວາງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ເຖິງແກ່ມໍລະນະກຳ ຢູ່ນະຄອນຫຼວງຮາໂນຍ.


ໃນຕອນເຊົ້າຂອງວັນທີ 26 ກັນຍາ 2018, ຄະນະ ໄດ້ໄປວາງພວງມາລາ ແລະ ຂຽນປື້ມ ໄວ້ອາໄລທີ່ ຫໍຊາປະນະກິດສົບແຫ່ງຊາດ, ເຮືອນເລກທີ 5 ເຈິ່ນ ແຖງ ຕົງ, ນະຄອນຫຼວງຮາໂນຍ, ເພື່ອສະແດງຄວາມໄຫວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈິ່ນ ດາຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ, ຜູ້ທີ່ບໍ່ພຽງແຕ່ເປັນຜູ້ນຳທີ່ສຳຄັນຂອງ ສສ. ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນເພື່ອນມິດທີ່ໃກ້ຊິດສະໜິດສະໜົມ ຂອງ ສປປ ລາວ.

ການຈາກໄປຂອງສະຫາຍ ເຈິ່ນ ດາຍ ກວາງ ທີ່ບໍ່ມີວັນຫວນຄືນມາ ເປັນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍ ຂອງ ພັກ-ລັດ ແລະ ປະຊາຊົນລາວ ອີກດ້ວຍ.


ໃນວັນດຽວກັນນີ້, ສະຫາຍ ພັນຄຳ ວິພາວັນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ ຈອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ເພື່ອສະແດງຄວາມເສົ້າໂສກເສຍໃຈອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈິ່ນ ດາຍ ກວາງ, ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄວາມເສົ້າສະຫຼົດໃຈຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ບັນດາການນຳຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ຕໍ່ການສູນເສຍອັນໃຫຍ່ຫຼວງໃນຄັ້ງນີ້, ໂດຍສະເພາະ ແມ່ນຄອບຄົວ, ແລະ ເພື່ອນມິດ ຂອງສະຫາຍ ເຈິ່ນ ດາຍ ກວາງ ດ້ວຍ.


ໃນຕອນເຊົ້າຂອງວັນທີ 27 ກັນຍາ 2018, ຄະນະ ພ້ອມກັບການນຳຂັ້ນສູງ ພັກ-ລັດ ແຫ່ງ ສສ. ຫວຽດນາມ ຈະໄດ້ເຂົ້າຮ່ວມພິທີໄວ້ອາໄລຢ່າງເປັນທາງການ ແດ່ ສະຫາຍ ເຈິ່ນ ດາຍ ກວາງ ກ່ອນທີ່ຈະເຄື່ອນສົບໄປຈັດພິທີສົ່ງສະການຕາມປະເພນີຢູ່ບ້ານເກີດຂອງເພິ່ນທີ່ ແຂວງນິງບິ່ງ.
ຂ່າວ;ພາບ: ກົມຂ່າວກະຊວງການຕ່າງປະເທດ

Comments