ນາຍົກຕ້ອນຮັບທ່ານສຸລະກຽດ ສະຖຽນໄທ

​ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງທ່ານ ດຣ. ສຸລະກຽດ ສະຖຽນໄທ ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ,  ປະທານ ສະພາສັນຕິພາບ ແລະ ຄວາມປອງດອງອາຊີ (Asian Peace and Reconciliation-APRC) ຄະນະບໍລິຫານກອງປະຊຸມປົວອ້າວ ສຳລັບອາຊີ. ໃນໂອກາດມາເຂົ້າຮ່ວມກອງປະຊຸມເວທີປົວອ້າວ ສຳລັບອາຊີ ຢູ່ ສປປ ລາວ ທີ່ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 28 ກັນຍາ 2018 ຜ່ານມາ.

​​​​​​​​​​​​​​​ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການເຂົ້າຮ່ວມກອງປະຊຸມເວທີປົວອ້າວ ສຳລັບອາຊີ ຢູ່ ສປປ ລາວ ຂອງທ່ານ ດຣ. ສຸລະກຽດ ສະຖຽນໄທ ລວມທັງການປະກອບສ່ວນອັນສຳຄັນ ໃນການຊຸກຍູ້ເຮັດໃຫ້ມີການຈັດກອງປະຊຸມ ເວທີປົວອ້າວ ສຳລັບອາຊີ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອ ແກ່ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍມາໂດຍຕະຫຼອດ ເປັນຕົ້ນ ການໃຫ້ຄຳປຶກສາຫາລື, ການຊຸກຍູ້ສົ່ງເສີມວຽກງານດ້ານຕ່າງໆ, ການມີສ່ວນຮ່ວມເວທີພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນ ຜົນສຳເລັດໃນການພົວພັນຮ່ວມມືກັບ ຣາຊະອານາຈັກໄທ ໃນໄລຍະຜ່ານມາ ພ້ອມທັງ ສະເໜີບາງເນື້ອໃນຈິດໃຈ ໃນການສືບຕໍ່ພົວພັນຮ່ວມມືກັນໃນຕໍ່ໜ້າ ໃຫ້ນັບມື້ມີຜົນສຳເລັດເປັນກ້າວໆ.

​​​​​​​​​​​​​​​​​​      ​​ໃນໂອກາດດຽວກັນ, ທ່ານ ດຣ. ສຸລະກຽດ ສະຖຽນໄທ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້. ພ້ອມທັງ ສະແດງຄວາມເສຍໃຈ ຕໍ່ເຫດການຄູກັ້ນນໍ້າເຂື່ອນແຕກ ທີ່ສົ່ງຜົນກະທົບ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ເມືອງສະໜາມໄຊ, ແຂວງອັດຕະປື ໃນທ້າຍເດືອນກໍລະກົດ 2018 ທີ່ຜ່ານມາ. ນອກນັ້ນ, ຍັງໄດ້ນຳສະເໜີແຜນການຊ່ວຍເຫຼືອວຽກງານບາງດ້ານ ແກ່ ສປປ ລາວ ຕື່ມອີກ.  ​

ຂໍ້ມູນຈາກ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.

 

Comments