ລາວ-ກຳປູເຈຍ ຖອນກຳລັງທະຫານອອກຈາກຊາຍແດນ ທີ່ຍັງເປັນບັນຫາຄົງຄ້າງ

ພາຍຫຼັງສຳເລັດການພົບປະສອງຝ່າຍ  ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 13 ກັນຍາ 2018,  ນາຍົກລັດຖະມົນຕີ ລາວ-ກຳປູເຈຍ  ໄດ້ຮ່ວມກັນຖະແຫຼງຜົນ ການປຶກສາຫາລືເພື່ອແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດ,  ໂດຍທ່ານສົມເດັດ ຮຸນເຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ເວົ້າແຈ້ງໄດ້ສັ່ງໃຫ້ທະຫານກຳປູເຈຍ  ຖອນອອກຈາກເຂດຊາຍແດນທີ່ຍັງເປັນຈຸດຄົງຄ້າງແລ້ວ.

ທ່ານສົມເດັດຮຸນເຊນ ໄດ້ກ່າວວ່າ:  ເປັນການແຈ້ງຂ່າວຢ່າງຊັດເຈນ ຕໍ່ປະຊາຊົນຂອງສອງປະເທດ ເພື່ອເປັນຫຼັກຖານອັນໜຶ່ງ  ໃຫ້ແກ່ປະຊາຊົນ ກໍຄືທະຫານກອງທັບສາມາດປະຕິບັດ.  ເທື່ອນີ້ເປັນຄັ້ງທີສາມ,  ທີ່ລາວ ແລະ ກຳປູເຈຍ ໄດ້ຮ່ວມຖະ ແຫຼງການຮ່ວມ  ມີຢູ່ນະຄອນຫຼວງວຽງຈັນ,  ພະນົມເປັນ ແລະ ຮ່າໂນ້ຍ.  ຂ້າພະເຈົ້າຖືໂອກາດນີ້  ເພື່ອຊີ້ແຈງກ່ຽວກັບເຂດຫ້ວຍຕະເງົ້າ  ເຊິ່ງພວກເຮົາຖືວ່າເປັນເຂດທີ່ຍັງບໍ່ທັນແກ້ໄຂ,  ໃນນັ້ນພວກເຮົາມີເງື່ອນໄຂສາມຢ່າງ ກ່ຽວກັບ ເຂດທີ່ຍັງ ບໍ່ທັນ ແກ້ໄຂນີ້ຄື:  ອັນໜຶ່ງ ບໍ່ໃຫ້ມີກອງທັບທະຫານ,  ສອງບໍ່ໃຫ້ມີປະຊາຊົນຢູ່ທີ່ນັ້ນ,  ສາມຕ້ອງລາດຕະເວນຮ່ວມກັນ.  ການລາດຕະເວນຮ່ວມກັນ,  ພວກເຮົາສາມາດເດີນທາງທາງບົກ ແລະ ໃຊ້ໂດຣນໄດ້;  ການລາດຕະ ເວນທາງ ບົກກໍຕ້ອງຮ່ວມກັນ,  ການ ໃຊ້ໂດຣນກໍຕ້ອງໃຊ້ຮ່ວມກັນ.

ກ່ຽວກັບການຖອນທະຫານ ຂອງຝ່າຍກຳປູເຈຍ, ຂ້າພະເຈົ້າ ໄດ້ລົມກັນກັບນາຍົກລັດຖະມົນຂອງລາວ ແລ້ວວ່າຂ້າພະເຈົ້າ ໄດ້ສັ່ງໃຫ້ທະຫານກຳປູເຈຍ ຖອນກຳລັງອອກຈາກເຂດຫ້ວຍຕະເງົ້າ ນັບແຕ່ດຽວນີ້ຈົນຮອດ 5 ໂມງແລງມື້ອື່ນ  ແລະ  ກຳລັງນີ້ເຄີຍລາດຕະເວນແຕ່ຝ່າຍດຽວ,  ດຽວນີ້ໃຫ້ຖອນກຳລັງທະຫານ ອອກຈາກເຂດດັ່ງກ່າວໃຫ້ໝົດ.  ສິ່ງໃໝ່ໆທີ່ພວກເຮົາສ້າງຂຶ້ນແມ່ນ ເພື່ອຄວາມໄວ້ເນື້ອເຊື່ອໃຈຮ່ວມກັນ,  ພວກເຮົາຕົກລົງໃຫ້ມີການ ລາດຕະເວນຮ່ວມສອງປະເທດ,  ແຕ່ ກ່ອນ ຕ່າງຝ່າຍຕ່າງລາດຕະເວນຂອງໃຜຂອງລາວ,  ຝ່າຍທະຫານກຳປູເຈຍກໍລາດ ຕະເວນຢູ່ທາງເບື້ອງກຳປູເຈຍ,  ຝ່າຍລາວກໍລາດຕະເວນຢູ່ເບື້ອງຂອງລາວ.  ປັດຈຸບັນນີ້ພວກເຮົາຕ້ອງມີການລາດຕະເວນຮ່ວມກັນ.  ກ່ຽວກັບເລື່ອງ ການແກ້ ໄຂບັນຫາ ແຜນ ທີ່,  ນາຍົກລັດຖະມົນຕີຂອງສອງປະເທດ ກໍໄດ້ຕົກລົງກັນແລ້ວໃຫ້ປະເທດຝຣັ່ງຊ່ວຍ  ສົ່ງແຜນທີ່ມາໃຫ້ພວກເຮົາເປັນຜູ້ຖ່າຍທອດ.  ເວົ້າລວມເຂດຫ້ວຍຕະເງົ້າຕິດກັບ ຊາຍແດນຫ້ວຍອາໄລໄປຮອດຊາຍແດນລາວ ເປັນເຂດທີ່ ພວກເຮົາຍັງບໍ່ ທັນໄດ້ ແກ້ໄຂ,  ເປັນຈຸດຄົງຄ້າງ  ແລະ ເຂດດັ່ງກ່າວຕ້ອງໄດ້ຢັ້ງຢືນວ່າ ຢູ່ໃນສາມເງື່ອນໄຂຂອງພວກເຮົາທັງສອງຝ່າຍ ທີ່ໄດ້ເວົ້າມາຄື:  ໜຶ່ງ ບໍ່ໃຫ້ມີກຳລັງທະຫານ,  ສອງ ບໍ່ໃຫ້ປະຊາຊົນເຂົ້າມາດຳເນີນທຸລະກິດ  ຫລື ທຳມາຫາກິນ ແລະ ສາມ ຖ້າ ຫາກວ່າຢາກລາດຕະເວນ ກໍ່ຕ້ອງມີການລາດ ຕະເວນຮ່ວມກັນ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ  ສປປ ລາວ ກໍ່ໄດ້ກ່າວ: ການພົບປະຂອງສອງນາຍົກ ໃນຄັ້ງນີ້ໄດ້ຕົກລົງບັນຫາສຳຄັນ ຄືກັນກັບນາຍົກຮຸນເຊນໄດ້ສະເໜີໄປແລ້ວນັ້ນ,  ພວກເຮົາຢືນຢັນວ່າເຂດນີ້ ຍັງເປັນເຂດຄົງຄ້າງມິດຕະພາບ ທີ່ສອງລັດຖະບານໄດ້ຕົກລົງກັນມານັ້ນ  ແຕ່ຂ້າພະເຈົ້າຄິດວ່າ ການຕົກລົງໃນມື້ນີ້  ເປັນການຕົກລົງທີ່ສ້າງຄວາມໄວ້ເນື້ອເຊື່ອໃຈ ໃຫ້ແກ່ສອງປະເທດ  ກໍຄືສ້າງຄວາມອຸ່ນໃຈ ໃຫ້ແກ່ປະຊາຊົນທັງສອງປະເທດ.  ສາມຫລັກການທີ່ສົມເດັດຮຸນເຊນ ໄດ້ສະ ເໜີມານັ້ນ ພວກເຮົາສອງຝ່າຍຈະພ້ອມກັນຈັດຕັ້ງ ປະຕິບັດໃຫ້ເຂັ້ມງວດ ແລະ ເວລາດຽວກັນນັ້ນກໍເຫັນດີ ກັບສົມເດັດຮຸນເຊນ, ສອງກະຊວງການຕ່າງປະເທດ ຕ້ອງສະເໜີໄວໄປໃຫ້ປະເທດຝຣັ່ງ  ເພື່ອໃຫ້ສົ່ງແຜນທີ່ມາໃຫ້ພວກເຮົາ ເພື່ອສືບ ຕໍ່ສຶກສາ; ໃຫ້ສອງຄະນະກຳມະການຊາຍແດນ ທີ່ຖືກແຕ່ງຕັ້ງນັ້ນ  ສືບຕໍ່ລົງໄປສະຖານທີ່ ເພື່ອໃຫ້ສຶກສາຄົ້ນຄວ້າ,  ຖ້າຫາກວ່າບ່ອນໃດມີການລະເມີດ,  ສອງຄະນະກຳມະການຊາຍແດນ ພ້ອມກັນແກ້ໄຂໂລດ ເພື່ອບໍ່ໃຫ້ເລື່ອງມັນບານປາຍອອກໄປ.  ຂ້າ ພະເຈົ້າຄິດວ່າ ສອງນາຍົກພວກເຮົາໄດ້ລົງກັນແລ້ວ   ຈະໄດ້ສືບຕໍ່ຊີ້ນຳຢ່າງໃກ້ຊິດ  ເພື່ອເຮັດໃຫ້ການແກ້ໄຂບັນຫາຊາຍແດນ ກ້າວໄປຕາມບາດກ້າວທີ່ພວກເຮົາໄດ້ເຄີຍຕົກລົງກັນ ຂ້າພະເຈົ້າຄິດວ່າການຕົກລົງຄັ້ງນີ້ ເປັນການສ້າງຄວາມໄວ້ເນື້ອ ເຊື່ອໃຈ,  ສືບຕໍ່ເຮັດໃຫ້ສອງລັດຖະບານຮ່ວມມືກັນ ສ້າງໃຫ້ຊາຍແດນເປັນຊາຍແດນສັນຕິພາບ -ການຮ່ວມມື, ພວກເຮົາຍັງຕົກລົງກັນວ່າ ສອງຄະນະກຳມະການຮ່ວມມືຊາຍແດນຂອງລາວ -ກຳປູເຈຍຄວນພົບປະຫາລືກັນໄວ ເພື່ອປຶກສາ ຫາລື ກັນໃນຫລາຍ ດ້ານ  ໃນຕໍ່ໄປຜັນຂະຫຍາຍການຕົກລົງ ຂອງຂ້າພະເຈົ້າ ແລະ ສົມເດັດຮຸນເຊນ ທີ່ໄດ້ຕົກລົງກັນ ໃນເວລາທີ່ຂ້າພະເຈົ້າ  ໄດ້ໄປຢ້ຽມຢາມຢ່າງເປັນທາງການ ນັ້ນໃຫ້ເກີດໝາກເກີດຜົນ.

ເນື້ອໃນ: ຂປລ

ຊົມຄຼິບຂ່າວໄດ້ລຸ່ມນີ້:

ລາວ-ກຳປູເຈຍ ເຫັນດີເອກະພາບກັນ ຖອນກຳລັງທະຫານອອກຈາກຊາຍແດນທີ່ຍັງເປັນບັນຫາຄົງຄ້າງ

ລາວ-ກຳປູເຈຍ ເຫັນດີເອກະພາບກັນ ຖອນກຳລັງທະຫານອອກຈາກຊາຍແດນທີ່ຍັງເປັນບັນຫາຄົງຄ້າງ

Posted by ໂທລະພາບເເຫ່ງຊາດລາວ ທຊລ 1 on Friday, September 14, 2018

Comments