ຮອງນາຍົກ ຕິດຕາມສະພາບຄວາມເສຍຫາຍຈາກໄພທຳມະຊາດຢູ່ແຂວງ…..

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ເຄື່ອນໄຫວຢຽ້ມຢາມ ແລະ ກວດກາສະພາບຜົນເສຍຫາຍຈາກໄພພິບັດທາງທໍາມະຊາດ ຢູ່ແຂວງບໍ່ແກ້ວໃນລະຫວ່າງວັນທີ 12-13 ກັນຍາ 2018 ນີ້.
ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ໃນຊຸມເດືອນຜ່ານມາ ຂອງປີ 2018 ໄພພິບັດ ໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນພາຍໃນແຂວງ ຄິດເປັນມູນຄ່າຫຼາຍກວ່າ 69 ຕື້ກີບ ໃນນີ້ ເກີດເຫດການໄຟໄໝ້ເຮືອນຂອງປະຊາຊົນ 7 ຫຼັງຄາເຮືອນໃນ 7 ບ້ານ 5 ເມືອງ ທົ່ວແຂວງມີຜູ້ຖືກຜົນກະທົບ 47 ຄົນ; ລວມມູນຄ່າເສຍຫາຍຈໍານວນ 844 ລ້ານກີບ, ພາຍຸໝາກເຫັບຕົກໃສ່ເຮືອນປະຊາຊົນເສຍຫາຍ 1 ຫຼັງ, ເກີດເຫດການລົມພາຍຸພັດແຮງກະທົບໃສ່ເຮືອນປະຊາຊົນເສຍຫາຍ 8 ຫຼັງ, ມູນຄ່າເສຍຫາຍ 56 ລ້ານກວ່າກີບ, ດິນເຊາະເຈື່ອນໃສ່ເຮືອນຂອງປະຊາຊົນເປ່ເພ ຈໍານວນ 4 ຫຼັງ, ເຮືອນຄົວເປ່ເພເສຍຫາຍ 3 ຫຼັງ, ເລົ້າເຂົ້າເສຍຫາຍ ຈໍານວນ 5 ຫຼັງ, ເຂົ້າເປືອກເສຍຫາຍ 9ໂຕນ, ເປັນມູນຄ່າຜົນເສຍຫາຍ 273 ລ້ານກີບ; ມີເນື້ອທີ່ນາປີ ຖືກເສຍຫາຍ 287 ກວ່າເຮັກຕາ, ຖືກຜົນກະທົບ 418 ກວ່າເຮັກຕາ, ເນື້ອທີ່ໄຮ່ເສຍຫາຍ 48 ກວ່າເຮັກຕາ, ເນື້ອທີ່ສວນໝາກເດືອຍເສຍຫາຍ 13 ກວ່າເຮັກຕາ, ຊົນລະປະທານເປ່ເພຈໍານວນ 4 ແຫ່ງ, ໜອງປາ 22 ໜອງມູນຄ່າເສຍຫາຍຈໍານວນ 2,56 ຕື້ກີບ.
ໄພພິບັດທາງທຳມະຊາດຍັງສ້າງຄວາມເສຍຫາຍໃຫ້ແກ່ຂະແໜງໂຍທາທິການ ແລະ ຂົນສົ່ງ 63 ຕື້ກວ່າກີບ; ຂະແໜງພະລັງງານ-ບໍ່ແຮ່ 450 ລ້ານກວ່າກີບ; ຂະແໜງສາທາລະນະສຸກ 970 ລ້ານກີບ.
ສຳການຊ່ວຍເຫຼືອແກ້ໄຂໃນເບື້ອງຕົ້ນ, ທາງອໍານາດການປົກຄອງແຂວງບໍ່ແກ້ວ ໄດ້ສຸມທຸກກຳລັງເຂົ້າໄປຊ່ວຍເຫຼືອ ແລະ ໄດ້ມີການລະດົມເຄື່ອງບໍລິຈາກຕ່າງໆ ຈາກທຸກພາກສ່ວນພາຍໃນແຂວງ ໃນນີ້ ໄດ້ລະດົມເງິນສົດ, ເຄື່ອງອຸປະໂພກ-ບໍລິໂພກ ລວມທັງໝົດ 3 ຕື້ກວ່າກີບ ແລະ ໄດ້ມີການນໍາໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ເປັນຕົ້ນ ເງິນ, ເຂົ້າກິນ, ນໍ້າກິນນໍ້າໃຊ້ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ.
ໃນໂອກາດນີິ້, ທ່ານ ສອນໄຊ ສີພັນດອນ ໄດ້ຊີ້ນຳໃຫ້ອຳນາດການປົກຄອງທີ່ກ່ຽວຂ້ອງພາຍໃນແຂວງ ໃຫ້ເອົາໃຈໃສ່ຕິດຕາມ, ເຝົ້າລະວັງ ແລະ ແຈ້ງເຕືອນໃຫ້ປະຊາຊົນໄດ້ຮັບຮູ້ ຢ່າງທັນການ ເພື່ອກຽມພ້ອມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ; ເອົາໃຈໃສ່ໃນການສ້າງແຜນຮັບມືໃຫ້ເປັນລະບົບຄົບຊຸດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ; ພາຍຫຼັງນໍ້າລົງ ໃຫ້ຂຶ້ນແຜນການຊ່ວຍເຫຼືອຕາມຄວາມຕ້ອງການຕົວຈິງ ເພື່ອລະດົມຈາກພາກສ່ວນຕ່າງໆຢ່າງທັນການ; ເອົາໃຈໃສ່ໃນການຈັດສົ່ງເຄື່ອງຊ່ວຍເຫຼືອບັນເທົ່າທຸກ ໃຫ້ໄປເຖິງຜູ້ປະສົບໄພຢ່າງທັນການ ຫຼີກລ່ງງການສວຍໂອກາດ.
ໃນການເດີນທາງມາເຄື່ອນໄຫວວຽກງານຢູ່ທີ່ແຂວງບໍ່ແກ້ວໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມອບເງິນຈໍານວນ 50 ລ້ານກີບ ໃຫ້ອໍານາດການປົກແຂວງບໍ່ແກ້ວ ແລະ 10 ລ້ານກີບ ໃຫ້ອໍານາດການປົກຄອງບ້ານດອນໃຈ, ເມືອງຫ້ວຍຊາຍ ເພື່ອນໍ້າໃຊ້ເຂົ້າໃນການຊ່ວຍເຫຼືອ ແລະ ຟືນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດຕື່ມອີກ.

ທີ່ມາ: ຂ່າວສານປະເທດລາວ.

Comments