ນາຍົກເນັ້ນໃຫ້ທະນາຄານໃນລາວ ຫັນເປັນອຸດສາຫະກຳ 4.0

ໃນວັນທີ 6 ຕຸລາ 2018, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມບັນດາພະນັກງານຫຼັກແຫຼ່ງຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ, ເຊິ່ງທ່ານ ໄດ້ເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາໃຈໃສ່ໃນຍຸກເຊື່ອມໂຍງ ຫັນເປັນສະໄໝ ນັ້ນກໍຄືຍຸກການປະຕິວັດຫັນເປັນອຸດສະຫະກຳ 4.0 ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ.


ທ່ານນາຍົກໄດ້ກ່າວວ່າ: ໃນປັດຈຸບັນເຕັກໂນໂລຊີໄດ້ມີການປ່ຽນແປງໃນທຸກມື້ໃນທົ່ວໂລກສະນັ້ນພວກເຮົາຕ້ອງຮັບມືກັບສິ່ງທ້າທາຍ ເປັນຕົ້ນແມ່ນ ຕ້ອງສ້າງສະຕິຕື່ນຕົວທາງດ້ານການເມືອງ ໃຫ້ແກ່ພະນັກງານທະນາຄານ ໃຫ້ມີຄວາມຮັບຜິດຊອບດ້ານການເງິນຕໍ່ພັກ-ລັດ, ຕ້ອງເຮັດວຽກລວມສູນປະຊາທິປະໄຕ ແລະ ຕ້ານພະຍາດອາຍາສິດ; ພະນັກງານທະນາຄານຕ້ອງເຮັດວຽກແບບມືອາຊີບ ເພື່ອໃຫ້ທັນກັບການປ່ຽນແປງໃນໄລຍະໃໝ່; ທະນາຄານຕ້ອງເຂັ້ມງວດໃນການປະຕິບັດໜ້າທີ່ທາງດ້ານເງິນຕາ ເພື່ອຊຸກຍູ້ໃນການພັດທະນາເສດຖະກິດຂອງປະເທດ, ຕ້ານໄພເງິນເຟີ້ ແລະ ຮັກສາສະຖຽນລະພາບດ້ານເງິນຕາ; ຜັນຂະຫຍາຍຄຳສັ່ງ 02/ນຍ ວ່າດ້ວຍໃນການປັບປຸງກົນໄກ ການດຳເນີນທຸລະກິດຢູ່ໃນ ສປປ ລາວ ເພື່ອປັບປຸງຕົວຊີ້ວັດ ໃນການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດການຄຸ້ມຄອງການລົງທຶນໃຫ້ຢູ່ໃນລະດັບທີ່ດີຂຶ້ນກວ່າເກົ່າ ເຮັດໃຫ້ນັກທຸລະກິດທີ່ມາລົງທຶນຢູ່ລາວມີຄວາມເຊື່ອໝັ້ນ.


ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ບັນດາເຈົ້າໜ້າທີ່ຂອງທະນາຄານ ຄວນລົງຕິດຕາມກວດກາ, ຄຸ້ມຄອງ ຊຸກຍູ້ວິສາຫະກິດ, ທຸລະກິດ, ສະຖາບັນການເງິນ ແລະ ຮ້ານແລກປ່ຽນເງິນຕາ ເພື່ອຫຼຸດຜ່ອນຊ່ອງຫວ່າງອັດຕາການແຕກໂຕນການແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງທະນານຄານ ແລະ ຮ້ານແລກປ່ຽນບໍ່ໃຫ້ມັນຫຼຸດໂຕນກັນຫລາຍ; ເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຢູ່ໃນລະບຽບກົດໝາຍເຮັດແນວໃດ ເພື່ອຈະດຶງດູດເງິນຕາຕ່າງປະເທດໃຫ້ເຂົ້າມາໃນທະນາຄານຫຼາຍຂຶ້ນ ເພື່ອຈະສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນລະດັບທີ່ແນ່ນອນ, ເອົາໃຈໃສ່ຊອກຫາມາດຕະການເພີ່ມເງິນຄັງສຳຮອງຕ່າງປະເທດໃຫ້ເຂົ້າມາທະນາຄານ ເພື່ອເປັນກຳລັງແຮງໃນຮັບປະກັນສະຖຽນລະພາບທາງດ້ານເສດຖະກິດ; ແລະ ຄຸ້ມຄອງອັດຕາສ່ວນຕ່າງລະຫວ່າງດອກເບ້ຍເງິນຝາກ ແລະ ເງິນກູ້ ໃຫ້ແທດເໝາະກັບສະພາບຕົວຈິງ.


ນອກຈາກນີ້, ບັນຫາການເຂົ້າເຖິງແຫຼ່ງທຶນທະນາຄານຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຍັງພົບຄວາມຫຍຸ້ງຍາກ ແຕ່ວ່າທະນາຄານເອງກໍ່ຍັງມີຄວາມຕ້ອງການໃນການລະດົມທຶນສູງ ສ່ວນໃຫຍ່ແມ່ນອາໄສແຫລ່ງທຶນຈາກສັງຄົມ. ບັນຫາການເຂົ້າເຖິງແຫລ່ງທຶນດັ່ງກ່າວກໍ່ເປັນສິ່ງໜຶ່ງໃນການຈັດອັນດັບຂອງປະເທດເຮົາ ໃນການອຳນວຍຄວາມສະດວກ ແລະ ຄວາມໜ້າເຊື່ອຖືໃຫ້ແກ່ ຜູ້ປະກອບການດ້ານທຸລະກິດຂະໜາກນ້ອຍ ແລະ ຂະໜາດກາງ.

ທີ່ມາ: ຫ້ອງວ່າການສຳນັກງານນາຍົກ

Comments