ຜົນກອງປະຊຸມເປີດກວ້າງລັດຖະບານ ຄັ້ງທີ II ປີ 2018

ກອງປະຊຸມລັດຖະບານເປີດກວ້າງ ເທື່ອທີ II ປີ 2018 ໄດ້ເປີດຂຶ້ນໃນວັນທີ 17 ແລະ ປິດລົງ ໃນວັນທີ 18 ກັນຍາ 2018 ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນຕອນແລງວັນທີ 18 ກັນຍາ 2018, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກໂຄສົກລັດຖະບານ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມຖະແຫລງຂ່າວ ຜົນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ວ່າ: ກອງປະຊຸມລັດຖະບານ ເປີດກວ້າງຄັ້ງນີ້, ໄດ້ພ້ອມກັນສຸມໃສ່ພິຈາລະນາ ປະກອບຄໍາເຫັນເຂົ້າໃສ່ ເນື້ອໃນທີ່ສໍາຄັນ ດັ່ງນີ້: ສັງເກດຕີລາຄາສະພາບການແກ້ໄຂໄພພິບັດທໍາມະຊາດ ທີ່ເກີດຂຶ້ນທົ່ວປະເທດ ສະຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 8 ເດືອນຕົ້ນປີ, ຄາດຄະເນໝົດປີ 2018 ແລະ ທິດທາງແຜນປີ 2019,  ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ກາງສະໄໝ ແລະ ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກ່ຽວກັບສະພາບການແກ້ໄຂໄພພິບັດທໍາມະຊາດ ກອງປະຊຸມກໍໄດ້ປຶກສາຫາລື ແລະ ເປັນເອກະພາບ ກ່ຽວກັບທິດທາງໃນການແກ້ໄຂ ແລະ ຟື້ນຟູໄພພິບັດ ຄື:

1. ໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ປັບປຸງຄືນບົດສະຫລຸບຜົນເສຍຫາຍຈາກໄພພິບັດ ໃນທົ່ວປະເທດ ໃຫ້ແທດກັບຕົວຈິງ; ສ່ວນເມືອງສະໜາມໄຊ ແມ່ນໃຫ້ຄະນະ ປະເມີນຜົນເສຍຫາຍ ແລະ ຟື້ນຟູ ຮີບຮ້ອນປະເມີນຜົນເສຍຫາຍໃຫ້ສຳເລັດໂດຍໄວ, ຈາກນັ້ນ ໃຫ້ວາງທິດທາງແກ້ໄຂໃນສະເພາະໜ້າ ແລະ ຍາວນານ. ພ້ອມກັນນີ້. ໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ລາຍງານຕົວເລກຜູ້ສູນຫາຍ ຢູ່ເມືອງສະໜາມໄຊ ຢ່າງເປັນທາງການ ເພື່ອໃຫ້ລັດຖະບານ ພິຈາລະນາຮັບຮອງ.

2. ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນກະກຽມ ແລະ ສ້າງເງື່ອນໄຂເອື້ອອໍານວຍເພື່ອກຽມຜະລິດລະດູແລ້ງ ທົດແທນຜົນຫາຍ ຈາກໄພນໍ້າຖ້ວມ ໂດຍມອບໃຫ້ ກະຊວງການເງິນ ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄົ້ນຄວ້າ ກ່ຽວກັບການຜ່ອນຜັນ ຫລື ໂຈະການເກັບພາສີທີ່ດິນ ໃນເຂດທີ່ເກີດໄພພິບັດ. ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າກ່ຽວກັບ ນະໂຍບາຍຫລຸດຜ່ອນລາຄາກະແສໄຟຟ້າ ໃນການຜະລິດລະດູແລ້ງ ເພື່ອທົດແທນຕົ້ນທຶນຂອງການຜະລິດສິນຄ້າທົດແທນເຂດຖືກນ້ຳຖ້ວມ. ກະຊວງການເງິນ ຄົ້ນຄວ້າກ່ຽວກັບ ການນຳໃຊ້ງົບປະມານສຸກເສີນ ເພື່ອແກ້ໄຂໄພພິບັດໃຫ້ມີປະສິດທິຜົນ ແລະ ທັນກັບສະພາບການ, ພ້ອມທັງຄົ້ນຄວ້າ ນະໂຍບາຍຫລຸດອັດຕາພາສີ, ອາກອນ ໃນການນຳເຂົ້າ ປັດໄຈການຜະລິດ ເຊັ່ນ: ຝຸ່ນ, ປຸ໋ຍ, ແນວພັນພືດ ແລະ ສັດ. ກະຊວງກະສິກຳ ແລະ ປ່າໄມ້ ຄົ້ນຄວ້າ ແລະ ກຽມສະໜັບສະໜູນ ແລະ ຊ່ວຍເຫລືອພິເສດ ໃນເຂດໄດ້ຮັບຜົນກະທົບຈາກໄພພິບັດ ເປັນຕົ້ນແມ່ນ ການສະໜອງນໍ້າໃຫ້ແກ່ເຂດຜະລິດໃນລະດູແລ້ງ, ການສະໜັບສະໜູນ ທາງດ້ານສັດຕະວະແພດ, ການປາບປາມສັດຕູພືດ, ການໃຫ້ຄວາມຮູ້ທາງດ້ານເຕັກນິກວິຊາການ. ພ້ອມກັນນີ້, ກໍ່ໃຫ້ຄົ້ນຄວ້າກຳນົດເງື່ອນໄຂລະອຽດ ເພື່ອເປັນປັດໄຈກະຕຸກຊຸກຍູ້ ໃນການເຮັດນາແຊງ, ປູກພືດ ແລະ ລ້ຽງສັດ ເພື່ອໃຫ້ການຊຸກຍູ້ ແລະ ສະໜັບສະໜູນ ໃນແຕ່ລະດ້ານ, ພ້ອມທັງຄົ້ນຄວ້າ ກ່ຽວກັບງົບປະມານ ທີ່ຈະນຳໃຊ້ເຂົ້າໃນບັນດາວຽກງານດັ່ງກ່າວ ເພື່ອສະເໜີຄວາມຕ້ອງການຢ່າງລະອຽດຈະແຈ້ງ.

3. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນກວດກາ, ປະເມີນ ແລະ ແກ້ໄຂບັນຫາການຄົມມະນາຄົມ, ຂົນສົ່ງ ໃຫ້ໄວ, ທັນກັບສະພາບການ ຮັບປະກັນບໍ່ໃຫ້ເສັ້ນທາງຫລວງແຫ່ງຊາດ ຖືກຕັດຂາດ. ການແກ້ໄຂສຸກເສີນ ຕ້ອງບົນພື້ນຖານການປະຢັດ ແລະ ສົມເຫດສົມຜົນ, ລະດົມທຸກກຳລັງແຮງຂອງສັງຄົມ ແລະ ປະຊາຊົນ ມີສ່ວນຮ່ວມໃນການແກ້ໄຂ ໃຫ້ສາມາດສັນຈອນໄປ-ມາໄດ້ ສະ ດວກໃນສະເພາະໜ້າ. ຈາກນັ້ນ, ຈຶ່ງຄົ້ນຄວ້າໃນການສ້າງແຜນແກ້ໄຂຍາວນານ ໃຫ້ສອດຄອ່ງກັບຄວາມອາດສາມາດທາງດ້ານງົບປະມານ ແລະ ສະພາບການຕົວຈິງຕໍ່ໄປ.

4. ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານສົມທົບ ວາງແຜນຈັດສັນງົບປະມານ ບູລິມະສິດ ສຸມໃສ່ຊຳລະໃຫ້ບໍລິສັດ ແກ້ໄຂສຸກເສີນ ບັນດາເສັ້ນທາງ ໃນແຂວງຕ່າງໆ ທີ່ເກີດອຸທົກກະໄພ ໃນປີ 2018-2019. ພ້ອມກັນນັ້ນ, ກໍ່ໃຫ້ຄົ້ນຄວ້າຊອກຫາງົບປະມານ ເພື່ອແກ້ໄຂໜີ້ສິນຄ້າງຊໍາລະ ແຕ່ປີ 2010 ຈົນຮອດປັດຈຸບັນ, ໃນນັ້ນ ໃຫ້ກວດກາຄືນການໄລ່ລຽງມູນຄ່າຂອງບັນດາໂຄງການຕ່າງໆ ທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ຖືກຕ້ອງກັບຄວາມເປັນຈິງ ພ້ອມທັງປ້ອງກັນບໍ່ໃຫ້ມີໂຄງການນອກແຜນ ແລະ ຮັບປະກັນການສ້ອມ ແປງ ໃຫ້ໄດ້ຄຸນນະພາບຕາມມາດຕະຖານ-ເຕັກນິກ. ພ້ອມກັນນີ້, ກໍໃຫ້ບັນດາກະຊວງ ລົງສົມທົບກັບ ແຂວງຕ່າງໆ ເພື່ອຮ່ວມກັນຄົ້ນຄວ້າ ແລະ ກໍານົດຄວາມຮັບຜິດຊອບ ອັນໃດຈະມອບໃຫ້ແຂວງແກ້ໄຂ, ອັນໃດແມ່ນຄວາມຮັບຜິດຊອບຂອງກະຊວງກ່ຽວຂ້ອງ.

5. ໃຫ້ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ປຶກສາຫາລືກັນລະອຽດ ກ່ຽວກັບການປັບປຸງກອງທຶນ SMEs, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານພັດທະນາລາວ ເພື່ອສ້າງເງື່ອນໄຂໃຫ້ກອງທຶນ ແລະ ສະຖາບັນການເງິນດັ່ງກ່າວ ໃຫ້ມີຄວາມສາມາດສະໜອງສິນເຊື່ອ ໃນໄລຍະເກີດ ແລະ ການຟື້ນຟູອຸທົກກະໄພ, ແນໃສ່ຖືເອົາວິກິດການດັ່ງກ່າວ ເປັນການປັບປຸງປ່ຽນແປງ ໂດຍໃຫ້ເຮັດເປັນແຜນລະອຽດສະເໜີລັດຖະບານ.

6. ໃຫ້ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ກວດກາ ແລະ ຊຸກຍູ້ຊ່ວຍເຫລືອບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບໃນຊ່ວງເວລານໍ້າຖ້ວມ ໃຫ້ສາມາດສືບຕໍ່ການຮຽນ-ການສອນ ໃຫ້ເປັນປົກກະຕິ ແລະ ທັນກັບແຜນສົກຮຽນ.

7. ໃຫ້ກະຊວງສາທາລະນະສຸກ ເອົາໃຈໃສ່ກວດກາ ການລະບາດຂອງພະຍາດ ທີ່ອາດຈະເກີດຂຶ້ນຫລັງນ້ຳຖ້ວມ, ເດັດຂາດບໍ່ໃຫ້ເກີດມີພະຍາດລະບາດຮ້າຍແຮງເກີດຂຶ້ນ ອັນຈະສົ່ງຜົນກະທົບເພີ່ມເຕີມ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ ແລະ ຄວາມເຊື່ອໝັ້ນຂອງສາກົນ ຕໍ່ກັບປະເທດເຮົາ.

8. ກະຊວງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຕິດຕາມການບໍລິຫານນ້ຳ, ຈັດການນ້ຳຢູ່ເຂື່ອນຕ່າງໆ, ໂດຍໃຫ້ຈັດເວນຍາມຕະຫລອດ 24 ຊົ່ວໂມງ. ສຳລັບບັນດາເຂື່ອນ ທີ່ມີຄວາມຫລໍ່ແຫລມ ແມ່ນຕ້ອງເຝົ້າລະວັງ ກໍລະນີມີສະພາບພົ້ນເດັ່ນ ກໍໃຫ້ຮີບຮ້ອນລາຍງານ ແລະ ແກ້ໄຂໃຫ້ທັນກັບສະພາບການ.

9. ໃຫ້ບັນດາແຂວງ ໃຫ້ຢຸດຕິການອະນຸມັດ ການພັດທະນາເຂື່ອນໄຟຟ້າຂະໜາດນ້ອຍໄວ້ກ່ອນ. ສ່ວນໂຄງການທີ່ໄດ້ຮັບອະນຸຍາດໃຫ້ເລີ່ມກໍ່ສ້າງຜ່ານມາ ກໍ່ໃຫ້ກວດກາຄືນການສໍາຫລວດ, ອອກແບບ ແລະ ກໍ່ສ້າງ ເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດຂຶ້ນອີກ. ຫາກໂຄງການໃດບໍ່ຮັບປະກັນທາງດ້ານເຕັກນິກ, ກໍ່ໃຫ້ໂຈະການກໍ່ສ້າງທັນທີ. ສຳລັບການສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດ 8 ເດືອນຕົ້ນປີ ແລະ ໝົດປີ 2018; ການສະຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ກາງສະໄໝ ແລະ ການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ນັ້ນ, ກອງປະຊຸມກໍ່ໄດ້ສະຫລຸບຕີລາຄາວ່າ ເຖິງວ່າການຈັດຕັ້ງປະຕິບັດຕົວເລກຄາດໝາຍຕ່າງໆ ອາດຈະບໍ່ບັນລຸຕາມຄາດໝາຍທີ່ກຳນົດໄວ້, ແຕ່ໂດຍລວມເສດຖະກິດມະພາພາກຂອງພວກເຮົາ ຍັງຢູ່ໃນທ່າຂະຫຍາຍຕົວ, ປະເທດຊາດ ຍັງມີສະຖຽນລະພາບການເມືອງດີ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ທີ່ມາ: ຂ່າວສານປະເທດລາວ.

Comments